ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແມ່ນການສຸມທຸກກຳລັງແຮງສັງລວມເຂົ້າໃນການແກ້ໄຂ, ຖືເປັນບັນຫາສຳຄັນ, ຈຳເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີ ໃຫ້ຫຼຸດລົງຢ່າງຈະແຈ້ງ ແລະ ໄດ້ກຳນົດການຈັດຕັ້ງປະຕິບັດທີ່ແນ່ນນອນ ແຕ່ປີ 2021-2023.

ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວ ເປັນໜ້າທີ່ ແລະ ແມ່ນຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ, ລັດຖະບານ ຈຶ່ງໄດ້ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ 23 ອົງການຈັດຕັ້ງ ລວມທັງສະຖະບັນຄອບຄົວ. ໃນນັ້ນ, ລັດຖະບານ ແລະ ແຂວງ ໄດ້ກຳນົດ 6 ວຽກງານຈຸດສຸມ ໃນການຈັດຕັ້ງປະຕິບັດ, ສໍາລັບ ກອງບັນຊາການ ປກສ ແຂວງ ໄດ້ຜັນຂະຫຍາຍອອກຈາກ 6 ວຽກງານຈຸດສຸມ ມາເປັນ 5 ຈຸດສຸມ ຄື:

  • ວຽກງານໂຄສະນາ
  • ວຽກງານແກ້ໄຂເປົ້າໝາຍ
  • ວຽກງານກອງທຶນຕ້ານຢາເສບຕິດ
  • ວຽກງານປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ
  • ວຽກງານປະສານງານຮ່ວມມືແລກປ່ຽນຂໍ້ມູນຂ່າວສານ

ແຂວງບໍລິຄໍາໄຊ ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກກາງຂອງ ສປປ ລາວ, ເປັນທາງອອກ-ເຂົ້າສູ່ນະຄອນຫຼວງວຽງຈັນ, ປະກອບມີ 7 ຕົວເມືອງ, ມີຊາຍແດນຕິດກັບ ສສ ຫວຽດນາມ ແລະ ຣາຊະອານາຈັກໄທ; ເຊິ່ງໄດ້ເປັນຊອງຫວ່າງໃຫ້ກຸ່ມຄົນບໍ່ດີ ສວຍໃຊ້ ແຂວງບໍລິຄໍາໄຊ ໃນການເປັນທາງຜ່ານຂົນສົ່ງ ແລະ ຄ້າ-ຂາຍຢາເສບຕິດ ໄປຫາປະເທດທີ່ 3, ໂດຍສວຍໃຊ້ພື້ນທີ່ທີ່ເປັນພູດອຍ ເປັນບ່ອນປູກພືດເສບຕິດ ໂດຍສະເພາະແມ່ນ ກັນຢາ ແລະ ຢາຝິ່ນ.

ຕໍ່ກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຖືເອົາການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເປັນບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ເພື່ອໃຫ້ບັນຫາຢາເສບຕິດຫຼຸດລົງຢ່າງຈະແຈ້ງ ແລະ ຕາມກໍານົດເວລາທີ່ແນ່ນອນ, ໂດຍສຸມໃສ່ໃນການແກ້ໄຂບັນຫາຢາເສບຕິດ ເປັນຄວາມຮັບຜິດຊອບຂອງທຸກພາກສ່ວນໃນທົ່ວສັງຄົມ.

ພັອ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ໃຫ້ສໍາພາດຕໍ່ທີມງານນັກຂ່າວ ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ກ່ຽວກັບ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຂອງກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ເມື່ອບໍ່ດົນມານີ້ ວ່າ:

ນັບແຕ່ໄດ້ຮັບການມອບໝາຍຈາກຂັ້ນເທິງ, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຜັນຂະຫຍາຍວຽກຈຸດສຸມດັ່ງກ່າວ ມາສ້າງເປັນໂຄງການ ແລະ ແຜນດຳເນີນງານຕ່າງໆໃນການຈັດຕັ້ງປະຕິບັດ, ເຊິ່ງໄດ້ແບ່ງອອກເປັນ 3 ໄລຍະ ຄື:

