ທິດທາງແຜນການ 6 ເດືອນທ້າຍປີ 2023, ກອງບັນຊາການ ປກສ ເມືອງເຟືອງ ແຂວງວຽງຈັນ ກໍຄື ຄະນະພັກ-ຄະນະບັນຊາ ກອງບັນຊາການ ຈະສືບຕໍ່ນໍາພາເຫຼົ່າວິຊາສະເພາະ ປະຕິບັດວຽກງານວິຊາສະເພາະ ກໍຄື ວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໂດຍສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ສືບຕໍ່ດໍາເນີນຄະດີທີ່ຍັງຄ້າງຄາໃຫ້ສໍາເລັດ, ສຸມໃສ່ກໍາແໜ້ນສະພາບການ ແລະ ສືບຕໍ່ຈັດຕັ້ງກໍາລັງວິຊາສະເພາະ ເຮັດໜ້າທີ່ປະຈໍາການຕະຫຼອດ 24 ຊົ່ວໂມງ, ກຽມພ້ອມແກ້ໄຂສະພາບການທີ່ອາດຈະເກີດຂຶ້ນ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ.

+ ພັທ ຄໍາແຝງ ສີມູນ ຫົວໜ້າກອງບັນຊາການ ປກສ ເມືອງເຟືອງ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ເມື່ອບໍ່ດົນມານີ້ ວ່າ:

ທິດທາງແຜນການ 6 ເດືອນທ້າຍປີ 2023, ກອງບັນຊາການ ປກສ ເມືອງເຟືອງ ແຂວງວຽງຈັນ ກໍຄື ຄະນະພັກ-ຄະນະບັນຊາ ກອງບັນຊາການ ຈະສືບຕໍ່ນໍາພາເຫຼົ່າວິຊາສະເພາະ ປະຕິບັດວຽກງານວິຊາສະເພາະ ກໍຄື ວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໂດຍສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ພາຍໃນກໍາລັງ ຢ່າງເຂັ້ມງວດ ແລະ ເດັດຂາດ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 27/ນຍ ຂອງນາຍົກລັດຖະມົນຕີ, ຄຳສັ່ງເລກທີ 22/ຄລສພ ຂອງຄະນະເລຂາທິການສູນກາງພັກ, ຄຳສັ່ງເລກທີ 1470/ປກສ ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ຄຳສັ່ງເລກທີ 01 ແລະ 019/ຂຈວຈ ຂອງເຈົ້າແຂວງວຽງຈັນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ.

ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະທີ 2 (ກວດກາເປົ້າໝາຍ) ໃຫ້ສໍາເລັດ ແລະ ໄລຍະທີ 3 (ໄລຍະສະຫຼຸບ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ) ໃຫ້ສໍາເລັດ ໃນທ້າຍປີ 2023 ຕາມເວລາທີ່ຂັ້ນເທິງກຳນົດໄວ້.

ສືບຕໍ່ດຳເນີນຄະດີທີ່ຍັງຄ້າງຄາໃຫ້ສຳເລັດ, ເຫຼົ່າວິຊາສະເພາະຕ້ອງກຳແໜ້ນກົດໝາຍ, ດຳເນີນຄະດີໃຫ້ຖືກຕ້ອງຕາມຂະບວນການຍຸຕິທຳ, ຄະດີໃຫຍ່ຕ້ອງລາຍງານຂໍທິດຊີ້ນຳຈາກຂັ້ນເທິງໂດຍໄວ, ບໍ່ຟ້າວຟັ່ງ, ຫຼີກເວັ້ນການຈັບກຸມບໍ່ຮັບປະກັນ ເຮັດໃຫ້ສັງຄົມຈົ່ມວ່າ, ສຸມໃສ່ກໍາແໜ້ນສະພາບການ, ເລ່ລ່ຽມການເຄື່ອນໄຫວ, ກຳເປົ້າໝາຍ, ກຸ່ມແກ້ງການຜະລິດ-ຂົນສົ່ງ, ຄ້າຂາຍຢາເສບຕິດ, ມີວິທີການສະກັດກັ້ນ, ແກ້ໄຂຢ່າງຖືກຕ້ອງທັນການ ແລະ ການເຂົ້າຮ່ວມຢ່າງກວ້າງຂວາງຂອງປະຊາຊົນໃນສັງຄົມ, ແຕ່ໃນນັ້ນກໍາລັງ ປກສ ເມືອງ ແລະ ປກສ ກຸ່ມບ້ານ ຈະຕ້ອງເປັນຫົວຈັກຫຼັກແຫຼ່ງໃນການນໍາພາຂະບວນການດັ່ງກ່າວ.

