ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ກໍລະກົດ 2023, ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ. ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວວ່າ: ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນສະບັບທໍາອິດ ປະກອບມີ VI ພາກ, 27 ມາດຕາ, ເຊິ່ງເປັນພື້ນຖານໃຫ້ແກ່ການສ້າງຕັ້ງອົງການໄອຍະການປະຊາຊົນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ຜ່ານມາກົດໝາຍດັ່ງກ່າວ, ໄດ້ຮັບການປັບປຸງມາແລ້ວ 3 ຄັ້ງ ຄື: ປັບປຸງປີ 2003, 2009 ແລະ ປີ 2017 ສ່ວນກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາສະບັບທໍາອິດປະກອບມີ VIII ພາກ, 10 ໝວດ ແລະ 96 ມາດຕາ ກົດໝາຍດັ່ງກ່າວ, ໄດ້ກໍານົດຫຼັກການພື້ນຖານໃນການດໍາເນີນຄະດີອາຍາ, ສິດ ແລະ ໜ້າທີ່ຂອງອົງການດໍາເນີນຄະດີ, ສິດ ແລະ ພັນທະ ຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ, ບັນດາມາດຕະການສືບສວນ-ສອບສວນ, ມາດຕະການສະກັດກັ້ນ, ຂັ້ນຕອນການດໍາເນີນຄະດີອາຍາ, ກໍານົດສິດໃນການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ ແລະອື່ນໆ; ເຊິ່ງໄລຍະຜ່ານມາ, ກົດໝາຍດັ່ງກ່າວໄດ້ຮັບການປັບປຸງມາແລ້ວ 3 ຄັ້ງ ຄື: ປັບປຸງປີ 2004, 2012 ແລະ ປີ 2017.

ກົດໝາຍທັງສອງສະບັບນີ້, ເປັນນິຕິກໍາສໍາຄັນຮັບປະກັນໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນ ແລະ ອົງການດໍາເນີນຄະດີອາຍາອື່ນ, ແນໃສ່ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ການສະກັດກັ້ນການກະທໍາຜິດ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ສຶກສາອົບຮົມພົນລະເມືອງໃຫ້ເຄົາລົບ ແລະ ປະຕິບັດກົດໝາຍ, ປະກອບສ່ວນໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ປະຊາຊົນລາວບັນດາເຜົ່າ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເປັນພື້ນຖານໃຫ້ແກ່ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຫຼາຍສະບັບ ເພື່ອເປັນບ່ອນອີງໃຫ້ແກ່ອົງການດໍາເນີນຄະ ດີອາຍາໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນຕໍ່ຂະບວນຍຸຕິທໍານັບມື້ນັບຫຼາຍຂຶ້ນ. ແຕ່ເຖິງຢ່າງໃດກໍ ຕາມການໂຄສະນາເຜີຍແຜ່ກົດໝາຍ ຍັງບໍ່ສາມາດລົງສູ່ຮາກຖານໄດ້ຢ່າງທົ່ວເຖິງ, ປະຊາຊົນຈໍານວນຫຼາຍບໍ່ທັນຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ, ອົງການດໍາເນີນຄະດີອາຍາ ແລະ ການສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ພໍ່ແມ່ປະຊາຊົນຍັງບໍ່ທັນທົ່ວເຖິງ ເປັນຕົ້ນເຂດທີ່ຫ່າງໄກສອກຫຼີກຍັງບໍ່ທັນເຂົ້າໃຈກ່ຽວກັບຂັ້ນຕອນການດໍາເນີນຄະດີອາຍາ; ນອກນີ້, ການຍົກສູງສະຕິເຄົາ ລົບ ແລະ ປະຕິບັດກົດໝາຍຂອງພະນັກງານໄອຍະການ, ແລະ ພະນັກງານປົກ ປ້ອງກົດໝາຍລວມທັງກົນໄກການ ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

ໃນຕໍ່ໜ້າ, ຈະສືບຕໍ່ໂຄສະນາ ເຜີຍແຜ່ກົດໝາຍ ເພື່ອໃຫ້ອົງການຈັດຕັ້ງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໄດ້ຮູ້ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການດໍາເນີນຄະດີອາຍາ ແລະ ຂັ້ນຕອນການດໍາເນີນຄະດີອາຍາຢ່າງທົ່ວເຖິງ; ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍສອງສະບັບນີ້ ເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາໃຫ້ທັນກັບສະພາບການ ແລະ ແທດເໝາະກັບສະພາບເປັນຈິງ; ສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນກັບອົງການດໍາເນີນຄະດີອາຍາອື່ນ, ອົງການປົກຄອງ ແລະ ອົງການກ່ຽວຂ້ອງໃຫ້ມີຄວາມກົມກຽວ; ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ ເພື່ອຮັບປະກັນປະສິດທິຜົນໃນການປະຕິບັດໜ້າທີ່ ທີ່ຮັບຜິດຊອບ; ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ໂດຍສະເພາະບັນດາມາດຕາທີ່ໄດ້ ກໍານົດໃຫ້ຜັນຂະຫຍາຍໃຫ້ສໍາເລັດ.

ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍງານດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນສົມ ບູນຄົບຖ້ວນ ແນໃສ່ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ການສະກັດກັ້ນການກະທໍາຜິດ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ.

ຂ່າວ: ລັດດາວັນ