ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໄດ້ເປີດຝຶກອົບຮົມວຽກງານຄົ້ນຄວ້າວິທະຍາສາດຍຸດທະສາດ ແລະ ປະຫວັດສາດ ຂຶ້ນໃນວັນທີ 12 ມິຖຸນາ 2023, ໂດຍມີ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີບັນດາຄະນະພັກ-ຄະນະກົມ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ບັນດາກົມກອງອ້ອມຂ້າງກະຊວງ, ປກສ ແຂວງ, ພ້ອມດ້ວຍຄູ-ອາຈານ, ນັກວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.

+ ພັທ ນາງ ເພັດສະຫວັນ ຈັນທະວົງ ຫົວໜ້າພະແນກການເມືອງ ກົມຄົ້ນຄວ້າວິທະຍາດສາດ ແລະ ປະຫວັດສາດ ຜ່ານແຜນເປີດຝຶກອົບຮົມຄັ້ງນີ້ ໃຫ້ຮູ້ວ່າ:

ຊຸດຝຶກອົບຮົມ ຈັດຂຶ້ນເພື່ອເປັນການພັດທະນາ ແລະ ຍົກລະດັບຄວາມຮູ້, ຄວາມເຂົ້າໃຈຕໍ່ການເຄື່ອນໄຫວວຽກງານຄົ້ນຄວ້າວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ປກສ ໃຫ້ວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວ ຂອງບັນດາກົມກອງ ແລະ ທ້ອງຖິ່ນ ໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງຖືກຕ້ອງເເທດເໝາະກັບສະພາບຄວາມເປັນຈິງ; ໂດຍມີຜູ້ເຂົ້າຮ່ວມ ຈໍານວນ 31 ສະຫາຍ ຍິງ 6 ສະຫາຍ, ມາຈາກທ້ອງຖິ່ນ 17 ສະຫາຍ ຍິງ 2 ສະຫາຍ, ເຊິ່ງຈະໄດ້ດຳເນີນໄປເປັນເວລາ 4 ວັນ (12-15 ມິຖຸນາ 2023) ຈຶ່ງສຳເລັດ.

+ ເອກະສານທີ່ນຳມາຝຶກອົບຮົມຄັ້ງນີ້ ປະກອບມີ:

ຄວາມຮູ້ພື້ນຖານກ່ຽວກັບ ການຄົ້ນຄວ້າປະຫວັດສາດ, ການຄົ້ນຄວ້າປະຫວັດສາດ ປ້ອງກັນຄວາມສະຫງົບ, ການບັນທຶກເຫດການປະຫວັດສາດ ປ້ອງ ກັນຄວາມສະຫງົບ, ການສະຫຼຸບເຫດການປະຫວັດສາດ ປ້ອງກັນຄວາມສະຫງົບ, ຄວາມຮູ້ພື້ນຖານວຽກງານພິພິທະພັນ, ວຽກງານປົກປັກຮັກສາ ແລະ ຄຸ້ມຄອງພິພິທະພັນ, ວຽກງານວາງສະແດງມູນເຊື້ອຂອງກົມກອງ ແລະ ປກສ ແຂວງ-ນະຄອນຫຼວງ, ຄວາມຮູ້ພື້ນຖານກ່ຽວກັບ ວິທີການຄົ້ນຄວ້າຍຸດທະສາດ, ຂັ້ນຕອນການຈັດຕັ້ງປະຕິບັດຕົວຈິງຂອງການຄົ້ນຄວ້າຍຸດທະສາດ ປ້ອງກັນຄວາມສະຫງົບ, ຄວາມຮູ້ພື້ນຖານກ່ຽວກັບ ການຄົ້ນຄວ້າວິທະຍາສາດ, ການຕີລາຄາໂຄງການຄວາມຮູ້ພື້ນຖານກ່ຽວກັບ ການຄົ້ນຄວ້າວິທະຍາສາດ, ບັນຫາທີ່ຄວນກຳແໜ້ນ ແລະ ເອກະສານອື່ນໆທີ່ຕິດພັນກັບວຽກວິຊາສະເພາະ.