ໃນຕອນບ່າຍວັນທີ 4 ກໍລະກົດ 2023, ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາໜ້າທີ່ຂອງທ່ານ ນາງ ຊາຣາ ເຊັກເກັນ ຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ເນື່ອງໃນ ໂອກາດສຳເລັດການປະຕິບັດໜ້າທີ່ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ພົທ ກົງທອງ ພົງວິຈິດ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການປະຕິບັດໜ້າ ທີ່ໃນໄລຍະຜ່ານມາຢູ່ ສປປ ລາວ ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງອົງການ ໂດຍສະເພາະຕໍ່ກັບທ່ານ ນາງ ຊາຣາ ເຊັກເກັນ ຜູ້ປະ ສານງານອົງການ ສປຊ ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນການພັດທະນາວຽກງານດ້ານຕ່າງໆຢູ່ໃນ ສປປ ລາວ ເປັນຕົ້ນແມ່ນວຽກງານທີ່ນອນຢູ່ຂົງເຂດຂອງກະຊວງປ້ອງກັນຄວາມສະຫງົບ, ພ້ອມຂໍໃຫ້ການເດີນທາງກັບປະເທດມີຄວາມປອດໄພ ແລະ ຫວັງຢ່າງຍິ່ງວ່າຈະໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມມືກັນຕື່ມອີກ.

ໂອກາດດຽວກັນນີ້, ທ່ານ ນາງ ຊາຣາ ເຊັກເກັນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະ ຫງົບ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ ທີ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ, ອໍານວຍຄວາມສະດວກຕະຫຼອດໄລຍະຜ່ານມາຂອງຕົນໃນການປະຕິບັດໜ້າທີ່ເປັນຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ແລະ ພ້ອມທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນວຽກງານຕ່າງໆຢູ່ ສປປ ລາວ ໂດຍສະເພາະແມ່ນວຽກງານທີ່ນອນຢູ່ໃນຂົງເຂດຂອງກະຊວງປ້ອງກັນຄວາມສະຫງົບ.

ຂ່າວ: ແກ້ວ