ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາ ຫ້ອງພະລາທິການ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ຈະສືບຕໍ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ປະຕິບັດວຽກງານວິຊາສະເພາະ ກໍຄື ວຽກງານພະລາທິການ ໃຫ້ມີຄວາມຮັບປະກັນໃນການລ້ຽງດູກໍາລັງປ້ອງກັນສູນກາງ ໂດຍການສ້າງແຜນງົບປະມານເງິນເດືອນ ແລະ ເງິນຮ່ວງຕ່າງໆ, ການຄຸ້ມຄອງ, ຕິດຕາມ, ກວດກາງົບປະມານລາຍຮັບ-ລາຍຈ່າຍ, ລະບອບອັດຕາເງິນເດືອນ ຖືກຕ້ອງຕາມລະບຽບຫຼັກການ ແລະ ເບີກຈ່າຍໃຫ້ທັນເວລາ.

ພັທ ພູເພັດ ພິລາພອນ ຮອງຫົວໜ້າຫ້ອງພາລາທິການ ກ່າວໃນກອງປະຊຸມສະຫຼຸບວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂອງຫ້ອງພາລາທິການ ກອງບັນຊາການປ້ອງກັນສູນກາງ ໃຫ້ຮູ້ວ່າ:

ເພື່ອເຮັດໃຫ້ວຽກງານພະລາທິການ ມີຄວາມຮັບປະກັນໃນການລ້ຽງດູກໍາລັງປ້ອງກັນສູນກາງ, ກ່ອນອື່ນໝົດ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ, ບໍລິສຸດຕໍ່ຊາດ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ຍົກສູງຄວາມຮູ້-ຄວາມສາມາດໃນແຕ່ລະດ້ານໃຫ້ສູງຂຶ້ນ ໂດຍສະເພາະແມ່ນ 3 ທາດແທ້, 7 ມູນເຊື້ອ ແລະ ໃຫ້ແທດເໝາະກັບຄວາມຮັບຜິດຊອບ, ພາລະບົດບາດ, ໜ້າທີ່ຂອງແຕ່ລະສະຫາຍ, ຍົກສູງຄວາມເປັນເຈົ້າການໃນການຄົ້ນຄວ້າ, ຄົ້ນຄິດ ຕິດພັນກັບ ການແກ້ໄຂບັນຫາຕົວຈິງໃຫ້ມີຜົນສໍາເລັດ.

ຈາກນັ້ນ, ຕ້ອງສືບຕໍ່ເອົາໃຈໃສ່ຄຸ້ມຄອງເອກະສານສໍານວນ-ສໍາເນົາ ເກັບກໍາປະຫວັດພະນັກງານ ໃຫ້ເປັນລະບົບບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ຖືກຕ້ອງຕາມລະບຽບຫຼັກການ, ຮັກສາຄວາມລັບຂອງກົມກອງຢ່າງເຂັ້ມງວດ ພ້ອມທັງປະສານສົມທົບແຕ່ລະໜ້າວຽກກັບບັນດາພະແນກ, ຫ້ອງ ແລະ ພາກສ່ວນກ່ຽວຂ້ອງໃຫ້ມີຜົນສໍາເລັດ.

ສືບຕໍ່ພົວພັນຂຶ້ນແຜນງົບປະມານ ຮັບຢາປິ່ນປົວສຸຂະພາບ ແລະ ເຄື່ອງອຸປະກອນການແພດ ຕາມກໍານົດເວລາສົ່ງໃຫ້ ກົມເສນາຮັກ ເພື່ອຮັບມາໃຊ້ປິ່ນປົວນາຍ ແລະ ພົນຕໍາຫຼວດໃຫ້ພຽງພໍ.

ຕໍ່ນາຍ ແລະ ພົນຕໍາຫຼວດຜູ້ທີ່ເຈັບ ບໍ່ສາມາດປິ່ນປົວຢູ່ກົມກອງ ກໍຕ້ອງໄດ້ນໍາສົ່ງໂຮງໝໍ ແລະ ລົງກວດກາບັນດາກອງຮ້ອຍ ອ້ອມຂ້າງ ກອງບັນຊາການ ເພື່ອແນະນໍາການກິນຢູ່ສະອາດ ແລະ ການອະນາໄມສະຖານທີ່ພັກອາໄສ ເພື່ອຕ້ານພະຍາດທີ່ເກີດຂຶ້ນຕາມລະດູການ ເຊັ່ນ: ພະຍາດໄຂ້ຍຸງ, ໄຂ້ຫວັດ, ຖອກທ້ອງ ແລະ ພະຍາດອື່ນໆ ແຕ່ລະໄລຍະຕາມການແຈ້ງການຂອງ ກົມເສນາຮັກ.

