ກອງປະຊຸມພົບປະສອງຝ່າຍ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສາທາລະນະລັດ ກູບາ ເພື່ອເສີມສ້າງສາຍພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານກົດໝາຍ ແລະ ຍຸຕິທໍາ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2023 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ຝ່າຍລາວມີ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ, ຝ່າຍກູບາແມ່ນ ທ່ານ ອົສກຣາ ມານູແອນ ຊິນເວຣາ ມຣາຕິເນັດ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍ ໄດ້ລາຍງານສະພາບເສດຖະກິດ ແລະ ພາລະບົດບາດຂອງທັງສອງກະຊວງ ໃຫ້ກັນແລະກັນຊາບ; ເຊິ່ງໃນນີ້ ທ່ານ ອົສກຣາ ມານູແອນ ຊິນເວຣາ ມຣາຕິເນັດ ໄດ້ລາຍງານກ່ຽວກັບ ການປະກາດໃຊ້ລັດຖະທໍາມະນູນໃໝ່ 2019 ເພື່ອຜັນຂະຫຍາຍບົດບາດເປັນຂະບວນການກົດໝາຍແຫ່ງລັດ ເປັນການເປີດກ້າວທໍາອິດຂອງລັດຖະບານ ແລະ ຂະບວນການຮັບປະກັນລັດແຫ່ງກົດໝາຍ.

ຕົ້ນແບບການພັດທະນາເສດຖະກິດ ໃນ 4 ປີຜ່ານມາ, ກໍໄດ້ສໍາເລັດການສ້າງກົດໝາຍ 120 ສະບັບ ຢູ່ໃນຂັ້ນຕອນການຄົ້ນຄວ້າແມ່ນ ກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ ແລະ ສໍາເລັດແລ້ວ 80%; ມີການພັດທະນາກ່ຽວກັບ ການເຂົ້າເຖິງຄວາມຮູ້ທາງດ້ານກົດໝາຍ, ປັດຈຸບັນ ສ້າງກ່ຽວກັບການໃຫ້ບໍລິການທາງດ້ານທະບຽນສານ.

ການພັດທະນາການໃຫ້ບໍລິການທາງດ້ານກົດໝາຍ ໃນຂອບເຂດທົ່ວເທດ ເຊິ່ງກະຊວງຍຸຕິທໍາ ກູບາ ມີຄວາມສົນໃຈແລກປ່ຽນບົດຮຽນໃນຂົງເຂດນີ້ ກັບ ກະຊວງຍຸຕິທໍາ ລາວ ແລະ ເພີ່ມທະວີການຮ່ວມມືເຊິ່ງກັນແລະກັນ ເພື່ອເປັນການຮັດແໜ້ນຄວາມສາມັກຄີ, ແລກປ່ຽນບົດຮຽນທາງດ້ານວິຊາການກົດໝາຍ ໃນຂອບເຂດທົ່ວປະເທດ.

ໂອກາດດັ່ງກ່າວ, ທ່ານ ໄພວີ ສີບົວລິພາ ກໍໄດ້ລາຍງານກ່ຽວກັບ ການເຄື່ອນໄຫວພາລະບົດບາດຂອງ ກະຊວງຍຸຕິທໍາ ລາວ ເຊິ່ງເປັນເສນາທິການໃຫ້ແກ່ລັດຖະບານ ແລະ ເຮັດ 6 ບົດບາດໃຫຍ່ ຄື:

  • ການສ້າງ ແລະ ປັບປຸງກົດໝາຍ
  • ວຽກງານໂຄສະນາເຜີຍແຜ່ກົດໝາຍ
  • ວຽກງານການປະຕິບັດຄໍາຕັດສິນຂອງສານ
  • ການສ້າງບຸກຄະລາກອນກົດໝາຍ
  • ການບໍລິການວຽກງານຍຸຕິທໍາ ແລະ ການຮ່ວມມືສາກົນທາງດ້ານກົດໝາຍ
  • ວຽກງານຍຸຕິທໍາ

ສັງລວມແລ້ວ ລາວ-ກູບາ ມີພາລະບົດບາດຄ້າຍຄືກັນ ແລະ ມີວຽກງານຫຼາຍຢ່າງທີ່ຈະຕ້ອງໄດ້ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ໃນຕໍ່ໜ້າ.

ຈາກນັ້ນ, ທັງສອງຝ່າຍ ໄດ້ລົງນາມເຊັນບົດບັນທຶກຮ່ວມມືກັນ ເພື່ອເສີມສ້າງສາຍພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານກົດໝາຍ ແລະ ຍຸຕິທໍາຮ່ວມກັນລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສາທາລະນະລັດ ກູບາ; ເປັນກຽດລົງນາມໃນບົດບັນທຶກໂດຍ ທ່ານ ໄພວີ ສີບົວລິພາ ແລະ ທ່ານ ອົສກຣາ ມານູແອນ ຊິນເວຣາ ມຣາຕິເນັດ.