ແຜນການໃນຕໍ່ໜ້າ, ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ກະຊວງ ປກສ ຈະສືບຕໍ່ສູ້ຊົນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນ 4 ດ້ານ ເປັນຕົ້ນແມ່ນ: ບຸກດ້ານການເມືອງແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ບຸກດ້ານວຽກງານການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ກວມທຸກດ້ານໃຫ້ໄດ້ 80% ຂຶ້ນໄປ.

ພັທ ຄຳຜາ ພິມມະສອນ ເລຂາຄະນະຊາວໜູ່ມ ກົມສື່ສານ ໃຫ້ຮູ້ວ່າ:

ແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນສົກປີຕໍ່ໜ້າ ຈະສູ້ຊົນຊີ້ນຳ-ນຳພາ ສະມາຊິກຊາວໜຸ່ມພາຍໃນກົມກອງ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ບັນລຸ 80% ຂຶ້ນໄປ ໂດຍສະເພາະແມ່ນ:

+ ບຸກດ້ານການເມືອງແນວຄິດ:

ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ຈະສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ຮ່ວມຊີວິດປະຈຳເດືອນບໍ່ໃຫ້ຂາດ, ນຳເອົາບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດກົດລະບຽບ ແລະ ເອກະສານມູນເຊື້ອຕ່າງໆ ມາຈັດຕັ້ງເຜີຍແຜ່ໃຫ້ສະມາຊິກຊາວໜຸ່ມ ທີ່ສັງກັດຢູ່ໃນກົມສື່ສານ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ພ້ອມທັງລົງເລິກໃກ້ສິດຕິດແທດ ກຳແໜ້ນສະພາບແນວຄິດຈິດໃຈຂອງສະມາຊິກຊາວໜຸ່ມ.

+ ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ:

ຈະສືບຕໍ່ຊຸກຍູ້ສະມາຊິກຊາວໜຸ່ມ ໄປຍົກລະດັບຄວາມຮູ້-ຄວາມສາມາດຂັ້ນຕ່າງໆ ເຊັ່ນ ການຍົກລະດັບທິດສະດີການເມືອງ, ວິຊາສະເພາະຂະແໜງການຕ່າງໆ, ພາສາຕ່າງປະເທດ ໃຫ້ຫຼາຍຂຶ້ນ. ນອກນັ້ນ, ຍັງຮຽນຮູ້ດ້ວຍປະສົບການຕົວຈິງ ແລະ ການຄົ້ນຄວ້າ, ຖອດຖອນບົດຮຽນ ຈາກການປະຕິບັດໜ້າທີ່ວຽກງານ ຕາມວິຊາສະເພາະປະຈຳວັນ ແລະ ອື່ນໆ.

+ ບຸກດ້ານວຽກງານການຈັດຕັ້ງ:

ຈະສືບຕໍ່ເອົາໃຈໃສ່ປັບປຸງບູລະນະການຈັດຕັ້ງ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ ເປັນຕົ້ນແມ່ນ ການຮ່ວມຊີວິດການເມືອງ ແມ່ນໄດ້ເຮັດເປັນປົກກະຕິ 1 ຄັ້ງຕໍ່ເດືອນ ບໍ່ໃຫ້ຂາດ, ການຈັດຕັ້ງປະຕິບັດກົດລະບຽບ, ຂໍ້ແຂ່ງຂັນຂອງຊາວໜຸ່ມ ແລະ ການນຳພາສ້າງຂະບວນການດ້ານອື່ນໆ.

ການຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ແມ່ນຜູ້ຕຳນິ-ກໍຕໍານິດ້ວຍຄວາມຈິງໃຈ, ມີມູນຄວາມຈິງ ໂດຍບໍ່ມີແນວຄິດອັກຄະຕິຕໍ່ກັນ, ສ່ວນຜູ້ຖືຕໍານິສົ່ງຂ່າວ ກໍຈິງໃຈຮັບຮັບເອົາຄໍາຕຳນິສົ່ງຂ່າວ ແລະ ມີການປ່ຽນແປງ ໄປຄຽງຄູ່ກັບການສືບຕໍ່ກໍ່ສ້າງຊາວໜຸ່ມດີເດັ່ນຮອບດ້ານໃຫ້ໄດ້ 100% ຫຼີກລ່ຽງບໍ່ໃຫ້ມີຊາວໜຸ່ມອ່ອນ ແລະ ເສຍທາດຂາດຄຸນຢູ່ໃນກົມກອງ.

+ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ:

ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະຂອງກົມກອງ ໃຫ້ສູງເດັ່ນຂຶ້ນກວ່າເກົ່າ, ປຸກລະດົມໃຫ້ສະມາຊິກຊາວໜຸ່ມ ຊອກວຽກເຮັດງານທຳຕາມຄວາມເປັນຈິງ ແລະ ແທດເໝາະກັບວິຊາສະເພາະ, ຄວາມຮູ້-ຄວາມສາມາດຂອງເຂົາເຈົ້າທີ່ໄດ້ຮຽນມາ ເພື່ອສ້າງໃຫ້ສະມາຊິກຊາວໜຸ່ມ ສາມາດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.

ສຳລັບການຈັດຕັ້ງປະຕິບັດ ແລະ ການປະເມີນກວດກາ 4 ບຸກ ໃນປີ 2022 ຜ່ານມາ, ຄະນະຊາວໜຸ່ມສື່ສານ ສາມາດສັງລວມດ້ານດີຕັ້ງໜ້າ ແລະ ຂໍ້ຄົງຄ້າງ ຄື:

+ ບຸກດ້ານການເມືອງແນວຄິດ:

ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ໄດ້ເອົາໃຈໃສ່ນຳພາສຶກສາອົບຮົມ-ການເມືອງແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມ ໂດຍຖືເອົາການນຳພາຮ່ວມຊີວິດປະຈໍາອາທິດຂອງວຽກງານວິຊາສະເພາະ ປະຈຳເດືອນຂອງຈຸ, ຂອງໜ່ວຍ ແລະ ການເຂົ້າຮ່ວມຮັບຟັງປະຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ້ກຳນົດກົດລະບຽບຂອງພັກ, ຂອງຊາວໜຸ່ມ, ກົດໝາຍຂອງລັດ, ຂອງກຳລັງ ປກສ ແລະ ນຳເອົາສະພາບປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ມາເປັນເນື້ອໃນຂອງການສຶກສາອົບຮົມ.

ຜ່ານການສຶກສາອົບຮົມດັ່ງກ່າວ, ຈຶ່ງເຮັດໃຫ້ສະມາຊິກຊາວໜຸ່ມທົ່ວກົມສື່ສານ ມີຄວາມສະຫງົບດີໂດຍພື້ນຖານ ເຊິ່ງສະແດງອອກໃນບັ້ນດຳເນີນກໍ່ສ້າງກົມກອງເຂັ້ມແຂງ ໜ່ວຍພັກຮູ້ນຳພາຮອບດ້ານ ຂອງຄະນະພັກຮາກຖານ ກົມສື່ສານ, ເຊິ່ງສາມາດຕີລາຄາແບ່ງປະເພດ ສະມາຊິກຊາວໜຸ່ມ ຈາກທັງໝົດ 141 ສະຫາຍ ໄດ້ດັ່ງນີ້:

  • ປະເພດແຂງ 132 ສະຫາຍ ເທົ່າກັບ 93,61%
  • ປະເພດກາງ 4 ສະຫາຍ ເທົ່າກັບ 2,83%
  • ປະເພດອ່ອນ 4 ສະຫາຍ ເທົ່າກັບ 2,83%
  • ບໍ່ໄດ້ຈັດປະເພດ 1 ສະຫາຍ ເທົ່າກັບ 0,70%
  • ສ່ວນປະເພດເສຍທາດຂາດຄຸນ ແມ່ນບໍ່ມີ

+ ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ:

ຄະນະຊາວໜຸ່ມ ກົມສື່ສານ ຕ້ອງໄດ້ສົມທົບທຸກອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອນຳສະເໜີປະຕິບັດຕໍ່ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ເປັນຕົ້ນແມ່ນ ຍ້ອງຍໍການເລື່ອນຊັ້ນ, ການໄປຍົກລະດັບດ້ານຕ່າງໆ ສະແດງອອກຄື: ໄດ້ຮັບສະມາຊິກພັກສົມບູນ ຈຳນວນ 10 ສະຫາຍ ຍິງ 2 ສະຫາຍ, ຮັບສະມາຊິພັກສຳຮອງ 17 ສະຫາຍ ຍິງ 6 ສະຫາຍ, ຮຽນສະໜັບສະໜູນ 6 ສະຫາຍ ຍິງ 1 ສະຫາຍ, ຮຽນລະບຽບ 9 ສະຫາຍ ຍິງ 2 ສະຫາຍ, ນະໂຍບາຍເລື່ອນຊັ້ນ 11 ສະຫາຍ ຍິງ 3 ສະຫາຍ ແລະ ໄປຮຽນຕໍ່ 14 ສະຫາຍ ຍິງ 4 ສະຫາຍ.

+ ບຸກດ້ານວຽກງານການຈັດຕັ້ງ:

ຄະນະບໍລິຫານງານຊາວໜຸ່ມ ກົມສື່ສານ ໄດ້ເຄື່ອນໄຫວເຮັດວຽກງານບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືເປັນໝູ່ຄະນະ, ມີຄວາມເປັນເອກະພາບ, ແບ່ງຄວາມຮັບຊອບໃຫ້ແຕ່ລະຄະນະ ລົງຮອດສະມາຊິກ, ຕໍ່ສະມາຊິກຊາວໜຸ່ມຜູ້ທີ່ຫ້າວຫັນ ແລະ ມີຄວາມກ້າວ ກໍໄດ້ສະເໜີຂັ້ນເທິງຮຽນສະໜັບສະໜູນ, ຮຽນກົດລະບຽບພັກ ແລະ ຮັບເຂົ້າເປັນສະມາຊິກສຳຮອງ ຈຳນວນ 17 ສະຫາຍ ຍິງ 6 ສະຫາຍ, ຮັບເຂົ້າເປັນສະມາຊິກສົມບູນ ຈໍານວນ 10 ສະຫາຍ ຍິງ 2 ສະຫາຍ.

ໃນ 1 ປີຜ່ານມາ, ຊາວໜຸ່ມໄດ້ຮັບການແຕ່ງຕັ້ງ ຂັ້ນພະແນກ, ຂັ້ນໜ່ວຍງານ ແລະ ໄດ້ປັບປຸງກົງຈັກຂອງຊາວໜຸ່ມຂັ້ນໜ່ວຍ ຄື: ໜ່ວຍຊາວໜຸ່ມໂທລະສັບ ໄດ້ປ່ອນບັດເລືອກເອົາຄະນະເພີ່ມ 1 ສະຫາຍ.

+ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ:

ໂດຍອີງໃສ່ຈຸດພິເສດ ແລະ ການຈັດຕັ້ງ, ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ມີ 1 ຫ້ອງການ ແລະ 8 ພະແນກການ, ເຊິ່ງແຕ່ລະພະແນກ ມີສະມາຊິກຊາວໜຸ່ມພວກເຮົາປະຈໍາຢູ່ ໂດຍແຕ່ລະສະຫາຍກໍໄດ້ຮຽນຈົບການສຶກສາ ຈາກສະຖາບັນຕ່າງໆ ທັງພາກລັດ, ເອກະຊົນ ແລະ ວິທະຍາຄານ ປກສ ທັງພາຍໃນ ແລະ ຕ່າງປະເທດ ນັບແຕ່ຊັ້ນຕົ້ນ ຈົນເຖິງ ປະລິນຍາໂທ, ເພື່ອປະຕິບັດຕາມທິດຊີ້ນຳຂອງຄະນະພັກທີ່ວ່າ: ຕ້ອງກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມຂອງດ້ວຍຕົນເອງນັ້ນ, ຊາວໜຸ່ມ ນອກຈາກຈະເຮັດວຽກງານວິຊາສະເພາະແລ້ວ ຍັງໄດ້ເຮັດວຽກງານເພີ່ມພູນຜະລິດຜົນ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ໃນການປູກຝັງ-ລ້ຽງສັດ ຕາມລະດູການ ສະແດງອອກຄື: ໄດ້ມີສວນຜັກລວມຂອງໂສດ ແລະ ບຸກຄົນ.

ນອກຈາກນັ້ນ, ຊາວໜຸ່ມຈໍານວນໜຶ່ງ ຍັງໄດ້ເຮັດວຽກບໍລິການສ້ອມແປງ ແລະ ຕິດຕັ້ງເຄື່ອງຈັກໄຟຟ້າ, ຄອມພິວເຕີ ແລະ ໂທລະສັບອື່ນໆ ເພື່ອເປັນລາຍຮັບໃຫ້ແກ່ຄອບຄົວ ເຊິ່ງມີລາຍໄດ້ສູງພໍສົມຄວນ ບົນພື້ນຖານອາໄສຄວາມຮູ້-ຄວາມສາມາດຂອງໃຜລາວເປັນຫຼັກ ຕາມສະພາບ ແລະ ເງື່ອນໄຂຕົວຈິງຂອງແຕ່ລະສະຫາຍ ໂດຍທີ່ບໍ່ຜິດຕໍ່ຂໍ້ຫ້າມ, ລະບຽບ ແລະ ກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ.

ສັງລວມແລ້ວ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໜຶ່ງປີຜ່ານມາ ສາມາດເຫັນໄດ້ເຖິງຄວາມໝາຍ-ຄວາມສຳຄັນຂອງວຽກງານດັ່ງກ່າວ ທີ່ຈະສູ້ຊົນເປົ້າໝາຍສ້າງໃຫ້ສະມາຊິກຊາວໜຸ່ມໃນກົມສື່ສານ ໃຫ້ກາຍເປັນຊາວໜຸ່ມຜູ້ທີ່ມີຄວາມຕື່ນຕົວຫ້າວຫັນຕໍ່ໜ້າທີ່ວຽກງານ, ສ້າງຕົນເອງໃຫ້ກາຍເປັນພະນັກງານສືບທອດທີ່ດີເດັ່ນຂອງກົມກອງ.

ໂດຍ: ບຸນພະຈັນ