ສືບຕໍ່ສ້າງແຜນງົບປະມານເງິນເດືອນ ແລະ ເງິນຮ່ວງຕ່າງໆ, ການຄຸ້ມຄອງ, ຕິດຕາມ, ກວດກາງົບປະມານລາຍຮັບ-ລາຍຈ່າຍ, ລະບອບອັດຕາເງິນເດືອນ ຖືກຕ້ອງຕາມທິດຊີ້ນໍາຂອງ ກົມໃຫຍ່ພະລາທິການ ເວົ້າລວມ, ເວົ້າສະເພາະ ຕາມການຊີ້ນໍາຂອງຄະນະພັກ ກອງບັນຊາການປ້ອງກັນສູນກາງ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ເບີກຈ່າຍໃຫ້ທັນກໍານົດເວລາ.

ສຶບຕໍ່ຂຶ້ນແຜນງົບປະມານເຄື່ອງນຸ່ງຫົ່ມ ປະຈໍາປີ, ເຄື່ອງວິຊາສະເພາະ, ເຄື່ອງຍາວນານ, ເຄື່ອງເຮືອນຄົວ, ຮັບປະກັນການເບີກຈ່າຍໃຫ້ນາຍ ແລະ ພົນຕໍາຫຼວດ ຕາມລະບຽບຫຼັກການ ແລະ ສືບຕໍ່ຂຶ້ນແຜນບັນຊີລາຍຊື່ແທກຕັດເຄື່ອງນຸ່ງ ປະຈໍາປີ 2023 ນໍາໂຮງງານກຽນສັນຕິສຸກ ໃຫ້ສໍາເລັດຕາມກໍານົດເວລາ.

ເອົາໃຈໃສ່ຄຸ້ມຄອງທີ່ດິນ, ເຮືອນລັດ, ເຮືອນລວມ ແລະ ເຄື່ອງຄົງທີ່, ປົກປັກຮັກສາຕຶກອາຄານ, ລົງຕິດຕາມກວດກາລະບົບໄຟຟ້າ, ນໍ້າປະປາ ທີ່ຂຶ້ນກັບ ກອງບັນຊາການ ຄຸ້ມຄອງ ເພື່ອນໍາໃຊ້ໃຫ້ໄດ້ເປັນປົກກະຕິ ແລະ ຍາວນານ; ພ້ອມກັນນັ້ນ, ກໍຕ້ອງໄດ້ສືບຕໍ່ແຕ່ລະໜ້າວຽກ ຄື: ສືບຕໍ່ຕິດຕາມການສ້ອມແປງຕຶກອາຄານ ກອງບັນຊາການ ໃນບັນດາວຽກທີ່ຍັງຄ້າງ, ສືບຕໍ່ຂຶ້ນແຜນຂໍສະຖານທີ່ດິນປຸກສ້າງໂຮງຮຽນ ແລະ ຂໍງົບປະມານກໍ່ສ້າງ.

ຂຶ້ນແຜນງົບປະມານລາຍຮັບ-ລາຍຈ່າຍ ນໍ້າມັນເຊື້ອໄຟບໍລິຫານ, ວິຊາສະເພາະ, ນໍ້າມັນຫຼໍ່ລື້ນ ແລະ ນໍ້າມັນຮັບໃຊ້ຊຸດຮຽນ, ບໍາລຸງຮັກສາອຸປະກອນເຕັກນິກ ແລະ ພາຫະນະຮັບໃຊ້ວຽກບໍລິຫານ-ວິຊາສະເພາະ, ຮັບປະກັນການ ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ຖືກຕ້ອງ ແລະ ທັນເວລາ.

ສືບຕໍ່ເພີ່ມທະວີເອົາໃຈໃສ່ຄຸ້ມຄອງບັນຊີ, ຕິດຕາມ, ກວດກາອາວຸດ ແລະ ລູກປືນ ໃຫ້ຖືກຕາມລະບຽບຫຼັກການຂອງກະຊວງວາງອອກ, ລົງຕິດຕາມກວດກາອາວຸດ-ລູກປືນຢູ່ບັນດາຫ້ອງ, ກອງຮ້ອຍ ແລະ ໂຮງຮຽນ ອ້ອມຂ້າງ ກອງບັນຊາການ ໃຫ້ເປັນປົກກະຕິ ເພື່ອປົກປັກຮັກສາ, ແນະນໍາການນໍາໃຊ້ ແລະ ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ.

ສືບຕໍ່ເອົາໃຈໃສ່ຊຸກຍູ້ຄອບຄົວນາຍ ແລະ ພົນຕໍາຫຼວດ ອອກແຮງງານເພີ່ມພູນຜະລິດຜົນ, ປູກຝັງລ້ຽງສັດ, ຄ້າຂາຍທີ່ບໍ່ຂັດກັບກົດໝາຍ ເພື່ອແນໃສ່ ສ້າງເສດຖະກິດຄອບຄົວ ແລະ ລວມໝູ່, ແນໃສ່ປະຕິບັດຄໍາຂວັນ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ“.

ໃນ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານນັກຮົບ ເປັນໜ້າທີ່ສຳຄັນສອດຫ້ອຍກັບ ການປະຕິບັດໜ້າທີ່ວິຊາສະເພາະ, ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ມີລະບຽບວິໃນເຂັ້ມງວດ, ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຕາມການມອບໝາຍ, ໄດ້ເອົາໃຈໃສ່ຊັບຊ້ອນນາຍ ແລະ ພົນຕຳຫຼວດ ໃຫ້ຖືກກັບວິຊາສະເພາະຄວາມຮູ້-ຄວາມສາມາດ, ເຄື່ອນໄຫວເຮັດໜ້າທີ່ວຽກງານຢ່າງມີປະສິດທິພາບ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ແລະ ຮັບປະກັນວຽກງານພະລາທິການ ໃນການລ້ຽງດູກຳລັງປ້ອງກັນສູນກາງ, ຈັດຕັ້ງປະຕິບັດຂຶ້ນແຜນງົບປະມານລາຍຮັບ-ລາຍຈ່າຍເງິນເດືອນ, ເງິນບໍລິຫານຮ່ວງຕ່າງໆ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງອຸປະກອນວິຊາສະເພາະ, ພາຫະນະ, ວັດຖຸອຸປະກອນເຕັກນິກ ຄົບຖ້ວນຕາມລະບອບອັດຕາທີ່ກະຊວງອານຸມັດ.

ວຽກງານຮັກສາສຸຂະພາບ ໄດ້ຮັບຢາປິ່ນປົວພະຍາດ 4 ຄັ້ງ ມີຢາ 159 ລາຍການ ແລະ ອຸປະກອນການແພດ 36 ລາຍການ, ກວດກາສຸຂະພາບປະຈຳປີ ໃຫ້ຄະນະພັກ-ຄະນະນໍາ, ຫົວໜ້າ-ຮອງພະແນກ ທີ່ຂຶ້ນກັບ ກອງບັນຊາການ 68 ທ່ານ, ຈ່າຍຢາປິ່ນປົວສຸຂະພາບ 1.176 ເທື່ອຄົນ, ສ້າງແຜນງົບປະມານລາຍຮັບ-ລາຍຈ່າຍເຄື່ອງອຸປະໂພກ, ບໍລິໂພກ ປະຈຳເດືອນທຸກໆເດືອນ ແລະ ແຜນງົບປະມານເງິນຮ່ວງຕ່າງໆ ສຳເລັດຖືກຕ້ອງຕາມທິດຊີ້ນຳ, ຕິດຕາມຊຸກຍູ້ກວດກາຄຸ້ມຄອງສັບສິນ ພ້ອມທັງຂຶ້ນແຜນງົບປະມານບຳລຸງຮັກສາບູລະນະສ້ອມແປງ, ຄຸ້ມຄອງກວດກາອາວຸດຍຸດໂທ ໃຫ້ຢູ່ໃນສະພາບກຽມໃຊ້ງານ ເພື່ອກຽມຄວາມພ້ອມໃນການເຄື່ອນໄຫວວຽກງານວິຊາສະເພາະ.

ໂດຍ: ບ່າວດອນຂຽວ