ສືບຕໍ່ຈັດຕັ້ງກຳລັງວິຊາສະເພາະ ເຮັດໜ້າທີ່ປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອກຽມພ້ອມແກ້ໄຂສະພາບການ ເມື່ອມີອຸປະຕິເຫດ, ອັກຄີໄພ ຮີບຮ້ອນລົງສະຖານທີ່ເກີດເຫດໃຫ້ທັນເວລາ, ການແກ້ໄຂກໍລະນີໃຫ້ຮັບປະກັນ, ເຮັດຖືກຕາມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຖືກຕ້ອງຕາມວິຊາສະເພາະຢ່າງເຂັ້ມງວດ.

ສືບຕໍ່ລົງໂຄສະນາກ່ຽວກັບ ວຽກງານການສະກັດກັ້ນ ແລະ ຕ້ານອັກຄີໄພ ຕາມສຳນັກງານ-ອົງການຂອງລັດ, ວິສາຫະກິດ, ຫ້າງຮ້ານ ແລະ ພໍ່-ແມ່ປະຊາຊົນ ໃຫ້ຮູ້ວິທີການສະກັດກັ້ນ, ຕ້ານອັກຄີໄພທີ່ຈະເກີດຂຶ້ນ.

ສືບຕໍ່ເຮັດວຽກງານສຶກສາອົບຮົມ ຜູ້ຖືກຫາ-ຝາກດັດສ້າງເປັນປົກກະຕິ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປັບປ່ຽນພຶດຕິກຳກັບມາເປັນຄົນດີໃນສັງຄົມ, ມີການກວດກາຢ່າງເຂັ້ມງວດໃນຫ້ອງກັກຂັງ ຕໍ່ກັບອາຫານຝາກ ແລະ ຜູ້ທີ່ຈະເຂົ້າມາຢ້ຽມຢາມ ແລະ ສືບຕໍ່ລົງປະເມີນຄືນການສ້າງຄອບຄົວ, ສ້າງບ້ານປອດຢາເສບຕິດໃນບ້ານເປົ້າໝາຍໃຫ້ສໍາເລັດ.

ໄລຍະ 6 ເດືອນຕົ້ນປີ 2023 ຜ່ານມາ, ໄດ້ຫັນເອົາກຳລັງວິຊາສະເພາະ ລົງເຄື່ອນໄຫວຊຸກຍູ້, ຕິດຕາມ, ຊອກຄົ້ນຫາ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍມີທ່ວງທ່າຫຼຸດລົງ, ເຮັດໃຫ້ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ເຊິ່ງ 6 ເດືອນຜ່ານມາ, ມີຕະດີເກີດຂຶ້ນທັງໝົດ 41 ລາຍ ເຊິ່ງແບ່ງຄະດີຕ່າງໆດັ່ງນີ້:

ຄະດີອາຍາ: ເກີດຂຶ້ນ 6 ລາຍ, ກັກໂຕຜູ້ຖືກຫາໄດ້ 10 ຄົນ (ມີຜູ້ເສຍຊີວິດ 2 ຄົນ). ໃນນີ້, ລັກຊັບພົນລະເມືອງ 5 ລາຍ ມີ 6 ຄົນ, ທໍາຮ້າຍຮ່າງກາຍ 1 ລາຍ ມີ 1 ຄົນ, (ສຶກສາອົບຮົມ ຂັ້ນກອງບັນຊາການ 3 ລາຍ, ຄະດີພວມດຳເນີນຢູ່ 2 ລາຍ), ສືບສວນ-ສອບສວນເອົາຄໍາໃຫ້ການ 189 ຄັ້ງ, ຮັບແຈ້ງຄວາມຕ່າງໆ 6 ຄັ້ງ, ອອກໝາຍຮຽກ-ໝາຍເຊີນ 143 ຄັ້ງ, ມອບເຄື່ອງຂອງກາງຄະດີ (ເງິນ ແລະ ລົດຈັກ) ຄືນໃຫ້ເຈົ້າຂອງເດີມ 6 ຄັ້ງ, ລົງສັນນະສູດຊາກສົບ ແລະ ເກັບກໍາຂໍ້ມູນຄົນເສຍຊີວິດ 2 ຄັ້ງ.

