ໃນວັນທີ 5 ກໍລະກົດ 2023, ທ່ານ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ; ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການບໍລິຫານຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມຄະນະ.

ໂອກາດດັ່ງກ່າວນີ້, ທ່ານ ນາງ ປານີ ຢ່າທໍ່ຕູ້ ພ້ອມດ້ວຍຄະນະ ກໍໄດ້ລົງຢ້ຽມຢາມຈຸດເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1, ຢ້ຽມຢາມຈຸດຄ່ຽນຖ່າຍສິນຄ້າລະຫວ່າງ ລາງມາດຕະຖານ ແລະ ລາງໜຶ່ງແມັດ; ຫຼັງຈາກນັ້ນ, ທ່ານ ອາລຸນແກ້ວ ກິດຕິຄຸນ ກໍໄດ້ກ່າວຕ້ອນຮັບ ທ່ານ ນາງ ປານີ ຢ່າທໍ່ຕູ້ ພ້ອມຄະນະ ທີ່ໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ເຊິ່ງໄດ້ສະແດງເຖິງ ຄວາມເອົາໃຈໃສ່ຂອງການນໍາພັກ-ລັດ ຕໍ່ກັບຜູ້ປະກອບການທາງດ້ານການຂົນສົ່ງທາງບົກ ເພື່ອປຶກສາຫາລືບັນຫາຕ່າງໆໃນຂອດການບໍລິການທີ່ຍັງພົບຄວາມຫຍຸ້ງຍາກ ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວໃຫ້ດີຂຶ້ນ ແລະ ຮັບປະກັນໃຫ້ການບໍລິການມີຄວາມສະດວກວ່ອງໄວຂຶ້ນ. 

ຈາກນັ້ນ, ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດ ຜູ້ດຽວ ໄດ້ລາຍງານຫຍໍ້ກ່ຽວກັບ ໂຄງການພັດທະນາ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ວ່າ:

ໂຄງການພັດທະນາ ທ່າບົກທ່ານາແລ້ງ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປ່ຽນປະເທດລາວຈາກ Land Lock ສູ່ປະເທດ Land Link ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງເຊື່ອມຈອດອະນຸພາກພື້ນ ແລະ ສາກົນ, ເຊິ່ງຈຸດທີ່ຕັ້ງຂອງໂຄງການ ຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າ ລະຫວ່າງ ອາຊຽນ ໄປ ສປ ຈີນ ແລະ ສປ ຈີນ ໄປສູ່ເອີຣົບ, ໂດຍນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ-ຈີນ.

ການພັດທະນາໂຄງການດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ມີຄວາມສໍາຄັນຫຼາຍ ເນື່ອງຈາກວ່າໂຄງການດັ່ງກ່າວ ເປັນຍຸດທະສາດໜຶ່ງຂອງໂຄງການພັດທະນາ Laos Logistics Link ເຊິ່ງເປັນຈຸດເຊື່ອມຕໍ່ຫຼັກຂອງບັນດາການຂົນສົ່ງຫຼາຍຮູບແບບ, ທາງລົດ, ທາງລາງ, ທາງເຮືອ ແລະ ເຊື່ອມໂຍງບັນດາຈຸດພັດທະນາຕ່າງໆ ໃນພາກພື້ນສູ່ສາກົນ ໂດຍມີເປົ້າໝາຍຫຼັກເພື່ອຫຼຸດຕົ້ນທຶນໂລຊິດສະຕິກຂອງປະເທດລາວ.

ນອກຈາກນີ້, ທ່າບົກທ່ານາແລ້ງ ຍັງເປັນ 1 ໃນ 5 ອົງປະກອບຂອງໂຄງການວຽງຈັນໂລຊິດສະຕິກພາກ, ມີສະຖານີຂົນສົ່ງລະຫວ່າງປະເທດ ຕັ້ງຢູ່ຊາຍແດນຫ່າງຈາກຂົວມິດຕະພາບ ລາວ-ໄທ 800 ແມັດ ປະກອບມີ: ສູນໂລຊິດສະຕິກ, ສູນການຜະລິດເພື່ອສົ່ງອອກ, ສູນປະຕິບັດຮັກສາທາດແຫຼວ, ເຂດການຄ້າ, ເຂດປອດພາສີ ແລະ ສູນກາງການເງິນ; ຈຸດພິເສດຂອງເຂດດັ່ງກ່າວ ແມ່ນຕັ້ງຢູ່ເສັ້ນທາງເຊື່ອມຕໍ່ທີ່ສາມາດຂົນສົ່ງສູງ ເນື່ອງຈາກວ່າຕັ້ງຢູ່ເສັ້ນທາງລົດໄຟ ລາວ-ໄທ ແລະ ເສັ້ນທາງລົດໄຟ ລາວ-ຈີນ, ເປັນຈຸດເຊື່ອມການຂົນສົ່ງທາງລົດໄຟ ໄປຍັງປະເທດອ້ອມຂ້າງ ເຊັ່ນ: ມຽນມາ, ໄທ, ກຳປູເຈຍ, ຫວຽດນາມ ແລະ ມາເລເຊຍ.

ຕໍ່ກັບຜົນງານ ແລະ ຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານໃນໄລະຍະຜ່ານມາ ຂອງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ທ່ານ ນາງ ປານີ ຢ່າທໍ່ຕູ້ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງບັນດາຜູ້ປະກອບການ ທີ່ໄດ້ປະຕິບັດຄໍາສັ່ງຕາມການມອບໝາຍຂອງລັດຖະບານ ທີ່ມີສ່ວນຮ່ວມໃນການພັດທະນາທ່າບົກຂອງປະເທດ, ເຊິ່ງປັດຈຸບັນການພັດທະນາໂດຍພື້ນຖານ ແມ່ນສໍາເລັດແລ້ວ ແລະ ໃນອະນາຄົດ ທ່າບົກທ່ານາແລ້ງ ຈະເປັນລັກສະນະກວມລວມທາງດ້ານເຂດອຸດສາຫະກໍາ, ເຂດທ່າບົກ, ຂົນສົ່ງໂລຊິດສະຕິກ, ຂົນສົ່ງສິນຄ້າຜ່ານແດນຕ່າງໆ ທັງມີການບໍລິການອື່ນໆ ໄປພ້ອມ.

ທັງນີ້, ຫວັງວ່າຜູ້ປະກອບການ ຈະພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນເຂດທ່າບົກ ຕິດພັນກັບ ອຸດສາຫະກໍາບໍລິການແບບທັນສະໄໝ ໂດຍຕ້ອງໄດ້ມີການປັບປຸງບັນດາອົງການລັດທີ່ຢູ່ດ່ານສາກົນແຫ່ງນີ້ ເພື່ອແກ້ໄຂບັນຫາການບໍລິການຂົນສົ່ງ ແລະ ສະເໜີໃຫ້ທ່າບົກ ເຊື່ອມກັບທາງລົດໄຟ ເພື່ອຂະຫຍາຍທ່າແຮງຂອງທ່າບົກ ທີ່ເປັນດ່ານຂາເຂົ້າ-ຂາອອກສິນຄ້າ ເຮັດໃຫ້ການບໍລິການຄ່ອງຕົວ, ຊ່ວຍໜູນເຊິ່ງກັນແລະກັນ ເຮັດໃຫ້ສິນຄ້າເພີ່ມບໍລິ ມາດຂົນສົ່ງຜ່ານທ່າບົກ ແລະ ທາງລົດໄຟ.