ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຈັດພິທີປິດຊຸດຮຽນ ໃຫ້ຜູ້ສໍາເລັດການສຶກສາລະດັບປະລິນຍາຕີ ລະບົບກໍ່ສ້າງ ຮຸ່ນທີ 24/4 ໃນວັນທີ 9 ມິຖຸນາ 2023, ເປັນປະທານໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການ ວິທະຍາຄານສັນຕິບານປະຊາຊົນ, ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກ-ຄະນະອໍານວຍການ, ພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນັກສຶກສາທີ່ສໍາເລັດການສຶກສາ ເຂົ້າຮ່ວມ.

+ ພັອ ບຸນນ້ອມ ໄຊຍະພູມ ຮອງຫົວໜ້າອໍານວຍການ ວິທະຍາຄານສັນຕິບານປະຊາຊົນ ໄດ້ຜ່ານບົດສະຫຼຸບປິດຊຸດຮຽນ ໃຫ້ຮູ້ວ່າ:

ນັກສຶກສາປະລິນຍາຕີ ລະບົບກໍ່ສ້າງ ຮຸ່ນທີ 24/4 ໄດ້ເລີ່ມຮຽນມາແຕ່ວັນທີ 16 ກັນຍາ 2019 ກຳນົດເວລາຮຽນ 4 ປີ ເຊິ່ງມີນັກສຶກສາ ຈຳນວນ  175 ສະຫາຍ ຍິງ 26 ສະຫາຍ.

+ ຜ່ານການຈັດຕັ້ງຕີລາຄາໝາກຜົນ ການປ້ອງກັນບົດໂຄງການຈົບຊັ້ນ ຂອງນັກສຶກສາ ສະຫຼຸບໄດ້ດັ່ງນີ້:

  • ປະເພດຄະແນນດີເດັ່ນ ແຕ່ 9,01 ຫາ 9,50 ມີ 134 ສະຫາຍ ຍິງ 5 ສະຫາຍ
  • ປະເພດຄະແນນດີຫຼາຍ ແຕ່ 8,50 ຫາ 8,99 ມີ 38 ສະຫາຍ ຍິງ 1 ສະຫາຍ
  • ປະເພດຄະແນນດີ ແຕ່ 8,00 ຫາ 8,49 ມີ 1 ສະຫາຍ

ສັງລວມແລ້ວ ຜົນຂອງການປ້ອງກັນບົດລາຍງານໂຄງການຈົບຊັ້ນ ປະລິນຍາຕີ ຂອງນັກສຶກສາ ຮຸ່ນທີ 24/4 ແມ່ນໄດ້ບັນລຸຄາດໝາຍ 100%.

ດ້ວຍໝາກຜົນສຳເລັດການສຶກສາທຽບໃສ່ 5 ຫຼັກມູນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ, ນັກສຶກສາ ຮຸ່ນທີ 24/4 ທີ່ສຳເລັດການສຶກສາ ໃນມື້ນີ້ ໄດ້ຮັບການປະຕິບັດນະໂຍບາຍຢ່າງສົມກຽດ ດັ່ງນີ້:

  • ໄດ້ຮັບການເລື່ອນຊັ້ນຮ້ອຍເອກ ຈໍານວນ 7 ສະຫາຍ
  • ປະດັບຊັ້ນຮ້ອຍໂທ 146 ສະຫາຍ ຍິງ 25 ສະຫາຍ
  • ຮັກສາຊັ້ນເກົ່າ ຮ້ອຍເອກ 9 ສະຫາຍ ແລະ ຮ້ອຍໂທ 11 ສະຫາຍ

ພ້ອມນີ້, ຍັງໄດ້ຮັບການຍ້ອງຍໍຂັ້ນກະຊວງ ປກສ ມີ 15 ສະຫາຍ ຍິງ 2 ສະຫາຍ, ໄດ້ຮັບການຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ ມີ 49 ສະຫາຍ ຍິງ 15 ສະຫາຍ, ໄດ້ຮັບການຍ້ອງຍໍຂັ້ນວິທະຍາຄານ 78 ສະຫາຍ ຍິງ 6 ສະຫາຍ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ພົຈວ ປອ ວັນສົມ ສີສົມບັດ ກໍໄດ້ມອບໃບປະກາສະນີຍະບັດ, ໃບຍ້ອງຍໍ ແລະ ປະດັບຊັ້ນໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາຄັ້ງນີ້ ຢ່າງສົມກຽດ.