+ ໄລຍະທີ 1: ແມ່ນກະກຽມຄວມພ້ອມເອກະສານ ແລະ ບຸກຄະລາກອນຕ່າງໆ

+ ໄລຍະ 2: ແມ່ນເປີດຂະບວນການຕໍ່ສູ້ກັບບັນຫາຢາເສບຕິດ

+ ໄລຍະ 3: ແມ່ນໄລຍະສຸດທ້າຍກວດກາປະເມີນຜົນ ໃນການສະຫຼຸບທອດຖອນບົດຮຽນ ແລະ ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ 9 ປີ 2021 ເປັນຕົ້ນມາ

ຜົນສຳເລັດໃນການຈັດຕັ້ງປະຕິບັດ ວຽກງານໂຄສະນາ ແລະ ເຜີຍແຜ່ນິຕິກຳ ໄດ້ເອົາໂຄງການວິທະຍາສາດຕ້ານການແຜ່ລະບາດຂອງຢາເສບຕິດ ເຂົ້າໃນການຈັດຕັ້ງປະຕິບັດພາຍໃນ 7 ຕົວເມືອງທົ່ວແຂວງ ໂດຍສະເພາະແມ່ນ ໄດ້ນໍາເອົາເນື້ອໃນໂຄງການວິທະຍາສາດ, ເອກສານສຳຄັນຕ່າງໆຂອງຂັ້ນເທິງທີ່ກ່ຽວຂ້ອງກັບຢາເສບຕິດ ລົງໂຄສະນາ, ເຜີຍແຜ່ໃຫ້ອົງການຈັດຕັ້ງຕ່າງໆ ທັງພາກລັດ-ເອກະຊົນ, ຕາມສະຖາບັນສຶກສາ, ໂຮງຮຽນ, ຕາມບັນດາບ້ານ ຈໍານວນ 284 ບ້ານ ທົ່ວແຂວງບໍລິຄຳໄຊ ໄດ້ສຳເລັດຈຳນວນ 335 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 10.400 ຄົນ.

ໄດ້ເກັບກຳຂຶ້ນບັນຊີບັນດາເປົ້າໝາຍ ທີ່ພົວພັນຢາເສບຕິດ ທັງໝົດທົ່ວແຂວງມີຈໍານວນ 9.564 ຄົນ ຍິງ 205 ຄົນ, ເປົ້າໝາຍເສບ 8.560 ຄົນ ຍິງ 100 ຄົນ, ເປົ້າໝາຍຄ້າ-ຂາຍ 965 ຄົນ ຍິງ 101 ຄົນ, ເປົ້າໝາຍປູກພືດເສບຕິດ 155 ຄອບຄົວ.

ຕໍ່ຜູ້ເສບ ແມ່ນສ້າງບົດທຶກກ່າວເຕືອນ ແລະ ສຶກສາອົບຮົມເບື້ອງຕົ້ນ ພ້ອມແນະນໍາໃຫ້ຜູ້ປົກຄອງໄປຝາກປິ່ນປົວຢູ່ສູນບຳບັດ; ໃນໄລຍະການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ມີຜູ້ມາບຳບັດຈຳນວນ 260 ຄົນ ຍິງ 3 ຄົນ, ປິ່ນປົວຫາຍດີ ຈຳນວນ 108 ຄົນ, ປັດຈຸບັນ ຍັງມີຜູ້ບຳບັດປິ່ນປົວ 152 ຄົນ ຍິງ 3 ຄົນ.

ວຽກງານຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ໄດ້ປະສານສົມທົບຮ່ວມມືກັບ ເຈົ້າໜ້າຕໍາຫຼວດປາບປາມຢາເສບຕິດ ແຂວງຮ່າຕິ້ງ ສສ ຫວຽດນາມ ສ້າງລາຍຄະດີສະເພາະ 5 ເລື່ອງ, ສາມາດມ້າງສຳເລັດ 2 ເລື່ອງ, ກັກຜູ້ຖືກຫາ 4 ຄົນ, ຢຶດຂອງກາງໄດ້ຄື: ເຮໂຣອິນ ຈໍານວນ 9 ແທ່ງ, ຢາໄອສ໌ 21 ກິໂລກຣາມ, ຢາອີ 10 ກິໂລກຣາມ, ປືນສັ້ນ 1 ກະບອກ, ລົດຈັກ 1 ຄັນ ແລະ ຍັງສືບຕໍ່ຕິດຕາມມ້າງຈໍານວນ 3 ເລື່ອງ; ນອກນັ້ນ, ກໍໄດ້ພິສູດເປົ້າໝາຍທີ່ພົວພັນກັບຢາເສບຕິດໃຫ້ ເຈົ້າໜ້າທີ່ ປກສ ແຂວງຮ່າຕິ້ງ 2 ຄັ້ງ.

ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ທະຫານຊາຍແດນ ແຂວງຮ່າຕິ້ງ ແລກປ່ຽນຂໍ້ມູນບັນດາເປົ້າໝາຍຄ້າ-ຂາຍຢາເສບຕິດ ສາມາດມ້າງໄດ້ 2 ເລື່ອງ, ກັກຜູ້ຖືກຫາໄດ້ 2 ຄົນ, ຢຶດຂອງກາງໄດ້ຄື: ຢາໄອສ໌ 110 ກິໂລກຣາມ, ເຮໂຣອິນ 9 ແຫ່ງ, ລົດໃຫຍ່ 2 ຄັນ, ລົດຊິ້ງ 1 ຄັນ ແລະ ຍັງສືບຕໍ່ຕິດຕາມເປົ້າໝາຍຄ້າຂາຍຢາເສບຕິດ 3 ເປົ້າໝາຍ.

ໄດ້ປະສານສົມທົບພົວພັນຮ່ວມມືກັບ ເຈົ້າໜ້າທີ່ໄທ ປະຈຳພື້ນທີ່ຊາຍແດນ ບໍລິຄຳໄຊ-ບຶງການ ໃນການເປີດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ, ບັນດາເປົ້າໝາຍທີ່ພົວພັນກັບຢາເສບຕິດ ຕາມຊາຍແດນ ລາວ-ໄທ ຈໍານວນ 4 ຄັ້ງ, ໄດ້ເຂົ້າຮ່ວມ ກອງປະຊຸມພົບປະແລກປ່ຽນສະພາບ, ວຽກງານວິຊາສະເພາະກ່ຽວກັບ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຄັ້ງທີ I ກັບ ກອງບັນຊາການ ປກສ ແຂວງຄຳມ່ວນ.

+ ທິດທາງວຽກງານຈຸດສຸມໃນຕໍ່ໜ້າ:

ວຽກງານໂຄສະນາ ແລະ ເຜີຍແຜ່ນິຕິກຳ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການວິທະຍາສາດ ຄືແຜນໂຄສະນາເຜີຍແຜ່ລະບຽບກົດໝາຍ, ມະຕິ, ຄຳສັ່ງ, ບັນດານິຕິກຳຕ່າງໆ ລົງຕາມບັນດາສຳນັກງານ-ອົງການ, ເມືອງ, ບ້ານ, ໂຮງຮຽນ, ສະຖາບັນຄອບຄົວ ແລະ ກຸ່ມເປົ້າໝາຍທີ່ພົວພັນຢາເສບຕິດ ໃຫ້ທົ່ວເຖິງ ພ້ອມທັງປຸກລະດົມຂົນຂວາຍໃຫ້ທຸກພາກສ່ວນໃນທົ່ວສັງຄົມ ເຂົ້າຮ່ວມວຽກສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢ່າງເປັນເຈົ້າການ ແລະ ກວ້າງຂວາງຂຶ້ນກວ່າເກົ່າ.

