ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 43 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 99 ປີ ທີ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ໃນວັນທີ 1 ມິຖຸນາ 2023 ເພື່ອເປັນການປູກຈິດສຳນຶກໃຫ້ນາຍ ແລະ ພົນຕຳຫຼວດ ເຫັນໄດ້ຄວາມສຳຄັນ ແລະ ພ້ອມກັນຖະນຸຖະໜອມສິ່ງແວດລ້ອມ ໃຫ້ມີຄວາມສວຍສົດງົດງາມ, ຮັກສາໄດ້ລະບົບນິເວດວິທະຍາ ໃຫ້ມີ ຄວາມສົມດຸນ ໂດຍເນັ້ນໃສ່ການຢູ່ຮ່ວມກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ.

ເປັນກຽດນຳພາປູກຕົ້ນໄມ້ ໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ ກະຊວງ ປກສ, ໂດຍມີຄະນະປະຈຳພັກ, ຄະນະພັກກະຊວງ, ແຂກຮັບເຊີນ, ຄະນະພັກ-ຄະນະບັນຊາ ບັນດາກົມກອງອ້ອມຂ້າງກະຊວງ, ປກສ ນວ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມພິທີປູກຕົ້ນໄມ້ໃນຄັ້ງນີ້.

+ ໃນພິທີ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ກ່າວເປີດພິທີ, ເຊິ່ງມີບາງຕອນ ທ່ານໄດ້ກ່າວວ່າ:

“ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ແລະ ເພື່ອເປັນການປົກປັກຮັກສາຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ ແລະ ອຸດົມສົມບູນຂຽວງາມ ແລະ ນຳໃຊ້ໄດ້ຍາວນານນັ້ນ, ກະຊວງປ້ອງກັນຄວາມສະຫງົບ ໄດ້ມີຈຸດປະສົງປະກອບສ່ວນ ເພື່ອເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃຫ້ກວມຫຼາຍກວ່າ 70% ຕາມຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄດ້ກຳນົດໄວ້ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນ ເພີ່ມເນື້ອທີ່ປົກຫຸ້ມສີຂຽວກວມອັດຕາສູງຂຶ້ນ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳມະຊາດ ໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດ”.

ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ປະກອບມີ: ຕົ້ນໝາກມ່ວງ 20 ຕົ້ນ, ຕົ້ນລໍາໄຍ 20 ຕົ້ນ, ຕົ້ນໝາກລີ້ນຈີ່ 20 ຕົ້ນ ແລະ ຕົ້ນໝາກມີ້ 20 ຕົ້ນ.