ສໍານັກງານຂ່າວສານປະເທດລາວ ແລະ ຂ່າວສານປະຊາຊົນປະຈໍາວັນຂອງຈີນ ໄດ້ຈັດພີທີຮ່ວມສໍາພາດພາຍໃຕ້ໂຄງການຮ່ວມມືດໍາເນີນຂໍ້ປະຕິບັດ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ເຂດພັດທະນາເສດຖະກິດພິເສດກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 6 ເດືອນ ມິຖຸນາ 2023, ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສະຫວັນຄອນ ຣາຊະມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ມີທ່ານສະຖານທູດຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍສື່ມວນຊົນລາວ ແລະ ສປ ຈີນ ເຂົ້າຮ່ວມ.

ທ່ານ ວັນໄຊ ຕະວິນຍານ ກ່າວວ່າ: ໃນໄລຍະ 10 ປີຜ່ານມາ, ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ສ້າງໂອກາດ ແລະ ຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ປະເທດຕ່າງໆໃນໂລກ ທັງສ້າງສາຍພົວພັນຄູ່ຮ່ວມມື ທີ່ໃກ້ຊິດກວ່າເກົ່າ, ຍຶດໝັ້ນການເດີນຕາມເສັ້ນທາງທີ່ສາມັກຄີຮ່ວມກັນ, ເຊື່ອມຈອດກັນ ແລະ ພັດທະນາຮ່ວມກັນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ທັງໝົດນີ້, ກໍເພື່ອຮັບປະກັນຜົນປະໂຫຍດຂອງຊາດ ກໍຄື ການພົວພັນລະຫວ່າງສອງຊາດ ລາວ-ຈີນ ໃຫ້ປະສົບຜົນສຳເລັດໃນທຸກໆດ້ານຢ່າງຈົບງາມ. ໃນນາມສື່ມວນຊົນ ກໍຄືໜັງສືພິມປະຊາຊົນສຽງຂອງສູນກາງພັກ ໃນໄລຍະຜ່ານມາ ແມ່ນເຫັນດີ ແລະ ສະໜັບສະໜູນຢ່າງເຕັມທີ່ ສະແດງອອກຢູ່ບ່ອນວ່າ ໄດ້ນໍາເອົາຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ມານໍາສະເໜີ ອອກຂ່າວທາງໜັງສືພິມ, ເຟສບຸກ, ເວບໄຊ ນັບແຕ່ ສປ ຈີນ ມີການອອກນະໂຍບາຍນີ້ເປັນຕົ້ນມາ, ພ້ອມທັງໄດ້ຊີ້ແຈງອະທິບາຍໃຫ້ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ.

ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ເຄື່ອນໄຫວຢ້ຽມຊົມ ແລະ ສໍາພາດ ໂຄງການພັດທະນາກວມລວມໄຊເສດຖາ ກ່ຽວກັບເລື່ອງລາວຕ່າງໂດຍສະເພາະດ້ານໂຄງການຮ່ວມມືດໍາເນີນຂໍ້ປະຕິບັດ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອແນໃສ່ເອົາຜົນປະໂຫຍດມາສູ່ປະຊາຊົນຂອງສອງຊາດລາວ-ຈີນ ເພື່ອໄດ້ຮັບສິດທີຜົນເຊິ່ງກັນແລະກັນ.

ສໍາລັບປີນີແມ່ນປີ ສປ ຈີນ ໄດ້ສະເໜີໂຄງການຮ່ວມມືດໍາເນີນຂໍ້ປະຕິບັດ “ໜຶ່ງແລວໜຶ່ງເສັ້ນທາງ ”ຄົບຮອບ 10 ປີແລ້ວ ເນື່ອງຈາກວ່າ ໄດ້ຮັບການເອົາໃຈໃສ່ຊີ້ນໍານໍາພາຂອງພັກ, ລັດຖະບານສອງປະເທດ ໃນການແຕ້ມແຜນຍຸດທະສາດການພັດທະນາແບບຮອບດ້ານ ຈຶ່ງເຮັດໃຫ້ປະຊາຊົນສອງຊາດລາວ-ຈີນ ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ ເຊີ່ງມັນສະແດງເຫັນເຖີງໝາກຜົນການຊຸກຍູ້ສົ່ງເສີມທີ່ໄດ້ເປັນທ່າແຮງດ້ານແນວຄິດການເມືອງ, ແລວທາງເສດຖະກິດ , ດ້ານການລາຍງານຂ່າວຕ່າງໆໃນໜັງສືພີມຂອງສອງປະເທດລາວ-ຈີນ. ພ້ອມດຽວກັນນັ້ນ, ບໍລິສັດທາງລົດໄຟລາວ – ຈີນ ແລະ ລົດໄຟລາວຈີນໂຄງການພັດທະນາກວມລວມໄຊເສດ ຖານະຄອນຫຼວງວຽງຈັນ ກໍເປັນແບບຢ່າງຮູບປະທໍາໃນການຮ່ວມມືດໍາເນີນຂໍ້ປະຕິບັດ “ໜຶ່ງແລວໜຶ່ງເສັ້ນທາງ ” ທີ່ໄດ້ມາດຕະຖານສູງ.

ມາຮອດປັດຈຸບັນ, ມີທັງໝົດ 151 ປະເທດ, 32 ອົງການຈັດຕັ້ງສາກົນ ໄດ້ລົງນາມເຊັນສັນຍາຮ່ວມມືກັບ ສປ ຈີນ ໃນການຮ່ວມມືດໍາເນີນຂໍ້ປະຕິ ບັດ ໜຶ່ງແລວໜຶ່ງເສັ້ນທາງ ໃນ 10 ປີທີ່ຜ່ານມາ, ພາຍຫຼັງທີ່ລິເລີ່ມການລົງທຶນໂຄງການມາຮອດປັດຈຸບັນນໍາໃຊ້ງົບປະມານຕົວຈິງທັງໝົດພັນຕື້ໂດລາສະຫະລັດ, ມີບັນດາໂຄງການທັງໝົດ 3.000 ກວ່າໂຄງການທີ່ຮ່ວມມືກັນ, ເຊິ່ງສາມາດສ້າງວຽກເຮັດງານທໍາພາຍໃນປະເທດໄດ້ ເຖິງ 42.000 ລ້ານກວ່າຕໍາແໜ່ງ. ນອກນັ້ນ, ຍັງໄດ້ຍົກລະດັບການເປັນຢູ່ ແລະ ຫຼຸດພົ້ນຈາກຄວາມທຸກຍາກທັງໝົດ 40 ລ້ານຄົນ.

ຂ່າວ: ຄຳໂຖ