ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ເອົາໃຈໃສ່ຊຸກຍູ້ບັນດາໜ່ວຍຄະນະຊາວໜຸ່ມ ເປັນເຈົ້າການຈັດຕັ້ງປະຕິບັດ, ຕິດຕາມ, ກວດກາ, ປະເມີນຜົນ, ເຊິ່ງໃນໄລຍະ 1 ປີຜ່ານມາ ເຫັນວ່າ ຄະນະຊາວໜຸ່ມແຕ່ລະໜ່ວຍ ກໍໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງ ຊປປ ລາວ ຕິດພັນກັບ 15 ຂໍ້ແຂ່ງຂັນດ້ານວິຊາສະເພາະ.

+ ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໃຫ້ຮູ້ວ່າ:

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ແມ່ນຖືເອົາວຽກງານແນວຄິດ ເປັນວຽກງານກົກໃນການຊີ້ນຳ-ນຳພາວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ອ້ອມຂ້າງ ກະຊວງ ປກສ ຢ່າງເປັນປົກກະຕິ. ພ້ອມກັນນັ້ນ, ກໍໄດ້ນຳພາປະຕິບັດລະບອບປະຊຸມ, ຮ່ວມຊີວິດ, ສ່ອງແສງລາຍງານປະຈຳເດືອນ, ປະຈຳໄຕມາດ ແລະ ຈັດຕັ້ງເຊື່ອມຊຶມມະຕິຄຳສັ່ງເອກະສານສໍາຄັນຕ່າງໆ ຂອງພັກ-ລັດ ແລະ ກະຊວງປ້ອງກັນຄວາມສະຫງົບ ໃຫ້ແກ່ສະມາຊິກຊາວໜຸ່ມໄດ້ຢ່າງທົ່ງເຖິງ.

ໄດ້ລົງເຄື່ອນໄຫວເຊື່ອມຊຶມເຜີຍແຜ່ ການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ອ້ອມຂ້າງ ກະຊວງ ປກສ ຈຳນວນ 15 ກົມກອງ, 17 ແຂວງ ແລະ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ, ມີຈໍານວນພົນເຂົ້າຮ່ວມທັງໝົດ 43.450 ສະຫາຍ.

ໄດ້ລົງກວດກາຊຸກຍູ້ການຈັດຕັ້ງຂະບວນການ 4 ບຸກ ພ້ອມທັງເຜີຍແຜ່ເອກະສານຂໍ້ຫ້າມຂອງ ລັດຖະມົນຕີ ກະຊວງ ປກສ ແລະ ການນຳໃຊ້ສື່ສັງຄົມອອນລາຍ ໃຫ້ຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ໄດ້ 15 ກົມກອງ ອ້ອມຂ້າງ ກະຊວງ.

ໄດ້ນໍາພາຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ເຄື່ອນໄຫວ-ທັດສະນະສຶກສາຢ້ຽມຊົມສະຖານທີ່ສຳຄັນທາງປະຫວັດສາດ ເປັນຕົ້ນແມ່ນ: ຫໍພິພິທະພັນບັນດາທ່ານຜູ້ນຳປະຕິວັດຂອງລາວ ແລະ ຂອງກຳລັງປ້ອງກັນຄວາມສະຫງົບ, ເຂົ້າຮ່ວມຟັງປາຖະກະຖາເລົ່າຄືນມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ ລວມ 25 ຄັ້ງ, ມີສະມາຊິກຊາວໜຸ່ມເຂົ້າຮ່ວມ 15.289 ສະຫາຍ.

ນອກນັ້ນ, ຄະນະບໍລິຫານງານຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ລົງເລິກໃກ້ສິດຊີ້ນຳ-ນຳພາສະມາຊິກຊາວໜຸ່ມ 18 ກົມກອງ ອ້ອມຂ້າງ ກະຊວງ, ໄດ້ຊຸກຍູ້ສົ່ງເສີມໃຫ້ສະມາຊິກຊາວໜຸ່ມ ໄປຍົກລະດັບດ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ເປັນຕົ້ນ: ດ້ານວິຊາສະເພາະ, ພາສາຕ່າງປະເທດ, ທິດສະດີການເມືອງ, ຝຶກອົບຮົມ ແລະ ອື່ນໆ.

ພ້ອມກັນນີ້, ສະມາຊິກຊາວໜຸ່ມຈຳນວນໜຶ່ງ ກໍໄດ້ຍາດເວລາ ແລະ ໃຊ້ທຶນຕົນເອງ ເພື່ອຮຽນເພີ່ມທາງດ້ານພາສາຕ່າງປະເທດ, ຄອມພິມເຕີ ແລະ ຂະແໜງການອື່ນໆ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນປັດຈຸບັນ, ຕໍ່ໜ້າ ແລະ ຍາວນານ, ເຊິ່ງອັນພົ້ນເດັ່ນແມ່ນ ຄະນະຊາວໜຸ່ມ ກົມໃຫຍາການເມືອງ ປ້ອງກັນຄວາມສະຫງົບ ກໍໄດ້ມີການຈັດຝຶກອົບຮົມວຽກງານໄອທີ, ເປີດຊຸດຮຽນພາສາຫວຽດນາມ ໄລຍະ 6 ເດືອນ ປີລະ 2 ຄັ້ງ.

