ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງແຜນການ ແລະ ການລົງທຶນ ສະໄໝທີ IV ຈັດຂຶ້ນໃນວັນທີ 10 ກໍລະກົດ 2023, ເຂົ້າຮ່ວມໂດຍ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະປະຈໍາພັກ, ກໍາມະການຄະນະບໍລິຫານງານພັກ ກະຊວງແຜນການ ແລະ ການລົງທຶນ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກອ້ອມຂ້າງ ເຂົ້າຮ່ວມ.

ສະຫາຍ ຄໍາເຈນ ວົງໂພສີ ໄດ້ລາຍງານການປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງແຜນການ ແລະ ການລົງທຶນ ກາງສະໄໝ ໄດ້ຍົກໃຫ້ເຫັນສະພາບແວດລ້ອມຂອງສາກົນ ແລະ ພາກພື້ນ ມີການປ່ຽນແປງຢ່າງສັບສົນທີ່ສຸດ ເປັນຕົ້ນແມ່ນ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງໂລກ ກໍຄືຂອງປະເທດເຮົາຢ່າງໜັກໜ່ວງພໍສົມຄວນ ເຊັ່ນ: ບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າອຸປະໂພກ-ບໍລິໂພກທີ່ສູງຂຶ້ນ.

ແຕ່ພາຍໃຕ້ການນໍາພາຊີ້ນໍາໂດຍກົງຂອງພັກ-ລັດ, ການປະກອບສ່ວນຢ່າງຕັ້ງໜ້າຂອງທົ່ວປວງຊົນລາວທັງຊາດ ທັງມີການສະໜັບສະໜູນຂອງເພື່ອນມິດຕ່າງໆໃນໂລກ ເຮັດໃຫ້ປະເທດເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ຍັງຮັກສາໄດ້ສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍ ຕາມທິດທີ່ພັກເຮົາໄດ້ກຳນົດໄວ້.

ຄຽງຄູ່ກັນນັ້ນ, ກໍຍັງມີສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າແກ້ໄຂໃນຕໍ່ໜ້າ ໃຫ້ໄດ້ຕາມລະດັບຄາດໝາຍໃນເງື່ອນໄຂສະພາບການຂອງໂລກ ແລະ ພາຍໃນບົດບາດດັ່ງກ່າວ ກະຊວງແຜນການ ແລະ ການລົງທຶນ ໃນຖານະເປັນເສນາທິການແກ່ພັກ ແລະ ລັດຖະບານ ໃນວຽກງານແຜນການ ແລະ ການລົງທຶນ ຈຶ່ງຈະຕ້ອງໄດ້ເພີ່ມທະວີການປະຕິບັດບົດບາດຂອງຕົນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ທີ່ພັກ-ລັດມອບໝາຍ ໃຫ້ໄດ້ຮັບຜົນສຳເລັດ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນຊົມເຊີຍຕໍ່ຜົນສຳເລັດຂອງການນຳພາວຽກງານ ໃນໄລຍະຜ່ານມາ ຂອງຄະນະບໍລິຫານງານພັກ ກະຊວງແຜນການ ແລະ ການລົງທຶນ ແລະ ໄດ້ເນັ້ນໃຫ້ບັນດາຜູ້ແທນກອງປະຊຸມ ຕ້ອງຖືເປັນຂອດໜຶ່ງທີ່ສຳຄັນຂອງການດຳເນີນຊີວິດການເມືອງ ໃນທົ່ວພັກ, ຈະເຫັນໄດ້ຜົນສຳເລັດໃນການນຳພາລວມ ກໍຄື ການປະຕິບັດໜ້າທີ່ມີຄວາມຮັບຜິດຊອບຂອງບຸກຄົນໃນຄະນະນຳນັ້ນ ເພື່ອສ້າງພັກບົນພື້ນຖານສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມຍັງໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມ ຈົ່ງກຳແໜ້ນຈຸດປະສົງຄາດໝາຍຈາກການທາບທາມລວມໝູ່ ແລະ ບຸກຄົນ ເຊິ່ງພົວພັນເຖິງຄຸນລັກສະນະ, ມາດຕະຖານດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ, ຄວາມຮັບຜິດຊອບການເມືອງ, ແບບແຜນການນຳພາວິທີເຮັດວຽກຂອງລວມໝູ່ຄະນະ ແລະ ສະແດງອອກຢູ່ໃນການປະຕິບັດໜ້າທີ່ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍຂອງຄະນະ.