ສະຫາຍ ພົຈວ ໜູໃບ ອິນທິສານ ຄະນະພັກກະຊວງ ປກສ ເລຂາຄະນະພັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ຂຶ້ນປະກອບຄຳເຫັນຕໍ່ ກອງປະຊຸມຄົບຄະນະກາງສະໄໝ ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໃນຫົວຂໍ້ “ການປັບປຸງກຳລັງປ້ອງກັນຄວາມສະຫງົບຂັ້ນຮາກຖານ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ” ໂດຍລວມແລ້ວແມ່ນຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ລວມທັງຜົນງານຂອງການປັບປຸງກຳລັງປ້ອງກັນຄວາມສະຫງົບຂັ້ນຮາກຖານ ກໍຄື ກຳລັງ ປກສ ກຸ່ມບ້ານ ຕິດພັນກັບ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ແມ່ນມີຜົນສຳເລັດໂດຍພື້ນຖານ.

+ ສຳລັບຜົນໄດ້ຮັບຂອງການປັບປຸງກຳລັງ ປກສ ບ້ານ, ສະຫາຍ ພົຈວ ໜູໃບ ອິນທະສານ ໃຫ້ຮູ້ວ່າ:

ກຳລັງ ປກສ ກຸ່ມບ້ານ ແມ່ນພາກສ່ວນວິຊາສະເພາະໜຶ່ງ ທີ່ຂຶ້ນກັບ ກອງບັນຊາການ ປກສ ເມືອງ, ເທດສະບານເມືອງ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ປກສ ເມືອງ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນຂອບເຂດກຸ່ມບ້ານທີ່ຮັບຜິດຊອບ.

ການຈັດຕັ້ງປະຕິບັດວຽກງານຂອງ ປກສ ກຸ່ມບ້ານ ໃນໄລຍະຜ່ານມາ ຖືວ່າແມ່ນເຮັດໄດ້ດີ, ເປັນຜູ້ປະເຊີນໜ້າກັບສະພາບສັງຄົມຕົວຈິງ ຢູ່ໃນຂັ້ນພື້ນຖານ ທັງເປັນຜູ້ເຮັດຕົວຈິງກ່ຽວກັບ ການຄຸ້ມຄອງກຳແໜ້ນການປ່ຽນແປງຕ່າງໆຂອງພົນລະເມືອງ ຕາມຫຼັກການວິຊາສະເພາະ, ກຳແໜ້ນເປົ້າໝາຍປະເພດຕ່າງ ທີ່ພົວພັນເຖິງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ນຳພາປັບປຸງກໍ່ສ້າງກຳລັງ ປກສ ບ້ານ ໃຫ້ຮູ້ເຄື່ອນໄຫວວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ໃນຂອບເຂດຕົນຮັບຜິດຊອບ.

ກຳລັງ ປກສ ກຸ່ມບ້ານ ເປັນກຳລັງທີ່ລົງໃກ້ຊິດຕິດແທດກັບປະຊາຊົນ, ກໍາພື້ນທີ່ຫຼໍ່ແຫຼມ, ນໍາພາອຳນາດການປົກຄອງ ເຄື່ອນໄຫວເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ເປັນຈຳນວນຫຼາຍ ແລະ ເຂົ້າຮ່ວມສ້າງບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລຽນ, ສ້າງທ່າສະໜາມ, ທ່າປ້ອງກັນບໍລິເວນຕົວເມືອງ ຮ່ວມກັບ ກະຊວງປ້ອງກັນປະເທດ.

ຜ່ານມາ, ກົມວິຊາສະເພາະ ກໍໄດ້ມີແຜນປັບປຸງຄົ້ນຄວ້ານຳສະເໜີຂັ້ນເທິງ ຮັກສາກົງຈັກໄວ້ ແຕ່ຕ້ອງປັບປຸງດ້ານບຸກຄະລະກອນ ແລະ ກໍມີຫຼາຍພາກສ່ວນ, ຂັ້ນແຂວງ, ຂັ້ນສູນກາງ ໄດ້ຕີລາຄາກ່ຽວກັບ ປກສ ກຸ່ມບ້ານ; ໃນໄລຍະຜ່ານມາ, ແມ່ນປະຕິບັດໜ້າທີ່ຮັກສາຄວາມສະຫງົບຢູ່ຮາກຖານ ໄດ້ເປັນຢ່າງດີໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ.

ຄຽງຄູ່ກັນນີ້, ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ງປວງຊົນຮອບດ້ານ ກໍໄດ້ປະຕິບັດຕາມແຜນການຂອງ ກະຊວງປ້ອງກັນຄວາມສະຫງົບ ແມ່ນໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ໃນຂອບເຂດທົ່ວປະເທດ ຈຳນວນພະນັກງານທີ່ລົງກໍ່ສ້າງຮາກຖານທັງໝົດມີ 1.000 ກວ່າສະຫາຍ, ບັນຈຸເຂົ້າໃນ 11 ກອງກໍ່ສ້າງຮາກຖານ ປະຈໍາຢູ່ 6 ແຂວງ ແລະ 1 ນະຄອນຫຼວງວຽງຈັນ; ພະນັກງານບັນຈຸຢູ່ແຕ່ລະກອງ ປະກອບມີ ພະນັກງານອ້ອມຂ້າງກະຊວງ 60 ກວ່າສະຫາຍ, ພະນັກງານກົມ (509) 400 ກວ່າສະຫາຍ ແລະ ພະນັກງານ ປກສ ແຂວງ-ເມືອງ 500 ກວ່າສະຫາຍ.

ສະເພາະກຳລັງຈາກ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ສ່ວນໜຶ່ງແມ່ນກຳລັງທີ່ຮຽນຈົບວິຊາສະເພາະ ຈາກວິທະຍາຄານຕຳຫຼວດປະຊາຊົນ ແລະ ວິທະຍາຄານສັນຕິບານປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ, ກຳລັງດັ່ງກ່າວ ເມື່ອຈົບພັນທະແລ້ວ ກົມໃຫຍ່ການເມືອງ ຈະໄດ້ມີການຖອນ, ສັບຊ້ອນໄປປະຈຳການຢູ່ກົມກອງອ້ອມຂ້າງກະຊວງ ແລະ ບັນດາ ປກສ ແຂວງ.

ໃນທ້າຍປີ 2022, ໄດ້ມີການປັບປຸງຍົກຍ້າຍ ແລະ ຂະຫຍາຍພື້ນທີ່ຮັບຜິດຊອບຂອງພະນັກງານກໍ່ສ້າງຮາກຖານ, ຂະຫຍາຍຄວາມຮັບຜິດຊອບຂອງ ກອງກໍ່ສ້າງຮາກຖານຢູ່ແຕ່ລະຈຸດ ທີ່ເຫັນວ່າມີຄວາມຈໍາເປັນ ໂດຍອີງຕາມການສະເໜີຂອງແຂວງ-ເມືອງ; ການຫັນລົງກໍ່ສ້າງຮາກຖານຂອງພວກເຮົາ ແມ່ນລົງ 2 ຮູບແບບ ຄື: ລົງແບບມູນເຊື້ອຫັນລົງຕາມສາຍຕັ້ງວິຊາສະເພາະ ແລະ ລົງຕາມຂະບວນການຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບ ວຽກງານ 3 ສ້າງ, ຕາມ 3 ຂົງເຂດຂອງ ກະຊວງປ້ອງກັນຄວາມສະຫງົບ ວາງອອກ.

+ ສະຫາຍ ພົຈວ ໜູໃບ ອິນທິສານ ກ່າວວ່າ:

ການຫັນລົງກໍ່ສ້າງຮາກຖານຢູ່ແຕ່ລະຂົງເຂດ ແມ່ນມີຄວາມແຕກຕ່າງກັນ ໂດຍອີງໃສ່ຈຸດພິເສດຂອງແຕ່ລະທ້ອງຖິ່ນ ແລະ ມີການສ້າງເປັນແຜນແມ່ບົດ, ແຜນການໃນການຈັດຕັ້ງປະຕິບັດການລົງກໍ່ສ້າງຮາກຖານການເມືອງ ເພື່ອເຮັດໜ້າທີ່ປຸກລະດົມຂົນຂວາຍປະຊາຊົນ ຮ່ວມມືໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂດຍຈັດຕັ້ງປະຕິບັດຫຼາຍວິທີການ ເປັນຕົ້ນແມ່ນ ລົງເລິກຊີ້ນຳກຳລັງ ປກສ ກຸ່ມບ້ານ ເຄື່ອນໄຫວເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບຢູ່ຂັ້ນຮາກຖານ, ຄຸ້ມຄອງຕິດຕາມບັນດາເປົ້າໝາຍຕ່າງໆ, ນຳພາ-ຊີ້ນຳກຳລັງ ປກສ ບ້ານ ຮູ້ເຄື່ອນໄຫວເຮັດໜ້າທີ່ຄຸ້ມຄອງພົນລະເມືອງ, ເຮັດວຽກງານປ້ອງກັນຄວາມສະຫງົບບ້ານ, ປຸກລະດົມຂົນຂວາຍຊັ້ນຄົນຕ່າງໆ ເພື່ອໃຫ້ເຂົາເຈົ້າປະກອບສ່ວນເຂົ້າໃນວຽກງານງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຮັດໃຫ້ທ້ອງຖິ່ນຮາກຖານ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີໂດຍພື້ນຖານ; ບັນຫາທີ່ໄດ້ຮັບການແກ້ໄຂຫຼາຍກວ່າໝູ່ ແມ່ນສະພາບປະກົດການຫຍໍ້ທໍ້, ການຄ້າຂາຍ-ເສບຢາເສບຕິດ, ຄ້າຂາຍເຖື່ອນ ເຊິ່ງສາມາດເຂົ້າຮ່ວມຂະບວນການແກ້ໄຂ ແລະ ຢຶດຢາບ້າ, ເງິນ, ອາວຸດປືນ, ລົດໃຫຍ່ ແລະ ຂອງກາງເປັນຈໍານວນຫຼວງຫຼາຍ.

ພາຍຫຼັງຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ເຫັນວ່າ ມີຫຼາຍຈຸດໄດ້ຮັບຜົນສຳເລັດໂດຍພື້ນຖານ, ສະພາບປະກົດການຫຍໍ້ທໍ້ຕ່າງໆ ໄດ້ຮັບການແກ້ໄຂ, ອຳນາດການປົກຄອງບ້ານ ໄດ້ຮັບການປັບປຸງ, ມີຄວາມໜັກແໜ້ນເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ສາມາດຖອນກຳລັງກໍ່ສ້າງຮາກຖານ ໄປປະຈຳການຢູ່ບ່ອນໃໝ່ ຕາມທິດຊີ້ນຳຂອງຂັ້ນເທິງ ຄື: ໄດ້ຖອນຈາກເມືອງປາກທາ ແຂວງບໍ່ແກ້ວ, ເມືອງສິງ ແຂວງຫຼວງນໍ້າທາ, ເມືອງວຽງທອງ ແຂວງບໍລິຄຳໄຊ, ພະນັກງານກໍ່ສ້າງຮາກຖານຈຳນວນໜຶ່ງ ກໍໄດ້ເຕີບໃຫຍ່ຈາກຮາກຖານໄດ້ຮັບການຍ້ອງຍໍ, ເລື່ອນຊັ້ນ ແລະ ເລື່ອນຕຳແໜ່ງ.

ເພື່ອເຮັດໃຫ້ການປັບປຸງກຳລັງປ້ອງກັນຄວາມສະຫງົບຂັ້ນຮາກຖານ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໄດ້ຮັບຜົນສຳເລັດຍິ່ງຂຶ້ນ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈະເພີ່ມທະວີການປຸກລະດົມໃຫ້ກົມກອງ ນັບແຕ່ສູນກາງຮອດທ້ອງຖິ່ນ ຕ້ອງມີຄວາມເປັນເອກະພາບ ແລະ ຕັດສິນໃຈປະກອບກຳລັງ ປກສ ກຸ່ມບ້ານ ໃຫ້ຄົບຖ້ວນຕາມແຜນກຳນົດ ເຊິ່ງບຸກຄະລາກອນຕ້ອງໄດ້ຜ່ານໂຮງຮຽນຢ່າງເປັນລະບົບຄົບຊຸດ, ຫຼີກລ່ຽງບໍ່ເອົາຜູ້ທີ່ບໍ່ຄົບມາດຖານເງື່ອນໄຂ ແລະ ເສຍທາດຂາດຄຸນ ໄປລົງປະຈຳການຢູ່ ປກສ ກຸ່ມບ້ານ.

ຂະແໜງການວິຊາສະເພາະຂັ້ນແຂວງ, ຂັ້ນເມືອງ ຕ້ອງນຳເອົາວຽກງານວິຊາສະເພາະ ມາຝຶກອົບຮົມໃຫ້ກຳລັງ ປກສ ກຸ່ມບ້ານ-ປກສ ບ້ານ ຢ່າງເໝາະສົມ ພ້ອມທັງປັບປຸງຫ້ອງການ ແລະ ທີ່ພັກອາໄສໃຫ້ແກ່ກຳລັງ ປກສ ກຸ່ມບ້ານ ຢ່າງເໝາະສົມ, ປະກອບອຸປະກອນພາຫະນະທີ່ຈຳເປັນ ແລະ ມີງົບປະມານບໍລິຫານຫ້ອງການ, ຂອດປະຕິບັດນະໂຍບາຍຍ້ອງຍໍເລື່ອນຊັ້ນ ແລະ ອື່ນໆ ໃຫ້ຄືກັບພະແນກການອື່ນຂອງ ປກສ ເມືອງ.

ສົມທົບກັບ ກຳລັງປ້ອງກັນຊາດ ສ້າງບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບລຽນຕິດ, ສ້າງທ່າສະໜາມຈັ່ງ, ທ່າປ້ອງກັນບໍລິເວນຕົວເມືອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ; ສືບຕໍ່ເກັບກຳ, ຄຸ້ມຄອງການເໜັງຕີງຂອງພົນລະເມືອງ ໃຫ້ເຂົ້າສູ່ລະບຽບຫຼັກການຢ່າງເຂັ້ມງວດ ເພື່ອກຳໄດ້ເປົ້າໝາຍທີ່ເຄື່ອນໄຫວບໍ່ດີພາຍໃນກຸ່ມບ້ານ ແລະ ກຸ່ມບ້ານອື່ນ.

ສຳລັບວຽກງານກໍ່ສ້າງຮາກຖານການເມືອງ ຈະສືບຕໍ່ກຳນົດຈຸດຫຼໍ່ແຫຼມຢູ່ບາງແຂວງ ບ່ອນທີ່ມີຄວາມສ່ຽງ ແລະ ຈຳເປັນ ເພື່ອສະເໜີຂັ້ນເທິງພິຈາລະນາ; ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ຕາມ 3 ຂົງເຂດ ຂອງກະຊວງປ້ອງກັນຄວາມສະຫງົບ ຕາມ 4 ເນື້ອໃນ 4 ຄາດໝາຍ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ; ນຳພາສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ພ້ອມທັງສ້າງແຜນເກັບກູ້ອາວຸດເສິກ-ອາວຸດລ່າເນື້ອ, ເກັບກຳຄຸ້ມຄອງບັນດາເຮືອນພັກ, ເຮືອນເຊົ່າຫ້ອງແຖວ ແລະ ໂຮງແຮມ ເພື່ອກຳແໜ້ນບັນດາເປົ້າໝາຍຕ່າງໆ.

ສືບຕໍ່ແກ້ໄຂບັນດາປະກົດຫຍໍ້ທໍ້ ໜໍ່ແໜງຄວາມບໍ່ສະຫງົບຢູ່ແຕ່ລະຂົງເຂດ ໂດຍຕິດພັນກັບ ການປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທຳ ຢູ່ບັນດາຈຸດຫຼໍ່ແຫຼມທີ່ມີກຳລັງລົງກໍ່ສ້າງຮາກຖານ; ສືບຕໍ່ປະສານສົມທົບກັບຂະແໜງການກ່ຽວຂ້ອງ ລົງເກັບກຳຂໍ້ມູນຂອງຄົນຕ່າງປະເທດທີ່ບໍ່ຖືກຕ້ອງ ເພື່ອສົ່ງໃຫ້ຂະແໜງການກ່ຽວຂ້ອງ ແກ້ໄຂຕາມລະບຽບກົດໝາຍ; ສືບຕໍ່ປະສານສົມທົບກັບ ຂະແໜງການຂອງເມືອງ-ແຂວງ ເພື່ອປັບປຸງ ແລະ ຍົກສູງຄຸນນະພາບວຽກງານກໍ່ສ້າງຮາກຖານ ໃຫ້ແທດເໝາະກັບສະພາບຄວາມເປັນຈິງແຕ່ລະໄລຍະ ແລະ ພ້ອມກັນຕີລາຄາຜົນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ປະຕິບັດນະໂຍບາຍຕ່າງໆ ຕໍ່ກັບພະນັກງານການເມືອງ ຢ່າງເໝາະສົມ.