ຕໍ່ກັບບັນດາເປົ້າໝາຍເສບທັງເກົ່າ ແລະ ໃໝ່ ຕ້ອງໄດ້ສຶກສາອົບຮົມ-ປິ່ນປົວຢູ່ສູນບຳບັດ, ກໍລະນີໄດ້ຮັບປິ່ນປົວ ມີໃບຢັ້ງຢືນຈາກສູນບຳບັດອອກມາ ແລ້ວບໍ່ຍຸດເຊົາ ພວກເຮົາຈະໄດ້ປະຕິບັດຕາມປະມວນກົດໝາຍອາຍາ ມາດຕາ 321. ຈະດຳເນີນການກວດກາປະເມີນຜົນ ເປົ້າໝາຍພົວພັນຢາເສບຕິດໃນແຕ່ລະບ້ານ, ກໍລະນີບ້ານໃດທີ່ໄດ້ມາດຖານມີເງື່ອນໄຂເໝາະສົມ ແມ່ນຈະໄດ້ສ້າງເປັນບ້ານປອດຢາເສບຕິດ ແລະ ຈັດຕັ້ງປະຕິບັດກວດການໍ້າປັດສະວະ ຕໍ່ຜູ້ຂັບຂີ່ພາຫະນະເຂົ້າ-ອອກ ພາຍໃນແຂວງ.

ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຈະສືບຕໍ່ຜັນຂະຫຍາຍການຈັດຕັ້ງປະຕິບັດ ໂຄງການສຳມະນາວິທະຍາສາດ ໃນການສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງຢາເສບຕິດ ໃຫ້ມີຜົນສໍາເລັດ ແລະ ດຳເນີນການປະເມີນຜົນ ເພື່ອສ້າງເປັນບ້ານປອດຢາເສບຕິດ; ສືບຕໍ່ຈັດກໍາລັງວິຊາສະເພາະ ລົງແກ້ໄຂສະພາບປະກົດການຫຍໍ້ທໍ້ ກ່ຽວກັບ ບັນຫາຢາເສບຕິດ ຕາມສາຍຕັ້ງທົ່ວແຂວງ ໃຫ້ມີປະສິດທິຜົນ.

ສືບຕໍ່ເອົາໃຈໃສ່ປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ເຮັດໃຫ້ດີ ແລະ ເພີ່ມບຸກຄະລາກອນວິຊາສະເພາະໃຫ້ເໝາະສົມ, ສົມທົບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ: ຝຶກອົບຮົມທາງດ້ານວິຊາອາຊີບສີມືແຮງງານ; ຜູ້ທີ່ປົ່ວປົວດີ ແລະ ໄດ້ປ່ອຍຕົວກັບບ້ານແລ້ວ ຈະໄດ້ມອບໃຫ້ຜູ້ປົກຄອງ, ປກສ ກຸ່ມ-ເມືອງ ຄຸ້ມຄອງ, ກໍລະນີຍັງມີການເຄື່ອນໄຫວເສບບໍ່ຍຸດເຊົາ ແມ່ນໃຫ້ປະຕິບັດຕາມກົດໝາຍ.

ສືບຕໍ່ຮ່ວມມືປະສານສົມທົບ ວຽກງານຊາຍແດນ ກັບຫ້ອງການ ຫຼັກຊາວ-ເກົາແຈ່ວ ສສ ຫວຽດນາມ ເປັນຕົ້ນແມ່ນ ເພີ່ມທະວີຮ່ວມມື ເພື່ອແລກປ່ຽນຂໍ້ມູນບັນດາເປົ້າໝາຍທີ່ພົວພັນກັບຢາເສບຕິດ ແລະ ພ້ອມກັນແກ້ໄຂຈັດຕັ້ງປະຕິບັດ.

ສັງລວມແລ້ວ: ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຂອງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແມ່ນໄດ້ມີຜົນສໍາເລັດຢ່າງສູງ ແລະ ຍັງຈະໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໂດຍສຸມໃສ່ 3 ມາດຕະການຫຼັກ ຄື: ຄວາມເດັດຂາດ, ຄວາມໂປ່ງໃສ ແລະ ຄວາມເປັນມືອາຊີບ ແລະ 5 ແຜນວຽກຈຸດສຸມ ໃຫ້ບັນດາຕາມເປົ້າໝາຍທີ່ວາງໄວ້.

ໂດຍ: ບ່າວດອນຂຽວ