ດ້ານວຽກງານການຈັດຕັ້ງ, ຄະນະຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານການຈັດຕັ້ງ, ເປັນໃຈກາງໃນການເຕົ້າໂຮມ, ຄຸ້ມຄອງ ແລະ ສຶກສາອົບຮົມຊາວໜຸ່ມ, ເຊິ່ງມັນໄດ້ສະແດງອອກໃນການນໍາພາຂອງ ຄະນະຊາວໜຸ່ມແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ສອດຄ່ອງກັບ ການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມແຕ່ລະຂັ້ນ ແລະ ໄດ້ສໍາເລັດການເປີດກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມຮາກຖານ ອ້ອມຂ້າງ ທົ່ວ ກະຊວງ ປກສ ແລະ ສຳເລັດກອງປະຊຸມໃຫຍ່ຂັ້ນຂອງຕົນ ນັບແຕ່ຂັ້ນຮາກຖານ ຈົນຮອດຂັ້ນກະຊວງ.

ມາຮອດທ້າຍປີ 2020 ວັນທີ 24-25 ເດືອນທັນວາ, ກໍໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ເຊິ່ງພະນັກງານສະມາຊິກຊາວໜຸ່ມ ໄດ້ມີຄວາມຕັ້ງໜ້າປັບປຸງຕົນເອງ ເຊັ່ນ: ມີຄວາມຫ້າວຫັນບຸກບືນ, ກະຕືລືລົ້ນແຂ່ງຂັນກັນສ້າງຜົນງານ ເປັນຕົ້ນແມ່ນການປະຕິບັດໜ້າທີ່ວຽກງານ, ຕື່ນຕົວປະກອບສ່ວນເຂົ້າໃນວຽກງານວິຊາສະເພາະຂອງກົມກອງ, ເປັນແບບຢ່າງໃຫ້ແກ່ມະຫາຊົນ, ຕ້ານ ແລະ ສະກັດກັ້ນບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ຢູ່ໃນຖັນແຖວສະມາຊິກຊາວໜຸ່ມ, ສະມາຊິກຊາວໜຸ່ມຫຼາຍສະຫາຍ ແມ່ນໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ຈົນກາຍເປັນພະນັກງານສືບທອດຂອງກົມກອງ.

ຄຽ່ງຄູ່ກັນນັ້ນ, ຄະນະຊາວໜຸ່ມແຕ່ລະຂັ້ນ ກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກຊາໜຸ່ມໃນກຳລັງປ້ອງກັນຄວາມສະຫງົບ ອ້ອມຂ້າງ ກະຊວງ ໃຫ້ແຕ່ລະສະຫາຍ ໄດ້ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດໜ້າທີ່ຕົນເອງຢ່າງຕັ້ງໜ້າ ໂດຍສະເພາະວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຂະບວນການການລົງກໍ່ສ້າງຮາກຖານ, ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານ, ການປ້ອງກັນເວນຍາມສະຖານທີ່ສຳຄັນ, ການປ້ອງກັນຜູ້ນຳພັກ-ລັດ, ການປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າ, ການປ້ອງກັນກອງປະຊຸມລະດັບຊາດ, ລະດັບພາກພື້ນ ແລະ ສາກົນ ມີຄວາມປອດໄພ 100 %.

ນອກນັ້ນ, ຍັງໄດ້ປະກອບສ່ວນວຽກງານຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ຊາວໜຸ່ມຍັງໄດ້ເຂົ້າຮ່ວມ ແລະ ເປັນກຳແຮງເປັນກຳລັງປະຈັນບານຕົ້ນຕໍໃຫ້ແກ່ພັກ.

ຜົນສຳເລັດການຈັດຕັ້ງປະຕິບັດເນື້ອໃນ 9 ມາດຖານ ຂໍ້ແຂ່ງຂັນ 4 ບຸກ, ການປະກາດຮັບຮອງເອົາຮາກຖານ, ໜ່ວຍຮາກຖານ ແລະ ໜ່ວຍຊາວໜຸ່ມ ອ້ອມຂ້າງ ກະຊວງ ແມ່ນໄດ້ແຕ່ງຕັ້ງໜຶ່ງຄະນະລົງຕິດຕາມ, ກວດກາ ແລະ ຊຸກຍູ້ເຄື່ອນໄຫວ ຕາມແຜນການແຕ່ລະໄຕມາດ, ໂດຍແຕ່ລະໜ່ວຍ ແມ່ນໄດ້ເປີດກອງປະຊຸມໃນການສະຫຼຸບຕີລາຄາປະເມີນຜົນ ແລະ ຈັດແບ່ງປະເພດການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບ 18 ຂໍ້ແຂ່ງຂັນ ໃນໄລຍະ 1 ປີຜ່ານມາ ເຊິ່ງສາມາດປະກາດຮັບຮອງໜ່ວຍ 4 ບຸກ ກົມກອງ ອ້ອມຂ້າງ ກະຊວງ ໄດ້ 175 ໜ່ວຍ ເທົ່າກັບ 89,5% ແລະ ບໍ່ໄດ້ຮັບ 4 ບຸກຈຳນວນ 21 ໜ່ວຍ.

ໂດຍ: ບຸນພະຈັນ