ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໃນວັນທີ 7 ກໍລະກົດ 2023, ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ຄະນະຊາວໜຸ່ມກົມກອງອ້ອມຂ້າງກະຊວງ, ແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

+ ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ກ່າວວ່າ:

ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ໃນກໍາລັງ ປກສ ໃນແຕ່ລະໄລຍະ, ເຮັດໃຫ້ສະມາຊິກຊາວໜຸ່ມ ຮັກສາໄດ້ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຈົງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ໄດ້ລົງເຄື່ອນໄຫວເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ລົງເຜີຍແຜ່ຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ, ຄໍາສັ່ງຂອງລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ແກ່ຄະນະຊາວໜຸ່ມ ປກສ ນະຄອນຫຼວງ ແລະ ປກສ ແຂວງ ໃນຂອບເຂດທົ່ວປະເທດ ສໍາເລັດ.

ໄດ້ຈັດກອງປະຊຸມສະຫຼຸບວຽກງານ 4 ບຸກ, ມອບໃບຍ້ອງຍໍ, ໃບຢັ້ງຢືນ 4 ບຸກ ແລະ ພິທີມອບຫຼຽນກາທີ່ລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ປະຈຳປີ 2022, ໄດ້ນຳພາຄະນະຊາວໜຸ່ມ 15 ກົມກອງອ້ອມຂ້າງກະຊວງ ຈັດຕັ້ງຜັນຂະຫຍາຍເນື້ອໃນ 4 ບຸກ ແລະ 15 ຂໍ້ແຂ່ງຂັນຂອງ ຄະນະບໍລິຫານງານຊາວໜຸ່ມ ກະຊວງ, ອອກແຈ້ງການເຖິງຄະນະຊາວໜຸ່ມ 15 ກົມກອງອ້ອມຂ້າງກະຊວງ ໃຫ້ເປີດ ກອງປະຊຸມສະຫຼຸບໜ່ວຍ 4 ບຸກ ປະ ຈຳປີ 2022 ພ້ອມທັງມອບຫຼຽນກາທີ່ ລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ໄດ້ລົງພົບປະຊຸກຍູ້-ຢ້ຽມຢາມສະມາຊິກຊາວໜຸ່ມ ໃນການສ້າງເສດຖະກິດຄອບຄົວຕົວແບບດີເດັ່ນ ເປັນຕົ້ນແມ່ນ ການປູກຝັງ ແລະ ລ້ຽງສັດ.

ທິດທາງແຜນການ 6 ເດືອນທ້າຍປີ 2023, ສືບຕໍ່ນໍາພາດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ໂດຍສະເພາະ ສະມາຊິກຊາວໜຸ່ມ 15 ກອງ ອ້ອມຂ້າງກະຊວງ ທີ່ຂຶ້ນກັບ ຄວາມຮັບຜິດຊອບຂອງຕົນຢ່າງທົ່ວເຖິງ ແລະ ຕໍ່ເນື່ອງ ໂດຍການເຊື່ອມຊຶມບັນດານິຕິກໍາຕ່າງໆຂອງພັກ-ລັດ, ຂອງກຳລັງ ປກສ, ຈັດປາຖະກະຖາວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກຳລັງ ປກສ, ລົງພົບປະໂອ້ລົມໃກ້ຊິດຕິດແທດສະມາຊິກຊາວໜຸ່ມໂດຍກົງ ເຊັ່ນ: ສືບຕໍ່ຮັບສ່ອງແສງລາຍງານວຽກງານຂອງ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ປະຈໍາໄຕມາດ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ປະຈຳປີ 2023, ສືບຕໍ່ເຂົ້າຮ່ວມພິທີຮັບຟັງປາຖະກະຖາວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ສືບຕໍ່ເຜີຍແຜ່ມະຕິ, ຄຳສັ່ງ ແລະ ແຈ້ງການຂອງຂັ້ນເທິງຢ່າງຕໍ່ເນື່ອງ.

ນອກຈາກນີ້, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເລກທີ 052/ລຂ ວ່າດ້ວຍ ການມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ແກ່ບຸກຄົນ ກະຊວງປ້ອງກັນຄວາມສະຫງົບ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນໄລຍະຜ່ານມາ ຈໍານວນ 22 ສະຫາຍ ຍິງ 5 ສະຫາຍ, ຜ່ານຂໍ້ຕົກລົງຂອງ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເລກທີ 234/ຄຊ ປກສ ວ່າດ້ວຍ ການຍ້ອງຍໍໃຫ້ແກ່ບັນດາບໍລິສັດ ແລະ ນັກທຸລະກິດ ທີ່ປະກອບສ່ວນຊຸກຍູ້-ອຸປະຖໍາວຽກງານ ກະຊວງ ປກສ ຜ່ານມາ ໃຫ້ກັບ 6 ພາກສ່ວນ.