ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດການແຕ່ງຕັ້ງນາຍຕໍາຫຼວດ ໃນວັນທີ 6 ກໍລະກົດ 2023, ເປັນປະທານໂດຍ ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະກົມ, ຫ້ອງ, ພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນ ກົມໃຫຍ່ຕໍາຫຼວດ ເຂົ້າຮ່ວມ.

ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 1294/ປກສ ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ເຊິ່ງໄດ້ແຕ່ງຕັ້ງດັ່ງນີ້:

  • ພັທ ໂພໄຊ ໄຊຍະບຸດສີ ເປັນຮອງຫົວໜ້າຫ້ອງພະລາທິການ
  • ພັທ ວັນປະດິດ ຈັນທະວົງ, ພັທ ນາງ ສິດທິເດດ ພຸດທະພັນ ເປັນຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ
  • ພັທ ຄໍາໝັ້ນ ແກ້ວບຸນມີ ເປັນຮອງຫົວໜ້າກົມຕໍາຫຼວດຄວບຄຸມລະບົບວົງຈອນປິດ

ໂອກາດນີ້, ພົຈວ ນິລະວົງ ເຈືອງຕະວະລາດ ໄດ້ໂອ້ລົມຕໍ່ພິທີ ວ່າ: ການປະກາດແຕ່ງຕັ້ງນາຍຕຳຫຼວດໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນສໍາລັບກໍາລັງຕໍາຫຼວດ ກົມໃຫຍ່ຕໍາຫຼວດ ເພາະວ່າເປັນການປະຕິບັດແນວທາງນະໂຍບາຍ-ລະບຽບຫຼັກການຂອງພັກ ຕໍ່ກໍາລັງປ້ອງກັນຄວາມສະຫງົບ, ເປັນການມອບໝາຍໜ້າທີ່ຄວາມຮັບຜິດຊອບອັນໜັກໜ່ວງ ແລະ ສູງຂຶ້ນ, ເປັນການໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ແລະ ຍັງແມ່ນການປະຕິບັດນະໂຍບາຍຕໍ່ນາຍຕໍາຫຼວດຜູ້ທີ່ມີຜົນງານ ແລະ ຜູ້ທີ່ມີຄຸນງາມຄວາມດີ ໃນການປະກອບສ່ວນເຂົ້າໃນວຽກງານວິຊາສະເພາະທີ່ຕົນຮັບຜິດຊອບ ຕະຫຼອດໄລຍະຜ່ານມາ.