ສະຫາຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງ ປກສ, ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ ກົມໃຫຍ່ການເມືອງ ປກສ ທຸກຂັ້ນ ຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນນັ້ນກໍຕ້ອງໄດ້ອອກແຮງແຂ່ງຂັນກັນ ແລະ ສຸມທຸກເຫື່ອແຮງສະຕິປັນຍາ ເຂົ້າໃນການປັບປຸງກໍ່ສ້າງພັກ-ກໍ່ສ້າງກຳລັງ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ມີແບບແຜນທັນສະໄໝເທື່ອລະກ້າວ.

ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2023 ເປັນມື້ປິດກອງປະຊຸມຄົບຄະນະບໍລິຫານງານພັກກາງສະໄໝທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງ ກະຊວງ ປກສ ແລະ ວາງທິດທາງແຜນການໄລຍະທ້າຍສະໄໝ, ສະຫາຍ ພົຕ ວັນທອງ ກອງມະນີ ໄດ້ເປັນປະທານ ແລະ ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນບູລິມະສິດສຳຄັນຕົ້ນຕໍ ແລະ ນໍາໜ້າໃນທຸກຂົງເຂດວຽກງານ, ເຮັດຕໍ່ເນື່ອງເປັນປະຈຳຫຼາຍຫຼົບຫຼາຍຕ່າວ, ເຮັດດ້ວຍຄວາມຮັບຜິດຊອບສູງ, ກວ້າງຂວາງເລິກເຊິ່ງ, ຖືສຳຄັນທາງດ້ານຮູບການ, ວິທີການ ແລະ ປັບປຸງເນື້ອໃນໃຫ້ມີຄວາມແຫຼມຄົມ ເຮັດໃຫ້ຜູ້ຟັງບໍ່ເກີດຄວາມເບື່ອໜ່າຍ.

ການນຳພາກໍ່ສ້າງພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ຕ້ອງໄດ້ຕັ້ງໜ້າປັບປຸງກໍ່ສ້າງຂະຫຍາຍພັກ ໂດຍຍຶດໝັ້ນຕາມ 5 ຫຼັກການ, 3 ທິດນໍາຂອງພັກ ແລະ ປະຕິບັດຕາມກົດລະບຽບພັກຢ່າງເຂັ້ມງວດ ຕິດພັນກັບ ການຄຸ້ມຄອງຕິດຕາມ-ກວດກາ ແລະ ຊຸກຍູ້ບັນດາຮາກຖານພັກ ໃຫ້ສ້າງໄດ້ໜ່ວຍພັກ, ສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງແທ້ຈິງ, ຫຼີກເວັ້ນການປະຕິບັດແບບຮູບການແລ່ນນຳແຕ່ປະລິມານ ແລະ ບໍ່ຄຳນຶງເຖິງຄຸນນະພາບ.

ການຂຶ້ນແຜນກຳນົດ, ການບຳລຸງກໍ່ສ້າງ, ຊັບຊ້ອນຈັດວາງ ແລະ ການປັບປຸງກົງຈັກການຈັດຕັ້ງພັກ-ລັດ ໃຫ້ເຂັ້ມແຂງ, ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິຜົນ, ກໍານົດຕໍາແໜ່ງງານລະອຽດຈະແຈ້ງ, ເປັນລະບົບຄົບຊຸດ ແລະ ຄຸ້ມຄອງທາງດ້ານສະຖິຕິພະນັກງານ ໃຫ້ຖືກຕ້ອງຊັດເຈນ, ເອົາໃຈໃສ່ກໍ່ສ້າງກໍາລັງໃຫ້ມີຄຸນທາດການເມືອງ, ຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດສິນທຳປະຕິວັດ ໂດຍສະເພາະແມ່ນ ເລັ່ງໃສ່ບຳລຸງກໍ່ສ້າງນັກຮຽນ-ນັກສຶກສາຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄຸນນະພາບ, ກາຍເປັນມືອາຊີບຢ່າງມີຈຸດສຸມ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.

ພ້ອມນີ້, ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກຂອງ ຄະນະພັກ-ຄະນະບັນຊາທຸກຂັ້ນ ໃຫ້ຫັນເຂົ້າສູ່ຫຼັກການ ເປັນຕົ້ນແມ່ນ ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຄວາມສາມັກຄີເປັນເອກະພາບພາຍໃນ, ມີການປຶກສາຫາລືວຽກງານສຳຄັນເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍໃນຄະນະພັກ ຕາມຄວາມເໝາະສົມ ພ້ອມທັງຊຸກຍູ້ສົ່ງເສີມແນວຄິດກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ.

+ ສະຫາຍ ວັນທອງ ກອງມະນີ ກ່າວອີກວ່າ:

ບັນຫາທີ່ກ່າວມາທັງໝົດນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ຄະນະພັກ-ຄະນະບັນຊາຂອງກົມໃຫຍ່ການເມືອງແຕ່ລະຂັ້ນ ຈະສຸມສະຕິປັນຍາເຂົ້າໃນການແກ້ໄຂບັນຫາທີ່ຂາດຕົກບົກເມືອງ, ຊອກໄດ້ວິທີການ ແລະ ມາດຕະການທີ່ເໝາະສົມໃນການແກ້ໄຂ ເພື່ອເອົາໃຈໃສ່ຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ປະກອບສ່ວນຢ່າງຕັ້ງໜ້າໃນການຍົກສູງຄວາມສາມາດນໍາພາ ແລະ ລັກສະນະນຳໜ້າຂອງຄະນະພັກທຸກຂັ້ນ, ເຮັດໃຫ້ການຈັດຕັ້ງປະຕິບັດທິດທາງແຜນການວຽກງານຈຸດສຸມຂອງ ກອງປະ ຊຸມກາງສະໄໝ ຄັ້ງທີ VI ຂອງພວກເຮົາ ໄດ້ຮັບຜົນສຳເລັດຢ່າງຈົບງາມ.