ໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ປິດຊຸດຮຽນ ແລະ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ລະບົບອະນຸປະລິນ ຍາ ຮຸ່ນທີ XVl ໃນວັນທີ 5 ກໍລະກົດ 2023, ໂດຍ ມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະອໍານວຍການ, ພະນັກງານຄູ-ອາຈານ ແລະ ນັກສຶກສາທີ່ສໍາເລັດການສຶກສາຄັ້ງນີ້ເຂົ້າຮ່ວມ.

ພັທ ຄໍາແວ່ນ ສີຫາລາດ ຮອງຫົວໜ້າອໍານວຍການໂຮງຮຽນທິດສະດີການເມືອງ ປກສ ກ່າວວ່າ: ນັກສຶກສາອະນຸປະລິນຍາທິດສະດີການເມືອງ-ການບັນຊາ ຮຸ່ນທີ XVI ແມ່ນໄດ້ເລີ່ມຄົ້ນຄວ້າຮໍ່າຮຽນມາແຕ່ວັນທີ 10 ທັນວາ 2021 ມີນັກສຶກສາຈາກກົມກອງອ້ອມຂ້າງກະຊວງ, ປກສ ແຂວງ ໃນຂອບເຂດທົ່ວປະເທດທັງໝົດ 50 ສະຫາຍ ຍິງ 5 ສະຫາຍ, ຜ່ານປະຕິບັດການສອນຢ່າງເປັນລະບົບຕໍ່ເນື່ອງ ແລະ ຄົບຖ້ວນຕາມເນື້ອໃນໂຄງການຫຼັກສູດທີ່ໄດ້ກຳນົດໄວ້ມີທັງໝົດ 41 ວິຊາ ແລະ 1 ວິຊາເລືອກ, ມີ 86 ໜ່ວຍກິດເທົ່າ ກັບ 1.712 ຊົ່ວໂມງ. ໃນນັ້ນ, ພາກທິດສະດີ ມີ 84 ໜ່ວຍກິດ, ປ້ອງກັນບົດຈົບຊັ້ນມີ 2 ໜ່ວຍກິດ, ຮຽນຕົວຈິງ 936 ຊົ່ວໂມງ, ກຽມສຳມະນາ 175 ຊົ່ວໂມງ, ສຳມະນາ 199 ຊົ່ວໂມງ, ທວນເສັງ 130 ຊົ່ວໂມງ, ໄປທັດສະນະ ສຶກສາ 14 ຊົ່ວໂມງ, ສອບເສັງ 144 ຊົ່ວໂມງ; ຂຽນບົດ 195 ຊົ່ວໂມງ ແລະ ວິຊາເລືອກ 96 ຊົ່ວໂມງ, ປ້ອງກັນໂຄງຮ່າງບົດປ້ອງກັນຈົບຊັ້ນ 7 ຊົ່ວໂມງ ແລະ ປ້ອງກັນບົດຈົບຊັ້ນ 7 ຊົ່ວໂມງ.

ຜ່ານການສຶກສາຄົ້ນຄວ້າຮໍ່າຮຽນ ສາມາດເຮັດໃຫ້ນັກສຶກສາອະນຸປະລິນຍາທິດສະດີການເມືອງ-ການບັນຊາ ຮຸ່ນທີ XVI ມີຄວາມຮູ້ພື້ນຖານທາງດ້ານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເປັນລະບົບຄົບຊຸດ, ຕໍ່ເນື່ອງ ແລະ ເລິກເຊິ່ງ, ບົນພື້ນຖານຄວາມຮູ້ດັ່ງກ່າວນັ້ນນັກສຶກສາໄດ້ມີການປັບປຸງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີນຳພາ-ບັນຊາຂອງຕົນສູງຂຶ້ນຕື່ມອີກບາດກ້າວໜຶ່ງ ທັງມີຄວາມໜັກແໜ້ນ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕໍ່ອຸດົມການ ແລະ ພາລະກິດປະຕິວັດຂອງພັກເຮົາ, ເຊິ່ງມັນໄດ້ເປັນການປຸກລະດົມຄວາມກະຕືລືລົ້ນ, ຄວາມຕັດສິນໃຈສູງ ແລະ ນໍ້າໃຈຟົດຟື້ນປະຕິ ວັດ ເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ.

ໃນພິທີ, ກໍໄດ້ມີການມອບໃບປະກາສະນີຍະບັດໃຫ້ນາຍຕຳຫຼວດ ທີ່ສຳເລັດການສຶກສາຄັ້ງນີ້, ພ້ອມທັງມອບໃຍຍ້ອງຍໍນັກສຶກສາທີ່ຮຽນດີຮຽນເກັ່ງ ແລະ ປະຕິບັດລະບຽບໄດ້ດີ 12 ສະຫາຍ ຍິງ 3 ສະຫາຍ ໃຫ້ກຽດມອບໂດຍ ພັອ ຊາຍຄອງ ເພັດຊະວົງ ຫົວໜ້າອໍານວຍການໂຮງຮຽນທິດສະດີການເມືອງ ປກສ.

ໂອກາດດັ່ງກ່າວ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຍັງໄດ້ໂອ້ລົມ ພ້ອມທັງເນັ້ນໃຫ້ຜູ້ທີ່ສໍາເລັດການສຶກສາຄັ້ງນີ້ຕ້ອງເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີອຸດົມການທີ່ຖືກຕ້ອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ມີແບບແຜນເຮັດວຽກທີ່ດີ, ກາຍເປັນພະນັກງານນຳພາ-ບັນຊາໃນທຸກຂົງເຂດວຽກງານ, ມີຄວາມສາມາດໂຄສະນາເຜີຍແຜ່ແນວທາງ ເເລະ ເເຜນນະໂຍບາຍ, ຊຸກຍູ້ປຸກລະດົມຂະບວນການຕ່າງໆຢູ່ໃນກົມກອງທ້ອງຖິ່ນຕົນໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນ.

ຂ່າວ: ຄຳໂຖ