ເພື່ອຮັບປະກັນດ້ານພະລາທິການໃຫ້ແກ່ ການເຄື່ອນໄຫວວິຊາສະເພາະ ແລະ ລ້ຽງດູກໍາລັງຕາມທັດສະນະຂອງພັກ (ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ), ຄະນະພັກ-ຄະນະບັນຊາ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ມີການຄົ້ນຄວ້າປຶກສາຫາລືເປັນເອກະພາບ ຈັດຕັ້ງທໍາການຜະລິດຂອງ ກົມໃຫຍ່ການເມືອງ ຂຶ້ນດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບ, ໂດຍແມ່ນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ 1 ທ່ານ ເປັນຫົວໜ້າຄະນະ, ຄະນະຫ້ອງການກົມໃຫຍ່ ເປັນຮອງ ແລະ ປະກອບມີບັນດາສະຫາຍ ຢູ່ບັນດາກົມກອງຈໍານວນໜຶ່ງ ເປັນຄະນະ.

ເຊິ່ງ ຄະນະພັກ-ຄະນະບັນຊາ ໄດ້ຈັດຕັ້ງບຸກເບີກປ່າ, ປັບພື້ນທີ່ດິນ, ປັບປຸງພື້ນທີ່ໜອງປາ, ປຸກສ້າງຟາມໄກ່ ແລະ ກໍ່ສ້າງຮ້ານຄ້າສະດວກຊື້-ຮ້ານອາຫານ ຢູ່ໂຮງຮຽນວັດທະນະທໍາ ຫຼັກ 67 ແລະ ຫຼັກ 62 ເພື່ອທໍາການຜະລິດ ໂດຍແມ່ນ ພະແນກການຜະລິດ ຂຶ້ນກັບ ຫ້ອງການກົມໃຫຍ່ການເມືອງ ປກສ ແລະ ໂຮງຮຽນວັດທະນະທໍາ ຫຼັກ 67 ເປັນຜູ້ຮັບຜິດຊອບໂດຍກົງ.

+ ພັທ ພອນໄຊ ລັດສະໝີ ຫົວໜ້າພະແນກການຜະລິດ ກ່າວໃນກອງປະຊຸມສະຫຼຸບວຽກງານການຜະລິດ ປີ 2022 ແລະ ທິດທາງແຜນການ ປີ 2023 ຂອງກົມໃຫຍ່ການເມືອງ ປກສ ໃຫ້ຮູ້ວ່າ:

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງເຄື່ອນໄຫວວຽກງານການຜະລິດ 4 ປູກ 4 ລ້ຽງ, ຜັນຂະຫຍາຍຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ຄະນະພັກ-ຄະນະບັນຊາ ກົມໃຫຍ່ການເມືອງ ປກສ ມີທິດນຳພາ-ຊີ້ນຳໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອນໍາເອົາຜົນປະໂຫຍດ ແລະ ຜົນສໍາເລັດມາສູ່ກົມກອງລວມໝູ່ ກໍຄື ກົມໃຫຍ່ການເມືອງ ປກສ, ສືບຕໍ່ປັບປຸງບູລະນະອັນທີ່ມີແລ້ວ ເປັນຕົ້ນ: ໄມ້ວິກ, ໜອງປາ, ຄອກໄກ່, ໄກ່ໄຂ່, ສ່ວນຫຍ້າ ແລະ ອື່ນໆ ທີ່ຕົນເອງຮັບຜິດຊອບ.

ແບ່ງຄວາມຮັບຜິດຊອບໃຫ້ພະນັກງານວິຊາການ ເອົາໃຈໃສ່ໃນການເບິ່ງແຍງລ້ຽງເກືອປາ, ໄກ່ພັນໄຂ່ໃຫ້ເປັນປົກກະຕິ ເພື່ອແນໃສ່ສະໜອງໄຂ່ໄກ່ ແລະ ປາ ໃຫ້ພາກສ່ວນຕ່າງໆ ກໍຄື ຈໍາໜ່າຍໃນທ້ອງຕະຫຼາດ.

ສືບຕໍ່ຂະຫຍາຍແນວພັນຫຍ້າແນເປຍ, ເຮັດໜອງປາອະນຸບານ, ກະກຽມສະຖານທີ່ເພາະພັນລູກປາ, ລູກກົບ ເພື່ອສະໜອງໃຫ້ແນວພັນການປູກ, ການລ້ຽງໃຫ້ປະຊາຊົນອ້ອມຂ້າງ ພ້ອມທັງປູກພືດຊະນິດຕ່າງໆ ສົ່ງເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ.

ສືບຕໍ່ສ້າງແຜນລວມ, ແຜນການລະອຽດ, ສ້າງບົດວິພາກໂຄງການລ້ຽງສັດປະເພດຕ່າງໆ ເປັນຕົ້ນ: ສ້າງຟາມລ້ຽງງົວ, ຟາມລ້ຽງໄກ່ພັນໄຂ່, ໄກ່ພັນຊີ້ນ, ລ້ຽງໝູ ແລະ ສັດຊະນິດຕ່າງໆໆ.

ປະສານສົມທົບກັບບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງ ແລະ ພົວພັນເຖິງວຽກງານການຜະລິດຢູ່ພາຍໃນ ແລະ  ຕ່າງປະເທດ ເພື່ອດຶງດູດເອົາທຶນມາພັດທະນາວຽກງານການຜະລິດຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ.

ໃນ 1 ປີຜ່ານມາ, ຄະນະຮັບຜິດຊອບ ພະແນກການຜະລິດຂອງຫ້ອງການກົມໃຫຍ່ການເມືອງ ປກສ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານປູກຝັງ ແລະ ລ້ຽງສັດ ດັ່ງນີ້: ວຽກງານການຜະລິດ ຢູ່ຫຼັກ 67 ມີຟາມໄກ່ໄຂ່ 2 ຫຼັງ, ຫຼັງທີ 1 ໄດ້ນໍາໄກ່ເຂົ້າ ຈຳນວນ 1.000 ໂຕ, ປັດຈຸບັນຍັງມີໄກ່ 857 ໂຕ  ແລະ ສາມາດເກັບໄຂ່ໄດ້ ແຕ່ວັນທີ 11 ພະຈິກ 2021 ຫາ ວັນທີ 30 ທັນວາ 2022 ຈໍານວນ 310.307 ໜ່ວຍ, ຈໍານວນແຕະ 10.343 ແຕະ, ສາມາດສ້າງລາຍຮັບໄດ້ຈາກການຂາຍໄຂ່ ຄິດເປັນມູນຄ່າເງິນ 383.550.000 ກີບ.

ຟາມໄກ່ພັນໄຂ່ ຫຼັງທີ 2ໄດ້ນໍາໄກ່ເຂົ້າ 4.660 ໂຕ, ປັດຈຸບັນຍັງໄກ່ 4.505 ໂຕ ແລະ ສາມາດເກັບໄຂ່ໄດ້ ແຕ່ວັນທີ 1 ກັນຍາ 2022 ຫາ 30 ທັນວາ 2022 ຈໍານວນ 329.878 ໜ່ວຍ, ຈໍານວນແຕະ 10.995 ແຕະ ແລະ ສາມາດສ້າງລາຍໄດ້ຈາກການຂາຍໄຂ່ ຄິດເປັນເງິນທັງໝົດ 720.764.000 ກີບ.

ການລ້ຽງປາ ແມ່ນສາມາດເກັບກູ້ປາ ໃນໜອງເບີ 9 ໄດ້ທັງໝົດປະມານ 3 ໂຕນ, ສາມາດສ້າງລາຍຮັບໄດ້ 27.662.000 ກີບ ແລະ ປາທີ່ບໍ່ໄດ້ຕາມຂະໜາດ ແມ່ນໄດ້ປ່ອຍລົງໜອງປາ ຢູ່ຫຼັກ 62; ສ່ວນການເກັບກູ້ປາ ໃນໜອງເບີ 8 ໄດ້ທັງໝົດປະມານ 243 ກິໂລກຼາມ, ສາມາດສ້າງລາຍຮັບໄດ້ 6.075.000 ກີບ ແລະ ປາທີ່ບໍ່ໄດ້ຕາມຂະໜາດ ແມ່ນໄດ້ປ່ອຍລົງໜອງປາ ຢູ່ຫຼັກ 62.

ພື້ນທີ່ເຮັດການປູກຝັງ ໄດ້ສຳເລັດການບຸກເບີກປ່າ ສຳລັບປີ 2022 ໃນເນື້ອທີ່ 53 ເຮັກຕາ ພ້ອມທັງສາມາດປູກໄມ້ວິກໄດ້ທັງໝົດ 27.000 ຕົ້ນ (ບໍລິສັດ ບົວລະພາ ເປັນຜູ້ສະໜອງໃຫ້ລ້າ). ຕໍ່ມາ, ໄດ້ປູກທົດແທນເບ້ຍໄມ້ວິກທີ່ຕາຍ ຈຳນວນ 4 ຄັ້ງ ລວມເປັນ 7.550 ຕົ້ນ, ໄດ້ປູກຕົ້ນກ້ວຍ ໃນເນື້ອທີ່ 1,35 ເຮັກຕາ ສາມາດປູກຕົ້ນກ້ວຍທັງໝົດ ຈໍານວນ 920 ຕົ້ນ, ຄິດໄລ່ເປັນມູນຄ່າ ຈຳນວນ 4.600.000 ກີບ ແລະ ເກັບກູ້ເຂົ້າໄຮ່ໄດ້ຈໍານວນ 17 ເປົາ.

ສູນການຜະລິດ ຫຼັກ 62 ໄດ້ເອົາປາທີ່ຫຼຸດເກດ ຢູ່ໜອງເບີ 9 ຫຼັກ 67 ມາປ່ອຍໃສ່ໜອງປາໃຫຍ່ ຢູ່ຫຼັກ 62 ຈໍານວນ 1.200 ກິໂລກຼາມ; ນອກຈາກນັ້ນ, ກໍຍັງໄດ້ຈັດຕັ້ງນໍາພາອ້າຍນ້ອງການຜະລິດ ເຮັດຮົ້ວຢູ່ຫຼັກ 62 ມີຄວາມຍາວທັງໝົດ 800 ແມັດ, ປັດຈຸບັນ ໄດ້ລ້ອມຮົ້ວສໍາເລັດ 100%.