ຄະນະຮັບຜິດຊອບສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເມືອງອະນຸວົງ ແຂວງໄຊສົມບູນ ສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປະຈຳໄຕມາດ I ແລະ ວາງທິດທາງແຜນການ ປະຈຳໄຕມາດ II ປີ 2023 ຂຶ້ນໃນວັນທີ 26 ພຶດສະພາ ຜ່ານມາ, ເປັນປະທານໂດຍ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ຮອງຫົວໜ້າຜູ້ປະຈຳການ ແກ້ໄຂບັນຫາຢາເສບຕິດ ຂັ້ນແຂວງ ພ້ອມທັງມີ ທ່ານ ສັງຄົມ ສູນດາລາ ຮອງເລຂາພັກເມືອງ, ຫົວໜ້າຄະນະຮັບຜິດຊອບ ແກ້ໄຂບັນຫາຢາເສບຕິດ ຂັ້ນເມືອງ, ມີຄະນະກອງບັນຊາການ ປກສ ເມືອງອະນຸວົງ, ຄະນະຮັບຜິດຊອບ ແກ້ໄຂບັນຫາຢາເສບຕິ ຂັ້ນເມືອງ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ບຸນທັນ ອິນທະວົງ ຫົວໜ້າກອງບັນຊາການ ປກສ ເມືອງອະນຸວົງ, ຄະນະຮັບຜິດຊອບ ແກ້ໄຂບັນຫາຢາເສບຕິດ ຂັ້ນເມືອງ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃນໄລຍະ 3 ເດືອນຜ່ານມາ ວ່າ:

ຄະນະຮັບຜິດຊອບ ແກ້ໄຂບັນຫາຢາເສບຕິດ ເມືອງອະນຸວົງ ໄດ້ສຸມໃສ່ແກ້ໄຂ, ຕ້ານ ແລະ ສະກັດກັ້ນ ທຸກໜໍ່ແໜ່ງທີ່ມີການເຄື່ອນໄຫວພົວພັນຄ້າຂາຍ, ມົ້ວສຸມເສບຢາເສບຕິດທຸກຮູບແບບ ໂດຍຫັນເອົາວຽກງານໂຄສະນາ ແລະ ສຶກສາອົບຮົມ ເປັນວຽກງານທີ່ສຳຄັນ ເຊິ່ງໄດ້ນຳເອົາບັນດາເອກະສານຜົນຮ້າຍຂອງຢາເສບຕິດ, ກົດໝາຍ ວ່າດ້ວຍ ຢາເສບຕິດ, ນິຕິກໍາ, ເອກະສານຕ່າງໆຂອງວາລະແຫ່ງຊາດ, ຮູບພາບ, ວິດີໂອ ແລະ ບົດລະຄອນສັ້ນ ກ່ຽວກັບ ຜົນຮ້າຍຂອງຢາເສບຕິດ ລົງໄປຈັດຕັ້ງໂຄສະນາ, ເຜີຍແຜ່ ແລະ ເຊື່ອມຊຶມ ໃຫ້ກັບພໍ່-ແມ່ປະຊາຊົນບັນດາເຜົ່າ, ຊາວໜຸ່ມ, ເຍົາວະຊົນ ແລະ ກຸ່ມເປົ້າໝາຍ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບໄພອັນຕະລາຍຂອງຢາເສບຕິດ ໂດຍລົງໂຄສະນາຢູ່ 6 ຈຸດ, ມີຜູ້ເຂົ້າຮ່ວມ 795 ຄົນ ຍິງ 393 ຄົນ.

ໄດ້ຮຽກເຊີນບັນດາເປົ້າໝາຍທີ່ພົວພັນຢາເສບຕິດ ມາສ້າງບົດບັດທຶກສຶກສາອົບຮົມ ເພື່ອເຮັດໃຫ້ຜູ້ກ່ຽວຢຸດເຊົາຕໍ່ພຶດຕິກຳດັ່ງກ່າວ ຈຳນວນ 5 ບ້ານ, ມີ 21 ຄົນ, ຍິງ 3 ຄົນ; ມ້າງເປົ້າໝາຍຄ້າຂາຍຢາເສບຕິດ 1 ຄັ້ງ ຢູ່ບ້ານທ່າວຽງໄຊ ເມືອງທ່າໂທມ ກັກເປົ້າໝາຍໄດ້ 2 ຄົນ ພ້ອມທັງຢຶດຂອງກາງ ປະເພດຢາບ້າ ໄດ້ 209 ເມັດ.

ໄດ້ສົມທົບກັບ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດ 1 ຄັ້ງ ຢູ່ບ້ານພູຫົວຊ້າງ ກັກເປົ້າໝາຍໄດ້ 1 ຄົນ ແລະ ຢຶດຂອງກາງ ປະເພດຢາບ້າ ໄດ້ 196 ເມັດ; ປະສານສົມທົບກັບ ກອງບັນຊາການ ປກສ ແຂວງ, ທະຫານເມືອງອະນຸວົງ, ອົງການປົກຄອງບ້ານພູຫົວຊ້າງ ແລະ ບ້ານຜາສະຫງົບ ລົງທຳລາຍສວນຝິ່ນຢູ່ຂອບເຂດຜາແຫ້ງ ບ້ານພູຫົວຊ້າງ ໄດ້ 1 ຄັ້ງ ສຳເລັດມີເນື້ອທີ່ທັງໝົດ 5.000 ຕາແມັດ.

ນອກນັ້ນ, ບັນດາຫ້ອງການທີ່ກ່ຽວຂ້ອງ ອ້ອມຂ້າງເມືອງ ຍັງໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງຕັ້ງໜ້າ ໂດຍການໂຄສະນາສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ກັບຖັນແຖວສະມາຊິກພັກ-ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຮູ້ໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ.

ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸູມ ກໍໄດ້ພ້ອມກັນສຸມທຸກສະຕິປັນຍາຂອງຕົນ ເຂົ້າໃນການປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບ ຢ່າງກົງໄປກົງມາ ແລະ ພາວະວິໄສ ເພື່ອເຮັດໃຫ້ເນື້ອໃນສົມບູນ, ຄົບຖ້ວນ ແລະ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິດຜົນສູງ.

ໃນພິທີ, ພົຈວ ບົວພັນ ອິນທະປັນຍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບ ຜົນງານການເຄື່ອນໄຫວ ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງຄະນະຮັບຜິດຊອບ ໃຫ້ເອົາໃຈໃສ່ໂຄສະນາ-ສຶກສາອົບຮົບແນວຄິດ ໃຫ້ກັບພໍ່-ແມ່ປະຊາຊົນບັນດາເຜົ່າ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ສືບຕໍ່ລົງເກັບກຳສະຖິຕິ, ຂຶ້ນບັນຊີເປົ້າໝາຍເສບ ແລະ ຄ້າ-ຂາຍຢາເສບຕິດ ຢູ່ພາຍໃນໃຫ້ລະອຽດຮັດກຸມ, ເອົາໃຈໃສ່ແກ້ໄຂມ້າງລາຍຄະດີເປົ້າໝາຍເສບ ແລະ ຄ້າຂາຍຢາເສບຕິດ ຮັບປະກັນໄດ້ຄວາມຖືກຕ້ອງ, ສອດຄ່ອງ, ຍຸຕິທຳ ແລະ ເປັນມືອາຊີບ; ພ້ອມນັ້ນ, ໃຫ້ສຶບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການທີ່ວາງໄວ້ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳຫຼາຍຂຶ້້ນ.