ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ວຽກງານແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ 5 ປີ (2016-2020) ແລະ ທິດທາງແຜນການ ແຕ່ປີ 2021-2025 ຈັດຂຶ້ນໃນວັນທີ 13 ກໍລະກົດ 2023, ໃຫ້ກຽດເປັນປະທານໂດຍ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ, ມີເຈົ້າຄອງນະຄອນຫຼວງ, ເຈົ້າແຂວງ, ຮອງລັດຖະມົນຕີ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາ ປກສ ແຂວງ, ຫ້ອງວ່າການກະຊວງ, ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ພະນັກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ບັນດາແຂວງທົ່ວປະເທດ ເຂົ້າຮ່ວມ.

+ ສະຫາຍ ພົທ ກົງທອງ ພົງວິຈິດ ກໍາມະການສູງກາງພັກ, ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຂຶ້ນກ່າວໄຂກອງປະຊຸມຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວວ່າ:

ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນຍິ່ງ ເຊິ່ງໄດ້ສະຫຼຸບຕີລາຄາການນໍາພາ-ຊີ້ນໍາຂອງ ຄະນະພັກ-ຄະນະບັນຊາ ແລະ ການປະຕິບັດໜ້າທີ່ການເມືອງຂອງນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການມອບໝາຍ ໃນໄລຍະ 5 ປີຜ່ານມາ, ສາມາດຍາດໄດ້ຜົນງານໃຫຍ່ຫຼວງຫຼາຍດ້ານ ພ້ອມທັງຜ່ານບົດສະຫຼຸບວຽກງານກໍ່ສ້າງຮາກຖານ ໄດ້ຂະຫຍາຍຕົວເປັນລະບົບຢ່າງຕໍ່ເນື່ອງ ໂດຍປະຕິບັດຕາມມະຕິ 09, ມະຕິ 03 ຂອງກົມການເມືອງສູນກາງພັກ, ມະຕິຂອງຄະນະປະຈໍາພັກ ກະຊວງປ້ອງກັນຄວາມສະຫງົບ ວາງອອກ ແຕ່ລະໄລຍະ ເພື່ອບັນລຸ 4 ເນື້ອໃນ, 4 ຄາດໝາຍ, 4 ບຸກທະລຸວຽກງານຈຸດສຸມ ໃຫ້ປະກົດຜົນເປັນຈິງ.

ຄະນະພັກ ກະຊວງ ປກສ ໄດ້ສືບຕໍ່ຊີ້ນຳບັນດາກົມ, ກອງວິຊາສະເພາະ ໂດຍມອບໃຫ້ ກົມວິຊາສະເພາະ ສືບຕໍ່ຫັນເອົາກຳລັງລົງໃນ 7 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ຫຼວງນ້ຳທາ, ໄຊສົມບູນ, ຫົວພັນ, ບໍລິຄຳໄຊ ແລະ ແຂວງຄຳມ່ວນ.

+ ຜ່ານການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ໃນໄລຍະ 5 ປີຜ່ານມາ ຕາມ 3 ຂົງເຂດ ສາມາດຕີລາຄາຜົນໄດ້ຮັບ ຄື:

  • ວຽກງານສຳມະໂນຄົວ:

ສາມາດຈົດທະບຽນສຳມະໂນຄົວລາວ ໃນທົ່ວປະເທດ ມີ 148 ເມືອງ, ມີ 8.496 ບ້ານ, 1.303.142 ຫຼັງຄາ, 136.608 ຄອບຄົວ, ມີຈໍານວນພົນ 7.174.278 ຄົນ ຍິງ 3.002.637 ຄົນ, ອາຍຸ 15 ປີຂຶ້ນໄປ 4.822.417 ຄົນ, ຍິງ 2.477.481 ຄົນ.

ຈົດທະບຽນສຳມະໂນຄົວ ແລະ ອອກປຶ້ມສຳມະໂນຄົວໃຫ້ຄົນຕ່າງດ້າວ ໄດ້ທັງໝົດ 1.144 ຄອບຄົວ, ມີຈຳນວນພົນ 2.360 ຄົນ ຍິງ 1.120 ຄົນ, ອາຍຸ 15 ປີຂຶ້ນໄປ 2.190 ຄົນ ຍິງ 1.046 ຄົນ.

ບໍ່ທັນໄດ້ຈົດທະບຽນສຳມະໂນຄົວ 24.782 ຄອບຄົວ, ມີພົນລະເມືອງ 142.384 ຄົນ ຍິງ 68.809 ຄົນ, ອາຍຸ 15 ປີຂຶ້ນໄປ 66.742 ຄົນ ຍິງ 33.464 ຄົນ.

ອອກບັດປະຈຳຕົວໃຫ້ປະຊາຊົນ 360.717 ຄົນ ຍິງ 192.256 ຄົນ, ສະເພາະໃນນະຄອນຫຼວງວຽງຈັນ ມີ 232.022 ຄົນ ຍິງ 129.055 ຄົນ.

ກວດກາຂຶ້ນບັນຊີຄຸ້ມຄອງໂຮງແຮມ 251 ແຫ່ງ, ເຮືອນພັກ 921 ແຫ່ງ, ເຮືອນໃຫ້ເຊົ່າຈຳນວນ 3.382 ຫຼັງ, ຫ້ອງແຖວ 5.467 ແຫ່ງ, ຮ້ານບັນເທີງ 479 ຮ້ານ, ຮ້ານຄາຣາໂອເກະ 151 ຮ້ານ, ຮ້ານອັດເອກະສານ 234 ຮ້ານ, ຮ້ານຊື້ຂາຍເຫຼັກເສດຂອງຄົນລາວ-ຕ່າງປະເທດ 226 ຮ້ານ, ຮ້ານເກມອິນເຕີເນັດ 260 ຮ້ານ, ຮ້ານອົບນວດ 180 ຮ້ານ ແລະ ອື່ນໆ.

ເກັບກູ້ອາວຸດລ່າເນື້ອ ແລະ ອາວຸດເສິກ ໄດ້ 693 ກະບອກ; ເຮັດບົດບັນທຶກສັນຍາຄອບຄົວ, ບ້ານເຮັດວຽກງານປ້ອງກັນຄວາມສະຫງົບດີ ໄດ້ 6.826 ບ້ານ, ມີ 784.322 ຄອບຄົວ; ສາມາດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ປີຕໍ່ປີໄດ້ 21.244 ຄັ້ງ, ຄອບຄົວທີ່ມີຄວາມສະຫງົບ 3.223.797 ຄອບຄົວ, ປັດຈຸບັນມີ ປກສ ບ້ານ ທັງໝົດ 1,425 ຄົນ, ຍິງ 74 ຄົນ, ປັບປຸງສຳເລັດ 1.236 ຄົນ, ເປັນຍິງ 74 ຄົນ.

  • ວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້:

ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 19.516 ຄັ້ງ, ແກ້ໄດ້ 15.202 ຄັ້ງ, ກັກຕົວໄດ້ 25.452 ຄົນ ຍິງ 2.823 ຄົນ, ສ້າງຜົນເສຍຫາຍເປັນເງິນ 111.345.068.500 ກວ່າກີບ, 13.356.390 ບາດ, 235.562 ໂດລາ, 65.390 ຢວນ, 6.520 ເອີໂຣ, 10.360 ປອນ; ມີຄຳໝັກ 36 ກິໂລກຼາມ ກັບ 4 ບາດ, ລົດໃຫຍ່ 38 ຄັນ, ລົດຈັກ 4.120 ຄັນ, ສາຍແອວທອງນາກ 41 ເສັ້ນ, ແຫວນເພັດ 57 ລົງ, ບັດຕື່ມເງິນມູນຄ່າ 115 ລ້ານກວ່າກີບ, ປືນສັ້ນ 17 ກະບອກ ພ້ອມລູກ 135 ລູກ, ໂທລະສັບ 2.499 ໜ່ວຍ, ຄອມພິມເຕີ 180 ໜ່ວຍ, ໂນດບຸກ 195 ໜ່ວຍ, ກ້ອງຖ່າຍຮູບ 251 ໜ່ວຍ ແລະ ວັດຖຸມີຄ່າອື່ນໆ.

ສາມາດຢຶດ ແລະ ເກັບກູ້ຂອງກາງຄືນມາໄດ້ ເປັນເງິນ 4.487.000.000 ກວ່າກີບ, 1.503.180 ບາດ ແລະ 151.749 ໂດລາ, ມີຄໍາຮູບປະພັນໜັກ 5 ກິໂລກຼາມ ກັບ 4 ບາດ, ລົດໃຫຍ່ 80 ຄົນ, ລົດຈັກ 2.908 ຄັນ, ປືນຍາວ 20 ກະບອກ, ປືນສັ້ນ 157 ກະບອກ, ລູກປືນ 1261 ລູກ, ລະເບີດ 8 ໜ່ວຍ, ປືນດັດແປງ 22 ກະບອກ.