ຄະດີຢາເສບຕິດ: ເກີດຂຶ້ນ 15 ລາຍ, ກັກໂຕຜູ້ຖືກຫາໄດ້ 28 ຄົນ ຍິງ 5 ຄົນ, ຢຶດເຄື່ອງຂອງກາງຢາບ້າທັງໝົດ 5.634 ເມັດ, ລົດຈັກ 11 ຄັນ, ລົດໄຖນາເດີນຕາມ 1 ຄັນ, ນຳສົ່ງຄະດີໃຫ້ ປກສ ແຂວງ ດຳເນີນ 10 ລາຍ ມີ 9 ຄົນ ຍິງ 1 ຄົນ, ເຄື່ອງຂອງກາງຢາບ້າ 5.440 ເມັດ, ລົດຈັກ 3 ຄັນ, ສຶກສາອົບຮົມຜູ້ມົ້ວສຸມ ຂັ້ນກອງບັນຊາການ 6 ລາຍ ມີ 18 ຄົນ ຍິງ 8 ຄົນ, ພວມດຳເນີນເກັບກຳຂໍ້ມູນລາຍຄະດີ 1 ລາຍ ມີ 1 ຄົນ, ເຄື່ອງຂອງກາງຢາບ້າ 194 ເມັດ.

ອຸບປະຕິເຫດ: ເກີດຂຶ້ນ 20 ລາຍ, ພາຫະນະເປ່ເພທັງໝົດ 29 ຄັນ, ເປ່ເພເລັກນ້ອຍ 11 ຄັນ, ສົມຄວນ 16 ຄັນ, ໃຊ້ການບໍ່ໄດ້ 2 ຄັນ, ມີຄົນໄດ້ຮັບບາດເຈັບທັງໝົດ 36 ຄົນ ຍິງ 12 ຄົນ, ບາດເຈັບເລັກນ້ອຍ 17 ຄົນ ຍິງ 6 ຄົນ, ເຈັບສົມຄວນ 14 ຄົນ ຍິງ 5 ຄົນ, ເຈັບສາຫັດ 5 ຄົນ ຍິງ 1 ຄົນ, ເສຍຊິວິດ 7 ຄົນ ຍິງ 4 ຄົນ (ຄະດີພວມດຳເນີນ 3 ລາຍ, ແກ້ໄຂຂັ້ນພື້ນຖານ 5 ລາຍ, ກຸ່ມບ້ານ 2 ລາຍ, ກອງບັນຊາການ 6 ລາຍ, ສົ່ງຄະດີໃຫ້ ປກສ ແຂວງ ດໍາເນີນ 4 ລາຍ).

ນອກນີ້, ຍັງໄດ້ຮັບແຈ້ງຄວາມລົດຈັກເສຍ 3 ຄັ້ງ ມີ 3 ຄັນ, ໄດ້ຈັດຕັ້ງກຳລັງລົງກວດກາພາຫະນະ ຕາມເສັ້ນທາງຫຼວງ 7 ຄັ້ງ, ກວດກາພາຫະນະທັງໝົດ 350 ຄັນ ແລະ ໄດ້ສຶກສາອົບຮົມນັກຂັບຂີ່ 350 ຄົນ ຍິງ 176 ຄົນ.

ສັງລວມແລ້ວ: ທິດທາງແຜນການ 6 ເດືອນທ້າຍປີ 2023, ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເມືອງເຟືອງ ແມ່ນຈະສືບຕໍ່ນໍາພາເຫຼົ່າຮົບວິຊາສະເພາະ ປະຕິບັດວຽກງານທີ່ຕົນເອງຮັບຜິດຊອບ ກໍຄື ວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ດ້ວຍຄວາມຫ້າວຫັນ ໂດຍສືບຕໍ່ຈັດຕັ້ງສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ພາຍໃນກໍາລັງ, ສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ສໍາເລັດຕາມຄາດໝາຍ, ດໍາເນີນຄະດີທີ່ຍັງຄ້າງຄາໃຫ້ສໍາເລັດ, ກໍາແໜ້ນສະພາບການ ແລະ ຈັດຕັ້ງກໍາລັງວິຊາສະເພາະ ເຮັດໜ້າທີ່ປະຈໍາການຕະຫຼອດ 24 ຊົ່ວໂມງ, ກຽມພ້ອມແກ້ໄຂສະພາບການທີ່ອາດຈະເກີດຂຶ້ນ ເພື່ອເຮັດໃຫ້ສັງຄົມ ເວົ້າສະເພາະ ກໍຄືເມືອງເຟືອງ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮ້ອຍຮ້ອຍໂດຍພື້ນຖານ.

(ໂດຍ: ແກ້ວ)