ສະຫາຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະບັນຊາທຸກຂັ້ນ ຂອງກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ຈົ່ງເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ມີຄວາມສາມາດນໍາພາໃນວຽກງານຕົວຈິງ.

ໃນຕອນບ່າຍຂອງວັນທີ 9 ມິຖຸນາ 2023 ເປັນມື້ປິດກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະພັກຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ແລະ ວາງທິດທາງແຜນການ ໄລຍະທ້າຍສະໄໝ, ສະຫາຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງ ປະຊຸມ ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ຕ້ອງຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ອົບຮົມອຸດົມຄະຕິ ແລະ ຈຸດໝາຍການປະຕິວັດຂອງພັກໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດພາຍ ໃນກົມ ໃຫ້ເລິກເຊິ່ງ ເພື່ອສ້າງໃຫ້ມີຄວາມຕື່ນຕົວທາງດ້ານການເມືອງສູງຂຶ້ນ ຕິດພັນກັບ ການປັບປຸງວິທີການ, ຮູບການ ແລະ ເນື້ອໃນການໂຄສະນາອົບຮົມໃຫ້ແທດເໝາະກັບແຕ່ລະເປົ້າໝາຍ ໃຫ້ມີຄວາມສາມາດໃນການນໍາພາວຽກງານຕົວຈິງ.

ພ້ອມນີ້, ກໍຕ້ອງສືບຕໍ່ສ້າງຄວາມເຂັ້ມແຂງຂອງການຈັດຕັ້ງພັກແຕ່ລະຂັ້ນ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ເປັນແບບຢ່າງນໍາໜ້າໃນດ້ານແນວຄິດ ແລະ ການກະທໍາເຂົ້າທຸກຂົງເຂດວຽກງານ, ປັບປຸງແບບແຜນວິທີການນໍາພາ, ແບບແຜນວິທີການເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃຫ້ເປັນລະບົບເຂັ້ມແຂງຂຶ້ນກວ່າເກົ່າ, ມີຫົວຄິດປະດິດສ້າງກວ່າເກົ່າ ເພື່ອຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ.

+ ສະຫາຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ເນັ້ນຕື່ມວ່າ:

ສິ່ງທີ່ສໍາຄັນອີກຢ່າງໜຶ່ງ ກໍຄື ການຍົກສູງຄຸນນະພາບຂອງສະມາຊິກພັກ ໂດຍຢຶດໝັ້ນຕາມກົດລະບຽບພັກ ກໍຄື 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງພັກຢ່າງເຂັ້ມງວດ, ການກໍ່ສ້າງພັກ, ຂະຫຍາຍພັກຕ້ອງຖືເອົາຄຸນນະພາບເປັນກົກ; ການກໍ່ສ້າງພະນັກງານເປັນບັນຫາສໍາຄັນ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນທຸກຂອດຂອງວຽກງານກໍ່ສ້າງພະນັກງານ ສ້າງໃຫ້ໄດ້ຖັນແຖວພະນັກງານນໍາພາ-ບັນຊາ ແລະ ພະນັກງານວິຊາສະເພາະ, ວິຊາການທີ່ເກັ່ງ, ຊໍານິຊໍານານ, ມີຄວາມຮູ້-ຄວາມສາມາດ ແລະ ເປັນມືອາຊີບ, ຮັບປະກັນລັກສະນະພະນັກງານສືບທອດປ່ຽນແທນຢ່າງເປັນລະບົບຕໍ່ເນື່ອງ ຈິງໃຈປັບປຸງກໍ່ສ້າງເຊິ່ງກັນແລະກັນ ເພື່ອພ້ອມກັນກ້າວໜ້າ.