ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການ ປກສ ກາງສະໄໝ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມິຖຸນາ 2023, ເປັນປະທານໂດຍ ສະຫາຍ ພົຈວ ທອງສຸກ ຍ່າເອີລາວລີ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະພັກກົມໃຫຍ່, ຄະນະພັກຮາກຖານ-ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບ ອົງຄະນະພັກ ກົມໃຫຍ່ພະລາທິການ ປກສ ເຂົ້າຮ່ວມ.

+ ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ບັນດາເອກະສານສໍາຄັນຕ່າງໆ ຄື:

  • ຄໍາສັ່ງ ເລກທີ 04/ຄພປກສ
  • ມະຕິເລກທີ 38/ຄພປກສ
  • ເຊື່ອມຊຶມມາດຖານ ແລະ ຂໍ້ຫ້າມຂອງສະມາຊິກພັກ

ຈາກນັ້ນ, ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ໄດ້ຜ່ານຮ່າງບົດສະຫຼຸບການນໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ກາງສະໄໝ ແລະ ທິດທາງແຜນການ ທ້າຍສະໄໝຂອງ ອົງຄະນະພັກ ກົມໃຫຍ່ພະລາທິການ ພ້ອມທັງດໍາເນີນການປ່ອນບັດທາບທາມຄວາມໄວ້ວາງໃຈຕໍ່ການນໍາພາຂອງອົງຄະນະພັກ ແລະ ບຸກຄົນ ໃນຄະນະພັກ ເພື່ອທົບທວນຄືນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ພະລາທິການ ປກສ.

ຜ່ານມາ ໄດ້ຄົ້ນຄວ້າ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ, ເຮັດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ມີຄຸນທາດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ປະກົດການຫຍໍ້ທໍ້ພາຍໃນຖືກສະກັດກັ້ນ ແລະ ແກ້ໄຂຢ່າງທັນການ.

ໃນໄລຍະຜ່ານມາ, ໄດ້ປັບປຸງກົງຈັກການຈັດຕັ້ງ ສາຍພັກ-ສາຍລັດ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ເຊັ່ນ: ເປີດຝຶກອົບຮົມວຽກງານພັກ-ວຽກງານການເມືອງ ຊຸດທີ I ໃຫ້ບັນດາຮາກຖານພັກ ມີຜູ້ເຂົ້າຮ່ວມ 38 ສະຫາຍ; ນອກນີ້, ຍັງໄດ້ຮັບການບົ່ງຕົວແຕ່ງຕັ້ງ ຄະນະປະຈໍາພັກ, ຄະນະພັກກະຊວງ 2 ສະຫາຍ, ບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກຮາກຖານ ຈໍານວນ 1 ສະຫາຍ.

ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2020 ໄດ້ 13 ໜ່ວຍ, ປີ 2021 ແລະ 2022 ໄດ້ 16 ໜ່ວຍ, ໄດ້ເປີດຝຶກອົບຮົມວຽກງານພະລາທິການ ລະບົບ 5 ເດືອນ ຊຸດທີ 1 ໃຫ້ພະນັກງານພະລາທິການ ຢູ່ບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ ມີທັງໝົດ 60 ສະຫາຍ ຍິງ 6 ສະຫາຍ, ຮັບກໍາລັງໃໝ່ 198 ຍິງ 108 ສະຫາຍ, ສົ່ງນາຍ ແລະ ພົນຕໍາຫຼວດ ໄປຮຽນວິຊາສະເພາະຕາມຂະແໜງການຕ່າງໆ 327ສະຫາຍ ຍິງ 144 ສະຫາຍ ແລະ ໄດ້ເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ 574 ສະຫາຍ ຍິງ 287 ສະຫາຍ.

ການຈັດຕັັ້ງປະຕິບັດວຽກງານວິຊາສະເພາະ ການປະຕິບັດລາຍຮັບວິຊາການ ປີ 2020 ໄດ້ຮັບອະນຸມັດ 30 ຕື້ກວ່າກີບ, ປີ 2021 ໄດ້ຮັບອະນຸມັດ 21 ຕື້ກວ່າກີບ ແລະ ປີ 2022 ໄດ້ຮັບອະນຸມັດ 42 ຕື້ກວ່າກີບ, ການປະຕິບັດຕົວເລກງົບປະມານ ປີ 2020 ໄດ້ຮັບອະນຸມັດ 1.877 ຕື້ກວ່າກີບ, ປີ 2021 ໄດ້ຮັບອະນຸມັດ 1.973 ຕື້ກວ່າກີບ ແລະ ປີ 2022 ໄດ້ຮັບອະນຸມັດ 2.125 ຕື້ກວ່າກີບ.

ໄດ້ຮັບການເບີກຈ່າຍເຄື່ອງອຸປະໂພກ 93 ລາຍການ, ໄດ້ປະກອບອາວຸດກະສູນ ແລະ ອຸປະກອນຍຸດໂທ 412 ລາຍການ, ໄດ້ຮັບອະນຸມັດຈັດຊື້ນໍ້າມັນເຊື້ອໄຟ ຈໍານວນ 65 ຕື້ກວ່າກີບ, ໂຮງໝໍ 5 ເມສາ ໄດ້ບໍລິການກວດເຂດນອກໄດ້ 39.686 ເທື່ອຄົນ, ໄດ້ຊີ້ນໍາ-ນຳພາການຈັດຕັ້ງປະຕິບັດ ແຜນການລົງທຶນຂອງລັດ (ທຶນພາຍໃນພາກ 67) ທັງໝົດ 72 ໂຄງການ ແລະ ພາກ 62 ມີ 32 ໂຄງການ.

ໄດ້ຂຶ້ນບັນຊີ້ທີ່ດິນສິ່ງປຸກສ້າງ ທົ່ວກຳລັງປ້ອງກັນຄວາມສະຫງົບ ມີທີ່ດິນທັງໝົດ 1.238 ຕອນ, ສິ່ງປຸກສ້າງ 2.702 ຫຼັງ, ບັນດາຫົວໜ່ວຍການຜະລິດ-ທຸລະກິດ ສາມາດສ້າງລາຍຮັບໄດ້ທັງໝົດ 47 ຕື້ກວ່າກີບ, ສຳລັບກອງຜະລິດ ກົມໃຫຍ່ພະລາທິການ ສາມາດສ້າງລາຍຮັບໄດ້ 1.764 ລ້ານກວ່າກີບ.

ໃນຕອນທ້າຍກອງປະຊຸມ, ສະຫາຍ ພົຈວ ທອງສຸກ ຍ່າເອີລາວລີ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ປກສ ປະທານກອງປະຊຸມ ຍັງໄດ້ມີຄຳເຫັນຊີ້ນໍາໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ປະຕິບັດວຽກງານທີ່ໄດ້ຮັບມອບໝາຍ ໃຫ້ສຳເລັດຕາມແຜນການ, ສຸມໃສ່ປັບປຸງ-ກໍ່ສ້າງລະບົບການຈັດຕັ້ງຂອງພັກແຕ່ລະຂັ້ນ ໃຫ້ປອດໃສ ເຂັ້ມແຂງ ໜັກແໜັນ.