ກອງປະຊຸມຄົບຄະນະບໍລິຫານງານພັກ ວິທະຍາຄານຕໍາຫຼວດປະຊາຊົນ ກາງສະໄໝທີ II ໄດ້ໄຂຂຶ້ນໃນວັນທີ 12 ມິຖຸນາ 2023, ເປັນປະທານໂດຍ ສະຫາຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຄະນະພັກກະຊວງ ເລຂາອົງຄະນະພັກ ຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ, ມີຄະນະພັກ-ຄະນະບັນຊາ ແລະ ສະມາຊິກພັກ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງເລຂາອົງຄະນະພັກ ຮອງຫົວໜ້າອຳນວຍການ ວິທະຍາຄານຕໍາຫຼວດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝທີ II ຂອງອົງຄະນະພັກ ວິທະຍາຄານຕໍາຫຼວດປະຊາຊົນ ວ່າ:

ໃນໄລຍະຜ່ານມາ, ຄະນະພັກ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ຄູ-ອາຈານ, ພະນັກງານ, ນັກສຶກສາ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນ ທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ຕິດພັນກັບ ວຽກງານນໍາພາກໍ່ສ້າງພັກ, ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ແລະ ອົງການຈັດຕັ້ງມະຫາຊົນ ປະຕິບັດຕາມ 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງພັກ ຢ່າງເຂັ້ມງວດ, ເສີມຂະຫຍາຍມູນເຊື້ອການນໍາພາຂອງພັກ ໂດຍຖືເອົາການປະຕິບັດຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືເປັນໝູ່ຄະນະ.

ມີການສຳຫຼວດ, ຕິດຕາມ, ກວດກາ, ຕຳນິສົ່ງຂ່າວເຊິ່ງກັນແລະກັນ ຢ່າງເປັນປົກກະຕິ, ເປັນເຈົ້າການຊຸກຍູ້, ຕິດຕາມ, ກວດກາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ໃນປີ 2021, ສາມາດສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ປີຕິດຕໍ່ກັນ ໄດ້ 11 ໜ່ວຍ, 2 ປີຕິດຕໍ່ກັນ ໄດ້ 2 ໜ່ວຍ, ຮັບຮອງໃໝ່ໄດ້ 4 ໜ່ວຍ; ປີ 2022, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 4 ປີຕິດຕໍ່ກັນ 11 ໜ່ວຍ, 3 ປີຕິດຕໍ່ກັນ ໄດ້ 1 ໜ່ວຍ, 2 ປີຕິດຕໍ່ກັນ 6 ໜ່ວຍ ແລະ ຮັບຮອງໃໝ່ໄດ້ 5 ໜ່ວຍ.

ສຳລັບທິດທາງໜ້າທີ່ລວມ ແຕ່ນີ້ຫາປີ 2025, ອົງຄະນະພັກ ວິທະຍາຄານຕໍາຫຼວດປະຊາຊົນ ຈະສືບຕໍ່ເພີ່ມທະວີຄວາມສາມາດນຳພາພັດທະນາ ວິທະຍາຄານຕໍາຫຼວດປະຊາຊົນ ໃຫ້ສົມຄູ່ກັບຖານະນາມທີ່ເປັນສູນກາງການສຶກສາຊັ້ນສູງ ຂອງກໍາລັງຕໍາຫຼວດປະຊາຊົນ ທີ່ມີຄຸນນະພາບ, ຄວາມຮູ້, ຄວາມສາມາດ, ແບບແຜນ, ຄຸນສົມບັດສິນທຳປະຕິວັດ, ທາດແທ້ການເມືອງໜັກແໜ້ນ, ຈັນຍາບັນ, ຈັນຍາທຳ, ທັດສະນະແຮງງານ, ພາລະກຳລັງເຂັ້ມແຂງ, ມາລະຍາດສຸພາບຮຽບຮ້ອຍ, ດຳລົງຊີວິດຢ່າງມີວັດທະນະທຳ, ມີສະຕິການຈັດຕັ້ງ, ລະບຽບວິໄນເຂັ້ມງວດ ແລະ ສາມາດເຮັດສໍາເລັດໜ້າທີ່ການເມືອງທີ່ມີກຽດຂອງຕົນ.