ນັບແຕ່ມີການຈັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຫາ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນມາ, ສະພາແຫ່ງຊາດ ໄດ້ສ້າງ-ປັບປຸງກົດໝາຍຫຼາຍສະບັບ ແລະ ຕົກລົງຮັບຮອງເອົາຫຼາຍບັນຫາສໍາຄັນທີ່ເປັນພື້ນຖານຂອງປະເທດຊາດ.

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບ ຜົນສຳເລັດຂອງວຽກງານສະພາແຫ່ງຊາດ ໃນຕອນແລງວັນທີ 5 ກໍລະກົດ 2023 ວ່າ:

+ ດ້ານນິຕິບັນຍັດ:

1. ໄດ້ສໍາເລັດການປັບປຸງ, ຮຽບຮຽງ ກົດໝາຍ ຈໍານວນ 12 ສະບັບ ແລະ ໄດ້ນຳສະເໜີ ປະທານປະເທດ ອອກລັດຖະດໍາລັດປະກາດໃຊ້ ຕາມກົດໝາຍກຳນົດ, ເຊິ່ງໃນນີ້ ມີກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍປັບປຸງ 9 ສະບັບ ກວມເອົາ 4 ຂົງເຂດ ຄື:

  • ຂົງເຂດການປົກຄອງ 3 ສະບັບ
  • ຂົງເຂດເສດຖະກິດ-ການເງິນ 4 ສະບັບ
  • ຂົງເຂດວັດທະນະທໍາ-ສັງຄົມ 4 ສະບັບ
  • ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 1 ສະບັບ

2. ພິຈາລະນາຮັບຮອງເອົາ ກົດໝາຍ ຈໍານວນ 10 ສະບັບ ໃນນີ້ກົດໝາຍສ້າງໃໝ່ 4 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ.

3. ຄົ້ນຄວ້າ ແລະ ກະກຽມການປະເມີນປັບປຸງ ກົດໝາຍຂົງເຂດສະພາແຫ່ງຊາດ ຈໍານວນ 4 ສະບັບ ຄື:

  • ກົດໝາຍ ວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ
  • ກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ
  • ກົດໝາຍ ວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ
  • ກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

4. ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍກົດໝາຍ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ ຈໍານວນ 3 ຫົວຂໍ້ ທີ່ພົວພັນກັບປະມວນກົດໝາຍ ອາຍາ, ກົດໝາຍ ວ່າດ້ວຍ ງົບປະມານແຫ່ງລັດ ແລະ ດຳລັດຂອງລັດຖະບານ.

5. ໄດ້ໂຄສະນາເຜີຍແຜ່ບາງມາດຕາຂອງກົດໝາຍ ທີ່ຕິດພັນກັບບັນຫາເຄັ່ງຮ້ອນຂອງສັງຄົມ ຜ່ານສື່ມວນຊົນຂອງສະພາແຫ່ງຊາດ, ປະສານສົມທົບ ແລະ ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງການລົງໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ຢູ່ບັນດາກະຊວງ, ອົງການ ໄດ້ຈໍານວນ 6 ພາກສ່ວນ, ຈັດກອງປະຊຸມເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໄດ້ຈໍານວນ 2 ຄັ້ງ.

6.ຈັດຕັ້ງປະເມີນຜົນ ການປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ຄື: ກົດໝາຍ ວ່າດ້ວຍ ສານປະຊາຊົນ, ກົດໝາຍ ວ່າດ້ວຍ ການດຳເນີນຄະດີແພ່ງ, ກົດໝາຍ ວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ ກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ ໃຫ້ແກ່ເປົ້າໝາຍຕ່າງໆຢູ່ຈໍານວນ 9 ແຂວງ.

7. ຄົ້ນຄວ້າການໃຫ້ສັດຕະຍາບັນແກ່ ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຈໍານວນ 3 ສະບັບ.

+ ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ:

ໄດ້ເອົາໃຈໃສ່ຄົ້ນຄວ້າຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດ ດັ່ງນີ້:

1. ໄດ້ພິຈາລະນາ 23 ເນື້ອໃນ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈໍານວນ 20 ສະບັບ. ໃນນີ້, ວຽກງານລັດຖະບານ 5 ສະບັບ, ວຽກງານສະພາແຫ່ງຊາດ 1 ສະບັບ, ວຽກງານອົງການໄອຍະການປະຊາຊົນສູງສຸດ ແລະ ວຽກງານສານປະຊາຊົນສູງສຸດ 4 ສະບັບ, ວຽກງານການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ.

