ກອງປະຊຸມລັດຖະມົນຕີພາຄີ ວ່າດ້ວຍ ສົນທິສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຄັ້ງທີ 18 ຈັດຂຶ້ນໃນວັນທີ 23 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ເປັນປະທານໂດຍ ທ່ານ ປອ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີລັດຖະມົນຕີສິ່ງແວດລ້ອມ ບັນດາປະເທດອາຊຽນ, ເຈົ້າໜ້າທີ່ອາວຸໂສສິ່ງແວດລ້ອມອາຊຽນ ແລະ ເຈົ້າໜ້າທີ່ກະຊວງກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ບຸນຄໍາ ວໍລະຈິດ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນໃນການຈັດການກັບມົນລະພິດຈາກໝອກຄວັນ ເພື່ອບັນລຸວິໄສທັດຂອງອາຊຽນ ບໍ່ໃຫ້ມີໝອກຄວັນຂ້າມຜ່ານຊາຍແດນ ໃນປີ 2030. ມົນລະພິດຈາກໝອກຄວັນ ໃນອານຸພາກພື້ນລຸ່ມແມ່ນໍ້າຂອງ ທີ່ຢູ່ໃນລະດັບອັນຕະລາຍ ແລະ ສົ່ງຜົນກະທົບທາງດ້ານສຸຂະພາບທີ່ຮ້າຍແຮງ ຈຳເປັນຕ້ອງດຳເນີນການ ແລະ ຫາວິທີແກ້ໄຂຮ່ວມກັນ.

ເຊິ່ງໃນໄລຍະລະດູແລ້ງປີນີ້ ມົນລະພິດໝອກຄວັນທີ່ປົກຄຸມບັນດາປະເທດພວກເຮົາ ແມ່ນມາຈາກມົນລະພິດທີ່ເກີດຂຶ້ນຈາກໄຟໄໝ້  ລາມປ່າ ເພື່ອຜະລິດກະສິກຳ ເຖິງວ່າຜ່ານມາພວກເຮົາຈະພະຍາຍາມແກ້ໄຂບັນຫາດັ່ງກ່າວແລ້ວ ແຕ່ກໍບໍ່ສາມາດຮັບມືກັບ ສະຖານະການໄດ້ຢ່າງທັນການ ສາເຫດ ແມ່ນເກີດຂຶ້ນຍ້ອນປັດໄຈຫຼາຍປະການ ເຊັ່ນ: ການປ່ຽນແປງຂອງສະພາບອາກາດ ທີ່ຮຸນແຮງຂຶ້ນ ໂດຍສະເພາະລະດູແລ້ງ.

ເພື່ອເພີ່ມຂີດຄວາມສາມາດໃນການປ້ອງກັນ ແລະ ຟື້ນຟູສິ່ງແວດລ້ອມຈາກ ມົນລະພິດໝອກຄວັນ ພວກເຮົາໄດ້ວາງວິ ໄສທັດ ປີ 2022-2030 ຕາມຂໍ້ຕົກລົງຂອງອາຊຽນວ່າດ້ວຍມົນລະພິດໝອກ ຄວັນຂ້າມແດນຍຸດທະສາດແຜນການ ຮ່ວມມືຂອງຊຽນ ເພື່ອຄວບຄຸມມົນລະ ພິດຂ້າມຊາຍແດນຢູ່ພື້ນທີ່ທີ່ເກີດຂຶ້ນ ໃນອາຊຽນ APMS 2022-2030.