ສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານຮ່ວມກັນກົມເຕັກໂນໂລຊີ ຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາການຮ່ວມມືພັດທະນານໍາໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ໃນວັນທີ 4 ກໍລະກົດ 2023, ໂດຍມີ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະ ມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມ, ພ້ອມດ້ວຍຫ້ອງການ, ແຂກຮັບເຊີນ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງຂອງການເຊັນສັນຍາດັ່ງກ່າວ ແມ່ນເພື່ອຮ່ວມກັນສຶກສາ, ພັດທະນາ, ຕິດຕັ້ງ ແລະ ນໍາໃຊ້ລາຍເຊັນເອເລັກໂຕຣນິກຂອງສູນອິນເຕີເນັດ ແຫ່ງ ຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ຂອງກະຊວງການເງິນ ເປັນຕົ້ນລະບົບແຈ້ງພາສີປະຕູດຽວແຫ່ງຊາດຂອງກົມພາສີ, ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບ, ບົດສະຫຼຸບລາຍງານການເງິນ-ບັນຊີຂອງບໍລິສັດ, ຫົວໜ່ວຍທຸລະ ກິດ ແລະ ໃບແຈ້ງມອບອາກອນຂອງກົມສ່ວຍສາອາກອນ, ລະບົບຄຸ້ມຄອງຄັງເງິນແຫ່ງຊາດ ໃນການອອກໃບອະນຸມັດລາຍຈ່າຍງົບປະມານ, ໃບຄໍາສັ່ງຈ່າຍເງິນ, ໃບຖອນເງິນຂອງກົມງົບປະມານແຫ່ງລັດ ແລະ ລະບົບຄຸ້ມຄອງເອກະສານ ແບບເອເລັກໂຕຣນິກ ເພື່ອຫຼຸດຜ່ອນຂັ້ນຕອນໃນການດຳ ເນີນເອກະສານແບບເຈ້ຍ, ສົ່ງເສີມການສົ່ງຮັບເອກະສານແບບເອເລັກໂຕຣນິກ ຜ່ານທາງອອນລາຍ ໃຫ້ຮັບປະກັນຄວາມຖືກຕ້ອງ, ປອດໄພ ແລະ ວ່ອງໄວ, ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານການຫັນເປັນທັນສະໄໝຂອງຂະແໜງການເງິນ ພ້ອມທັງເປັນການຊຸກຍູ້ສົ່ງເສີມການຈັດເກັບລາຍຮັບເພີ່ມ ແລະ ຄຸ້ມຄອງການຮົ່ວໄຫຼຂອງລາຍຈ່າຍຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

ທ່ານ ມີນາໄຊ ພິລາວົງ ຫົວ ໜ້າສູນອິນເຕີເນັດແຫ່ງຊາດ ໄດ້ສະເໜີໃຫ້ຮູ້ກ່ຽວກັບຄວາມໝາຍສຳຄັນ ແລະ ຄວາມຈຳເປັນໃນການນຳໃຊ້ລາຍເຊັນເອເລັກໂຕຣນິກ ໃນຍຸກການພັດທະນາເສດຖະກິດ ດິຈິຕອນ ພ້ອມທັງຊີ້ໃຫ້ເຫັນເຖິງການພັດທະນາດັ່ງກ່າວແມ່ນສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດໄລຍະ 5 ປີ (2021-2025) ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ລັດຖະບານ ໄດ້ປະກາດນໍາ ໃຊ້.

ຈາກນັ້ນ, ໃນພິທີກໍໄດ້ລົງນາມໃນເຊັນສັນຍາດັ່ງກ່າວໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ແລະ ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ.

ຂ່າວ: ແກ້ວ