2. ໄດ້ດໍາເນີນກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ຈຳນວນ 7 ຄັ້ງ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນດາເນື້ອໃນຕ່າງໆ ຈໍານວນ 110 ເນື້ອໃນ ແລະ ອອກເປັນມະຕິ ຄະນະປະຈໍາສະພາແຫ່ງຊາດ ຈໍານວນ 101 ສະບັບ.

+ ດ້ານການຕິດຕາມກວດກາ:

1. ໄດ້ເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ ແລະ ເກັບກໍາຂໍ້ມູນວຽກງານຕ່າງໆ ໄດ້ຈໍານວນ 10 ຄັ້ງ ທີ່ພົວພັນກັບການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ການຜັນຂະຫຍາຍເນື້ອໃນກົດໝາຍ ທີ່ເປັນນິຕິກຳໃຕ້ກົດໝາຍ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຕິດພັນກັບ ຄວາມຄືບໜ້າໃນການປະຕິບັດສອງວາລະແຫ່ງຊາດ ແລະ ການຊົດເຊີຍຜົນກະທົບຈາກການລົງທຶນຂອງລັດ.

2. ໄດ້ກະກຽມຄຳຊັກຖາມທີ່ເປັນບັນຫາເຄັ່ງຮ້ອນຂອງສັງຄົມ ເປັນຕົ້ນ ການຂຸດຄົ້ນແຮ່ທາດ, ການເໜັງຕີງຂອງລາຄາສິນຄ້າ, ບັນຫາອັດຕາແລກປ່ຽນ, ການຜະລິດເປັນສິນຄ້າ ທົດແທນການນໍາເຂົ້າ, ບັນຫາໂກຕາຄູ, ການປະລະການຮຽນ ແລະ ບັນຫາແຮງງານທີ່ຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໃກ້ຄຽງ ເພື່ອໃຫ້ລັດຖະບານ, ພາກສ່ວນກ່ຽວຂ້ອງ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX.

3. ຄົ້ນຄວ້າຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ທີ່ສົ່ງເຖິງ ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ເຊິ່ງສັງລວມເອົາບັນຫາຕ່າງໆ ຈໍານວນ 352 ເນື້ອໃນ ສົ່ງໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ. ນອກນັ້ນ, ໄດ້ດຳເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະລັດຖະບານ ເພື່ອພິຈາລະນາເນື້ອໃນສຳຄັນຕ່າງໆ.

4. ໄດ້ຄົ້ນຄວ້າ, ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ ຈໍານວນ 304 ເລື່ອງ, ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ໄດ້ຈຳນວນ 136 ຄັ້ງ.

ນອກຈາການປະຕິບັດພາລະບົດບາດຂອງສະພາແຫ່ງຊາດແລ້ວ ຍັງໄດ້ປະຕິບັດໜ້າທີ່ວຽກງານປິ່ນອ້ອມຈຳນວນໜຶ່ງ ເຊັ່ນ: ໄດ້ດຳເນີນການເລືອກຕັ້ງ ຜູ້ແທນສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ; ປະຕິບັດນະໂຍບາຍໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ ຈຳນວນໜຶ່ງ; ສໍາເລັດການຂຽນຕໍາແໜ່ງງານ ຕິດພັນກັບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂອງສະພາແຫ່ງຊາດ; ເອົາໃຈໃສ່ຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກ ສະພາແຫ່ງຊາດ, ສະມາຊິກ ສະພາປະຊາຊົນຂັ້ນແຂວງ, ພະນັກງານ-ລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ຈໍານວນ 16 ຄັ້ງ.

ໄດ້ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາຂອງ ສະພາແຫ່ງຊາດ ຈໍານວນ 14 ສະບັບ; ຄະນະສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຕິດພັນກັບ ການລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງ ສຳເລັດໃນຂອບເຂດທົ່ວປະເທດ ໄດ້ຈໍານວນ 1.191 ຈຸດ, ມີຜູ້ເຂົ້າຮ່ວມ 125.162 ເທື່ອຄົນ ຍິງ 59.658 ເທື່ອຄົນ.