ພັທ ນາງ ວັນເພັງ ພົມມີໄຊ ຮອງຫົວໜ້າກົມຕຳຫຼວດສາກົນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ກໍຄື ແຜນນະໂຍບາຍແຫ່ງຊາດ ທີ່ພົວພັນເຖິງການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ທັງເປັນການຈັດຕັ້ງຜັນຂະຫຍາຍ ຕາມແຜນສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງປ້ອງກັນຄວາມສະຫົງບ, ກົມໃຫຍ່ຕຳຫຼວດ ໄດ້ຖືເອົາວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເປັນວຽກງານໜຶ່ງທີ່ສຳຄັນ ໃນການສ້າງຄວາມສະເໝີພາບຍິງ-ຊາຍ, ເພື່ອເຮັດໃຫ້ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳ, ເຮັດໃຫ້ແມ່ຍິງໄດ້ປະກອບສ່ວນ ແລະ ມີສ່ວນຮ່ວມເຂົ້າໃນທຸກຂົງເຂດວຽກງານຫຼາຍຂຶ້ນເທື່ອລະກ້າວ.

ກົມໃຫຍ່ຕຳຫຼວດ ໄດ້ວາງທິດທາງແຜນການເຄື່ອນໄຫວ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນປີ 2023 ເພື່ອຮັບປະກັນສິດ ແລະ ການພັດທະນາຄວາມສະເໝີພາບຍິງ-ຊາຍ, ແນໃສ່ສ້າງໃຫ້ພະນັກງານເພດຍິງ ໄດ້ປະກອບສ່ວນໃນທຸກຂົງເຂດວຽກງານ ລວມທັງຂະແໜງການວິຊາສະເພາະ ແລະ ມີສ່ວນຮ່ວມໃນການຕັດສິນບັນຫານັບມື້ນັບຫຼາຍຂຶ້ນ.

ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບ ສະພາບການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ຕິດພັນກັບ ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ແຜນນະໂຍບາຍແຫ່ງຊາດ ແລະ ເພື່ອຄວາມສະເໝີພາບຍິງ-ຊາຍ ໃນກໍາລັງປ້ອງກັນຄວາມສະຫງົບ ທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໃນການປະກອບສ່ວນເຮັດໜ້າທີ່ວິຊາສະເພາະ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ.

ນອກນັ້ນ, ກົມໃຫຍ່ຕຳຫຼວດ ຍັງຈະສຸມໃສ່ປະຕິບັດວຽກງານຈຸດສຸມ ໃນການສູ້ຊົນຫັນເອົາວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເພື່ອຄວາມສະເໝີພາບຍິງ-ຊາຍ ໃນກຳລັງປ້ອງກັນຄວາມສະຫົງບ ຫັນເປັນແຜນການ, ແຜນງານຂອງຂະແໜງການ, ທັງຫັນເຂົ້າສູ່ວຽກງານກໍ່ສ້າງພະນັກງານ ເພື່ອສ້າງເງື່ອນໄຂໃຫ້ເພດຍິງໄດ້ຮັບຕໍາແໜ່ງຫຼາຍຂຶ້ນ.

ເພີ່ມຈຳນວນພະນັກງານເພດຍິງ ໃຫ້ມີໂອກາດໄດ້ໄປຍົກລະດັບທາງດ້ານທິດສະດີ, ວິຊາສະເພາະຂະແໜງການຕ່າງໆຫຼາຍຂຶ້ນ, ເອົາໃຈໃສ່ສ້າງ ແລະ ນໍາໃຊ້ພະນັກງານເພດຍິງ ຢ່າງມີຈຸດສຸມ, ເໝາະສົມກັບຄວາມຮູ້-ຄວາມສາມາດ, ຮັບປະກັນໃຫ້ຈຳນວນເພດຍິງຖືກກຳນົດຢູ່ໃນແຜນກໍ່ສ້າງພະນັກງານຂອງກົມໃຫຍ່ຕຳຫຼວດ ທັງໄລຍະສັ້ນ ແລະ ໄລຍະຍາວ ຕິດພັນກັບ ການສ້າງກົນໄກໃນການຕິດຕາມ, ກວດກາປະເມີນຜົນ ແລະ ລາຍງານຢ່າງເປັນປົກກະຕິ.

ສຳລັບຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກົມໃຫຍ່ຕຳຫຼວດ ໃນປີ 2022, ຄະນະຮັບຜິດຊອບ ເພື່ອຄວາມກ້າວໜ້າຂອງແມ່ຍິງ ກົມໃຫຍ່ຕຳຫຼວດ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ສ້າງແຜນການເຄື່ອນໄຫວ, ກໍານົດສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ເຊິ່ງສາມາດຍາດໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນແມ່ນ:

ໄດ້ເກັບກຳຂໍ້ມູນລາຍງານສະຖິຕິແຍກແພດ ກົມ-ຫ້ອງ ອ້ອມຂ້າງ ກົມໃຫຍ່ຕຳຫຼວດ ໃນສົກປີ 2021-2022 ເປັນບ່ອນອີງດ້ານຕົວເລກຢັ້ງຢືນ ແລະ ໄດ້ສະຫຼຸບວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນແຕ່ລະໄລຍະ.

ໄດ້ນຳເອົາເນື້ອໃນກ່ຽວກັບ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເພື່ອເປັນການໂຄສະນາ, ປູກຈິດສຳນຶກໃຫ້ເອື້ອຍນ້ອງແມ່ຍິງ.

ໄດ້ຄົ້ນຄວ້າ ແລະ ວິເຄາະຂໍ້ມູນສະຖິຕິແຍກເພດ ເພື່ອສ້າງເງື່ອນໄຂ ແລະ ປັດໄຈຊຸກຍູ້ພະນັກງານເພດຍິງຂອງກົມ, ກອງ, ຫ້ອງ ເພື່ອສ້າງເປັນເປົ້າໝາຍກໍານົດຕຳແໜ່ງຂັ້ນພະແນກ, ກົມ, ເປັນຜູ້ທີ່ຕັດສິນບັນຫາຕ່າງໆ.

ໄດ້ສ້າງກົນໄກການປະສານງານຂັ້ນກົມໃຫຍ່ ໂດຍແມ່ນຄະນະພັກ, ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຮັບຜິດຊອບຊີ້ນຳວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ປະກອບມີ ຫົວໜ້າ-ຮອງກົມ, ຫ້ອງ ແລະ ຂັ້ນພະແນກຈຳນວນໜຶ່ງ ເປັນຄະນະ ເພື່ອໃຫ້ສອດຄ່ອງຕາມພາລະບົດບາດ.

ຜົນງານຮັບປະກັນຄວາມສະເໝີພາບຍິງ-ຊາຍ ແມ່ນສາມາດເກັບກຳຈຳນວນກຳລັງເພດຍິງ ທີ່ບັນຈຸຢູ່ໃນຕຳແໜ່ງຂັ້ນຊີ້ນຳສາຍລັດ ຈຳນວນ 1 ສະຫາຍ, ໄດ້ຮັບຕໍາແໜ່ງຂັ້ນ 7 (ຫົວໜ້າພະແນກ) ຈຳນວນ 4 ສະຫາຍ ແລະ ຂັ້ນ 8 (ຮອງຫົວໜ້າພະແນກ) ຈຳນວນ 45 ສະຫາຍ, ເພດຍິງໄດ້ຮັບການເລື່ອນຊັ້ນ 90 ສະຫາຍ.

ບັນດາຜົນງານທີ່ຍາດມາໄດ້ນັ້ນ ກໍຍ້ອນມີແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານ ໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ແຜນຍຸດທະສາດແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ ເປັນບ່ອນອີງທີ່ສຳຄັນໃນການເຄື່ອນໄຫວວຽກງານດັ່ງກ່າວ ໂດຍສະເພາະແມ່ນ ຄະນະພັກ ກະຊວງປ້ອງກັນຄວາມສະຫົງບ ມີແຜນຈັດຕັ້ງປະຕິບັດຢ່າງແທດເຖິງ.

ຍ້ອນຄະນະພັກ-ຄະນະຊີ້ນໍາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ ແລະ ຖືເອົາວຽກງານພັດທະນາຊັບພະຍາກອນມະນຸດ ເປັນວຽກງານໜຶ່ງທີ່ສຳຄັນ; ອີກທັງ, ພະນັກງານ-ນັກຮົບ ມີຄວາມຫ້າວຫັນໃນການເປັນເຈົ້າການພັດທະນາຝຶກຝົນຫຼໍ່ຫຼອມຕົນເອງ ຈຶ່ງເຮັດໃຫ້ວຽກງານສົ່ງຄວາມກ້າວໜ້າຂອງແມ່ຍິງ, ຮັບປະກັນສິດສະເໝີພາບຍິງ-ຊາຍຂອງກົມໃຫຍ່ຕຳຫຼວດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີຜົນງານອັນພົ້ນເດັ່ນ.

ໂດຍ: ບຸນເຫຼືອ ບຸນສົງ