ໃນວັນທີ 11 ກໍລະກົດ 2023, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2023 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ແລະ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ລະຫວ່າງວັນທີ 26 ມິຖຸນາ 2023 ຫາ 18 ກໍລະກົດ 2023.

ເຊິ່ງແມ່ນຈິດໃຈຄວາມເປັນຫ່ວງເປັນໃຍຂອງສະພາແຫ່ງຊາດ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ທີ່ໄດ້ມອບໃຫ້ລັດຖະບານນຳເອົາຄຳຄິດຄຳເຫັນດັ່ງກ່າວ ເປັນຂໍ້ມູນໃນການຄົ້ນຄວ້າ, ປັບປຸງແກ້ໄຂ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ເຮັດໃຫ້ເກີດໝາກຜົນສູງສຸດແກ່ປະເທດຊາດ ກໍຄື ປະຊາຊົນບັນດາເຜົ່າ.

ໂດຍສະເພາະ ຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າໃຫ້ລັດຖະບານລາຍງານກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ດັ່ງກ່າວ ແລະ ທ່ານປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄວາມເຫັນຕໍ່ການລາຍງານຂອງລັດຖະບານ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ເອົາໃຈໃສ່ປະກອບຄວາມເຫັນດ້ວຍບັນຍາກາດທີ່ຟົດຟື້ນ.

+ ທ່ານ ສົມມາດ ພົນເສນາ ໄດ້ຖະແຫຼງໃຫ້ເຫັນບາງເນື້ອໃນທີ່ພົ້ນເດັ່ນ ດັ່ງນີ້:

1. ໃນໄລຍະ 2 ປີ ຜ່ານມາ, ດ້ວຍຄວາມເອົາໃຈໃສ່ຂອງບັນດາອົງການຈັດຕັ້ງພັກ-ລັດ ທັງສູນກາງ ແລະ ທ້ອງຖິ່ນ ກໍຄື ປະຊາຊົນບັນດາເຜົ່າ ເຮັດໃຫ້ວຽກງານຕ່າງໆ ໄດ້ຮັບການປັບປຸງນັບມື້ດີຂຶ້ນ; ແຕ່ເຖິງແນວໃດກໍຕາມ, ເມື່ອອີງໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃນໄລຍະໃໝ່ນັ້ນ ຍັງມີຫຼາຍດ້ານທີ່ລັດຖະບານ ຈະຕ້ອງໄດ້ເພີ່ມທະວີການຊີ້ນໍາ ແລະ ຄຸ້ມຄອງໃຫ້ມີໝາກຜົນສູງຂຶ້ນຕື່ມ ເປັນຕົ້ນແມ່ນ ການປະຕິບັດ 3 ຫຼັກການ (ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ) ຂອງວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ, ການເກັບລາຍຮັບໃຫ້ໄດ້ຄົບຖ້ວນ ຕາມທ່າແຮງບົ່ມຊ້ອນທີ່ເຮົາມີ, ການຊຸກຍູ້ການຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ແລະ ເພື່ອສົ່ງອອກ, ການຕ້ານການຮົ່ວໄຫຼ ແລະ ວຽກງານອື່ນໆ.

2. ການຈັດຕັ້ງປະຕິບັດນະໂຍບາຍປະຢັດມັດທະຍັດ, ຕ້ານການຟູມເຟືອຍ ກໍເປັນວຽກງານທີ່ມີຄວາມສໍາຄັນ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ, ສະພາແຫ່ງຊາດ ຈຶ່ງໄດ້ສະເໜີລັດຖະບານເພີ່ມທະວີການໂຄສະນາເຜີຍແຜ່ນະໂຍບາຍປະຢັດໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈຄວາມສໍາຄັນ ແລະ ຄວາມຈໍາເປັນໃນການປະຢັດມັດທະຍັດ ໃນໄລຍະທີ່ປະເທດຍັງມີພາລະຊໍາລະໜີ້ສິນອັນໜັກໜ່ວງ, ປຸກລະດົມທົ່ວສັງຄົມ ໃຫ້ມີນໍ້າໃຈປະຢັດການໃຊ້ຈ່າຍໃນການດໍາລົງຊີວິດ, ການຈັດງານປະເພນີຕ່າງໆ ບົນພື້ນຖານການປະຢັດມັດທະຍັດ.

3. ການສ້າງສະຖຽນລະພາບດ້ານເງິນຕາ ເປັນວຽກງານຈຸດສຸມໜຶ່ງຂອງວາລະແຫ່ງຊາດ ແຕ່ປະສິດທິຜົນໃນການຈັດຕັ້ງປະຕິບັດ ຍັງບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ, ພໍ່-ແມ່ປະຊາຊົນສ່ວນຫຼາຍ ຍັງມີຄວາມເປັນຫ່ວງເປັນໃຍຫຼາຍ ເພາະຕິດພັນກັບລາຄາສິນຄ້າ, ຄ່າຄອງຊີບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ສະພາແຫ່ງຊາດ ຈຶ່ງໄດ້ສະເໜີໃຫ້ລັດຖະບານ ມີນະໂຍບາຍໄລຍະສັ້ນ-ກາງ-ຍາວ, ນໍາໃຊ້ທຸກມາດຕະການແຕ່ເບົາຫາໜັກ, ມາດຕະການທາງດ້ານກົດໝາຍທີ່ເດັດຂາດ, ເຂັ້ມງວດໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ໄດ້ຮັບຜົນສໍາເລັດ, ຫັນຈາກສັງຄົມຜູ້ບໍລິໂພກ ໄປສູ່ສັງຄົມຜູ້ຜະລິດ, ຫຼຸດຜ່ອນການນຳເຂົ້າ, ເຮັດໃຫ້ເງິນກີບແຂງຄ່າ, ອັດຕາແລກປ່ຽນມີຄວາມໝັ້ນທ່ຽງ.

ການເຮັດທົດລອງຂຸດຄົ້ນແຮ່ທາດ ເຖິງວ່າເປັນທ່າແຮງດ້ານເສດຖະກິດ ແຕ່ເຮົາຄວນມີການຮັກສາແຮ່ທາດທີ່ມີຄຸນຄ່າ, ແຮ່ທາດຫາຍາກ ແລະ ມີລາຄາສູງ ຄວນມີການສະຫງວນເກັບຮັກສາໄວ້ໃຫ້ລູກຫຼານຄົນລຸ້ນຕໍ່ໄປໄດ້ນໍາໃຊ້.

4. ສືບຕໍ່ເອົາໃຈໃສ່ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍໃຫ້ມີຄວາມເຂັ້ມງວດ, ສຸມໃສ່ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຕິດພັນກັບ ການແກ້ໄຂບັນຫາສັງຄົມ ແລະ ການບໍລິຫານລັດ ເປັນຕົ້ນແມ່ນ ການກຳນົດໂກຕ້າພະນັກງານ ຮັບປະກັນການກໍ່ສ້າງພະນັກງານສືບທອດຂອງລັດໃນອະນາຄົດ.