ຢຶດຂອງກາງຢາບ້າ 43.746.191 ເມັດ ໜັກ 45,5 ກິໂລກຼາມ, ເຮໂຣອິນ 74 ກິໂລກຼາມ ກັບ 199 ແທ່ງ, ຢາໄອສ໌ 2.151 ກິໂລກຼາມ, ໂຄເຄນ 2 ຖົງ 3 ກຼາມ, ຢາອີ 423 ເມັດ, ຢາຝິ່ນ 1,8 ກິໂລກຼາມ, ກັນຊາແຫ້ງ 2.138 ກິໂລກຼາມ, ແປ້ງຜະລິດຢາບ້າ 1.379 ກິໂລກຼາມ, ເຕົາອົບຢາບ້າ 15 ເຄື່ອງ, ເຄື່ອງອັດຢາບ້າ 3 ເຄື່ອງ ແລະ ໄດ້ທຳລາຍສວນຢາຝິ່ນ 10, 250 ເຮັກຕາ.

ແກ້ໄຂຄະດີຄ້າມະນຸດ ແລະ ໂສເພນີ ມີ 148 ເລື່ອງ, ກັກຕົວໄດ້ 712 ຄົນ ຍິງ 669 ຄົນ; ມີອຸບັດຕິເຫດເກີດຂຶ້ນ 6.736 ເລື່ອງ, ຄົນໄດ້ຮັບບາດເຈັບ 5.994 ຄົນ, ເສຍຊີວິດ 1.026 ຄົນ, ພາຫະນະເປ່ເພ 6.179 ຄົນ, ສ້າງຜົນເສຍຫາຍ 53.837.000.000 ກວ່າກີບ.

ໂຄສະນາ ແລະ ຝຶກອົບຮົມຄວາມຮູ້ພື້ນຖານ ດ້ານຄວາມປອດໄພທາງ ແລະ ດ້ານອັກຄີໄພ 87 ຄັ້ງ, ມີຜູ້ເຂົ້າຮ່ວມ 4.932 ຄົນ ຍິງ 3.357 ຄົນ, ມີອັກຄີໄພເກີດຂຶ້ນ 251 ຄັ້ງ ແລະ ສ້າງຜົນເສຍຫາຍໃຫ້ແກ່ຊັບສິນຂອງປະຊາຊົນ ເປັນຈໍານວນຫຼວງຫຼາຍ.

ສົມທົບ ປກຊ-ປກສ ບ້ານ ປ້ອງກັນເວນຍາມ 3.405 ຄັ້ງ, ກວດກາຄົນຂ້າມລອຍໄດ້ 17.304 ຄົນ ຍິງ 10.916 ຄົນ; ສາມາດກວດກາ, ແກ້ໄຂ ແລະ ດຳເນີນມາດຕະການຕໍ່ຄົນຕ່າງປະເທດ ທີ່ເຄື່ອນໄຫວລະເມີດກົດໝາຍ-ລະບຽບການຂອງ ສປປ ລາວ ທັງໝົດ 4.902 ຄົນ ຍິງ 1.659 ຄົນ ມີ 29 ສັນຊາດ.

ຕໍ່ກັບບັນຫາດັ່ງກ່າວ ແມ່ນແກ້ໄຂດ້ວຍການສຶກສາອົບຮົມ ແລະ ມາດຕະການດ້ານກົດໝາຍ.

  • ວຽກງານພົວພັນປະສານສົມທົບ:

ໄດ້ພົວພັນປະສານສົມທົບກັບ ກໍາລັງປ້ອງກັນຊາດທີ່ລົງປະຈຳປ້ອມ ແລະ ປະຈຳຊາຍແດນ, ພະນັກງານຮາກຖານຂອງ ກະຊວງປ້ອງກັນປະເທດ ໃນແຕ່ລະໄຕມາດ.

ນອກຈາກນັ້ນ, ຍັງໄດ້ປະສານສົມທົບກັບ ຂະແໜງການຂອງແຂວງ, ຂອງເມືອງ ໂດຍສະເພາະ ຂະແໜງການທີ່ກ່ຽວຂ້ອງ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມແຄມທາງ ແລະ ການຕໍ່ເທີບ-ເງີບສິ່ງກີດຂວາງການສັນຈອນ, ໄດ້ດຳເນີນການກວດກາ, ເກັບກຳຂໍ້ມູນ ແລະ ແກ້ໄຂເປັນແຕ່ລະກໍລະນີ 4.095 ຈຸດ. ໃນນັ້ນ, ສິ່ງປູກສ້າງກວມເອົາເຂດດິນສະຫງວນ, ສ້າງສິ່ງກີດຂວາງ, ຂາຍເຄື່ອງຊະຊາຍຕາມແຄມຖະໜົນ 1.127 ຈຸດ, ຕິດຕັ້ງປ້າຍໂຄສະນາບໍ່ຖືກຕາມລະບຽບ 1.123 ຈຸດ, ລະເມີດແຜນຜັງເສັ້ນທາງ-ຜັງເມືອງ 979 ຈຸດ ແລະ ອື່ນໆ.