ຕອນບ່າຍຂອງວັນທີ 6 ກໍລະກົດ 2023, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງໃຫ້ຮູ້ກ່ຽວກັບ ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ໃຫ້ຮູ້ວ່າ: ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 4 ແລະ ປິດລົງໃນຕອນເຊົ້າວັນທີ  6 ກໍລະກົດ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າ ອົງການຈັດຕັ້ງພັກ-ລັດ ທຽບເທົ່າ ກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທ່ານເຈົ້າແຂວງຈຳນວນໜຶ່ງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ເນື້ອໃນລາຍງານ 2 ວາລະໃຫຍ່ ຄື: ສະຫຼຸບຕີລາຄາວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານ, ສະຫຼຸບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານ.

ສໍາລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານ, ຕົ້ນຕໍແມ່ນຈະສືບຕໍ່ສຸມໃສ່ສູ້ຊົນຮັກສາສະຖຽນລະພາບທາງດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ໄປຄຽງຄູ່ກັບ ການປະຕິບັດບັນດາຄາດໝາຍການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ຕາມການແບ່ງວຽກ ແລະ ແບ່ງຄວາມຮັບຜິດຊອບ.

ພ້ອມກັນນັ້ນ, ກໍສຸມໃສ່ບັນດາໜ້າວຽກຈຸດສຸມຕົວຈິງຈໍານວນໜຶ່ງ ເປັນຕົ້ນແມ່ນ ສືບຕໍ່ເລັ່ງແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດໃຫ້ແຂງແຮງ ໂດຍຖືເອົາການແກ້ໄຂບັນຫານີ້ເປັນບູລິມະສິດອັນດັບໜຶ່ງ.

ສືບຕໍ່ເອົາໃຈໃສ່ຊຸກຍູ້ອັດຕາການເຕີບໂຕຂອງລວມຍອດຜະລິດພາຍໃນ (GDP) ໃຫ້ບັນລຸຕາມຄາດໝາຍ, ຮັບປະກັນການເຕີບໂຕຂອງໂຄງປະກອບເສດຖະກິດແຫ່ງຊາດ. ພ້ອມນີ້, ກໍໃຫ້ປະຕິບັດບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມອື່ນໆ ໃຫ້ບັນລຸຕາມຄາດໝາຍຂອງມະຕິກອງປະຊຸມສະພາແຫ່ງຊາດ.

ສຸມໃສ່ການເກັບລາຍຮັບຈາກຖານລາຍຮັບທີ່ມີໃນປັດຈຸບັນໃຫ້ຄົບຖ້ວນ ໂດຍນຳໃຊ້ເຄື່ອງມືທັນສະໄໝ, ເປັນລະບົບລວມສູນ ພ້ອມທັງຂຸດຄົ້ນຖານລາຍຮັບໃໝ່ ແລະ ສຸມໃສ່ການເກັບລາຍຮັບອາກອນມູນຄ່າເພີ່ມ ຕາມອັດຕາທີ່ໄດ້ກໍານົດໄວ້ ຄຽງຄູ່ກັບການເອົາໃຈໃສ່ປະຕິບັດລາຍຈ່າຍໃຫ້ເປັນໄປຕາມແຜນ ທັງປະຕິບັດບັນດານິຕິກຳກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ແລະອື່ນໆ ທີ່ລັດຖະບານວາງອອກ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ.

ເພື່ອໃຫ້ທິດທາງວຽກຈຸດສຸມ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ ການປະຕິບັດ 2 ວາລະແຫ່ງຊາດ ທ້າຍປີ 2023 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ, ເຈົ້າແຂວງ ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງໄດ້ຫັນເປັນແຜນປະຕິບັດງານລະອຽດ, ມີຄາດໝາຍຊັດເຈນ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງຂອງແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກ ໃຫ້ແທດເໝາະກັບຕົວຈິງ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ.