ໄລຍະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ກາງສະໄໝທີ VI ຂອງຄະນະພັກ ກົມໃຫຍ່ການເມືອງ ປກສ ແມ່ນໄດ້ເປັນເສນາທິການໃຫ້ ຄະນະພັກກະຊວງ ປກສ ໃນການກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ບົນພື້ນຖານປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ ເພື່ອໃຫ້ຮັບປະກັນການນໍາພາວຽກງານພັກ-ພະນັກງານ ແລະ ຂະຫຍາຍສະມາຊິກພັກ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.

ກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝທີ VI ຂອງອົງຄະນະພັກ ກົມໃຫ່ຍການເມືອງ ກະຊວງ ປກສ ແລະ ວາງທິດທາງແຜນການ ໄລຍະທ້າຍສະໄໝ ໃນວາລະຕອນເຊົ້າຂອງວັນທີ 29 ພຶດສະພາ 2023, ເປັນປະທານໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງ ປກສ, ເລຂາອົງຄະນະພັກ ຫົວໜ້າກົມໃຫ່ຍການເມືອງ ປກສ, ມີຄະນະພັກກະຊວງ, ຮອງເລຂາຄະນະ, ຄະນະປະຈໍາພັກ, ຄະນະກໍາມະການພັກກົມໃຫ່ຍ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານກົມກອງ ອ້ອມຂ້າງ ກົມໃຫ່ຍການເມືອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກະຊວງ, ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານຮ່າງບົດສະຫຼຸບການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ກາງສະໄໝທີ VI ຂອງຄະນະພັກ ກົມໃຫຍ່ການເມືອງ ປກສ ໃຫ້ຮູ້ວ່າ:

ຜ່ານມາ, ໄດ້ຄົ້ນຄວ້າປັບປຸງ ແລະ ນຳສະເໜີຂັ້ນເທິງອະນຸມັດບັນດານິຕິກໍາ ກ່ຽວກັບ ວຽກງານກໍ່ສ້າງພັກ ຈຳນວນ 5 ສະບັບ, ສະຫຼຸບສັງລວມວຽກງານຕ່າງໆຂອງຄະນະພັກ ກະຊວງ ປກສ ປະຈຳເດືອນ, ໄຕມາດ ແລະ ປະຈຳປີ, ລາຍງານຄະນະປະຈຳພັກກະຊວງ ແລະ ຄະນະຈັດຕັ້ງສູນກາງພັກປົກກະຕິ, ເປີດຊຸດອົບຮົມວຽກງານພັກວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I ໃຫ້ຄະນະພັກກົມກອງ ອ້ອມຂ້າງ ກະຊວງ, ປກສ ນະຄອນຫຼວງ ແລະ ກອງບັນຊາການ ປກສ ແຂວງ ໃນທົ່ວປະເທດ ມີນັກສໍາມະນາກອນເຂົ້າຮ່ວມ 242 ສະຫາຍ ຍິງ 12 ສະຫາຍ.

ຄົ້ນຄວ້າສະເໜີຂັ້ນເທິງອະນຸມັດບົ່ງຕົວແຕ່ງຕັ້ງ ຄະນະປະຈຳພັກ ແລະ ກຳມະການຄະນະພັກກະຊວງ 5 ສະຫາຍ, ຄະນະກວດກາພັກກະຊວງ 2 ສະຫາຍ, ຄະນະປະຈຳພັກ ແລະ ກຳມະການຄະນະພັກຂອງບັນດາກົມໃຫຍ່ ແລະ ທຽບເທົ່າ 24 ສະຫາຍ ຍິງ 1 ສະຫາຍ, ອະນຸມັດສ້າງຕັ້ງຮາກຖານພັກໃໝ່ 73 ໜ່ວຍ, ຍົກຖານະຂັ້ນຮາກຖານພັກ 6 ໜ່ວຍ, ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ປະທານກວດກາ ແລະ ກຳມະການພັກ ຂອງບັນດາຮາກຖານພັກ ອ້ອມຂ້າງ ກະຊວງ 281 ສະຫາຍ ຍິງ 34 ສະຫາຍ.

ການຂະຫຍາຍພັກຖືກຕ້ອງຕາມລະບຽບຫຼັກການ, ຂັ້ນຕອນ, ຄົບຖ້ວນມາດຖານເງື່ອນໄຂ ຂອງການຂະຫຍາຍພັກ, ຜ່ານມາ ໄດ້ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນ ສະມາຊິກພັກສຳຮອງ 2.345 ສະຫາຍ ຍິງ 623 ສະຫາຍ, ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນ ສະມາຊິກພັກສົມບູນ 2.392 ສະຫາຍ ຍິງ 558 ສະຫາຍ.

ປະຕິບັດແຜນການວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາແຕ່ລະປີ ແລະ ຈັດຕັ້ງພິທີມອບໃບຢັ້ງຢືນຂັ້ນກະຊວງ ຢ່າງສົມກຽດ ສະແດງອອກຄື:

  • ປີ 2020 ມີໜ່ວຍພັກໄດ້ຮັບນາມມະຍົດ 186 ໜ່ວຍ
  • ປີ 2021 ມີ 193 ໜ່ວຍ
  • ປີ 2022 ມີ 206 ໜ່ວຍ

ສຳລັບ ອົງຄະນະພັກ ກົມໃຫຍ່ການເມືອງ ມີສະມາຊິກພັກທັງໝົດ 936 ສະຫາຍ ຍິງ 315 ສະຫາຍ, ສຳຮອງ 95 ສະຫາຍ ຍິງ 39 ສະຫາຍ, ມີ 12 ໜ່ວຍພັກຮາກຖານ, ມີ 4 ຄະນະພັກຮາກຖານ ແລະ ມີ 17 ໜ່ວຍພັກຂຶ້ນກັບ; ປີ 2022 ໄດ້ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 19 ໜ່ວຍ, ກາງ 6 ໜ່ວຍ ແລະ ບໍ່ໄດ້ແບ່ງ 1 ໜ່ວຍ (ສາເຫດສ້າງໃໝ່), ຂະຫຍາຍມະຫາຊົນຜູ້ກ້າວໜ້າ ເຂົ້າພັກສຳຮອງ 174 ສະຫາຍ ຍິງ 70 ສະຫາຍ ແລະ ເລື່ອນຂຶ້ນສົມບູນ 137 ສະຫາຍ ຍິງ 58 ສະຫາຍ.