ພາຍຫຼັງທີ່ລັດຖະບານ ໄດ້ຍົກລະດັບການແກ້ໄຂບັນຫາຢາເສບຕິດຂຶ້ນເປັນ ວາລະແຫ່ງຊາດ ໃນປີ 2021-2023 ເພື່ອປາບປາມ ແລະ ແກ້ໄຂຢ່າງຈິງຈັງກ່ຽວກັບບັນຫາຢາເສບຕິດໃນສັງຄົມລາວ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ກອງບັນຊາການ ປກສ ແຂວງຫົວພັນ ເວົ້າລວມ, ເວົ້າສະເພາະແມ່ນ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງຕັ້ງໜ້າ ໂດຍແນໃສ່ການປຸກລະດົມພໍ່-ແມ່ປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ, ພໍ່-ແມ່ປະຊາຊົນທີ່ເຄີຍປູກຝິ່ນ ຫັນມາປູກພືດທົດແທນ ເພຶ່ອສົ່ງຂາຍເປັນສິນຄ້າໃຫ້ກັບ ອົງການຕ່າງໆຂອງສາກົນທີ່ໃຫ້ການສະໜັບສະໜູນ.

ຮທ ສັນຕິສຸກ ອາໄພລາດ ຮອງຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຫົວພັນ ຜູ້ຊ່ວຍວຽກຫົວໜ້າໂຄງການຮ່ວມມືລາວ ສະຫະປະຊາຊາດ ພັດທະນາທົດແທນການປູກຝິ່ນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ໃນໂອກາດທີ່ທີມງານຂ່າວກົມສື່ມ່ວນຊົນ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ໃນເດືອນທ້າຍເດືອນມິຖຸນາ 2023 ວ່າ:

ພາຍຫຼັງໄດ້ຮັບການຊີ້ນໍາ ແລະ ມອບໝາຍຈາກ ກອງບັນຊາການ ປກສ ແຂວງຫົວພັນ ໃຫ້ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ເປັນພາກສ່ວນໜຶ່ງທີ່ສໍາຄັນໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຈຶ່ງໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ຢ່າງຕັ້ງໜ້າ ແລະ ເຂັ້ມງວດ, ມີແບບແຜນ, ແຜນການ ໃຫ້ສໍາເລັດຕາມຄາດໝາຍ ໂດຍໄດ້ມີການປະສານສົມກັບ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ, ປະເທດເພື່ອນມິດ ໃຫ້ການຊ່ວຍເຫຼືອຈາກສາກົນ ໃນການຊ່ວຍເຫຼືອໂຄງການປູກພືດທົດແທນການປູກຝິ່ນ ຢູ່ແຂວງຫົວພັນ.

ພ້ອມທັງໄດ້ນໍາເອົາຄໍາສັ່ງ, ມະຕິ, ຂໍ້ຕົກລົງ, ຄໍາແນະນໍາສໍາຄັນຕ່າງໆຂອງພັກ, ຂອງລັດ ລົງໄປເຜີຍແຜ່ໃຫ້ປະຊາຊົນຢູ່ບັນດາເມືອງ ອ້ອມຂ້າງ ແຂວງຫົວພັນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ພ້ອມທັງປຸກລະດົມທຸກຊັ້ນຄົນຢູ່ພາຍໃນແຂວງຫົວພັນ ໃຫ້ຢຸດເຊົາການປູກຝິ່ນທີ່ຜິດຕໍ່ລະບຽບກົດໝາຍ ແລະ ຫັນມາປູກກາເຟທົດແທນ ເພື່ອສົ່ງຂາຍໃຫ້ກັບໂຄງການສາກົນ.

ພາຍຫຼັງໄດ້ມີການປຸກລະດົມພໍ່-ແມ່ປະຊາຊົນ ແລະ ໄດ້ປະສານກັບ ອົງການສະຫະປະຊາຊາດ ເພຶ່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ກໍໄດ້ມີການຈັດຕັ້ງໂຄງການຮ່ວມມືລາວ ສະຫະປະຊາຊາດ ພັດທະນາທົດແທນການປູກຝິ່ນ ນັບແຕ່ປີ 2015 ເປັນຕົ້ນມາ; ຈົນຮອດປັດຈຸບັນນີ້, ທາງໂຄງການໄດ້ສະໜັບສະໜູນໃຫ້ການຊ່ວຍເຫຼືອ ມີ 4 ເມືອງ ຄື: ເມືອງກວນ, ເມືອງຊໍາໃຕ້, ເມືອງຊ່ອນ ແລະ ເມືອງຊໍາເໜືອ, ມີທັງໝົດ 12 ບ້ານ, ມີ 383 ຄອບຄົວ, ເນື້ອທີ່ການປູກກາເຟທັງໝົດມີ 400 ເຮັກຕາ, ເຫັນວ່າໄດ້ຮັບຜົນດີ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກ 4 ບ້ານ ໃນເນື້ອທີ່ການປູກກາເຟ 96 ເຮັກຕາ.

ທ້າວ ສິນໄຊ ເຮືອງຄໍາແຝງ ອາຍຸ 30 ປີ ປະຊາຊົນບ້ານບອນ ເມືອງຊໍາເໜືອ ແຂວງຫົວພັນ ເຈົ້າຂອງສວນກາເຟ ເປັນຄອບຄົວຕົວແບບຜູ້ໜຶ່ງທີ່ທາງໂຄງການໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ໃນການປູກກາເຟ ໃຫ້ສໍາພາດຕໍ່ທີມງານຂ່າວກົມສື່ມ່ວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ວ່າ:

ຜ່ານມາ, ຂ້າພະເຈົ້າເປັນຄອບຄົວໜຶ່ງທີ່ມີລາຍຮັບໜ້ອຍ, ບໍ່ພຽງພໍກັບການໃຊ້ຈ່າຍ ແລະ ເຄີຍປູກຝິ່ນມາກ່ອນ, ພໍໄດ້ມາຮັບຮູ້ວິທີການປູກກາເຟ ຈາກການປຸກລະດົມຂອງ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງຫົວພັນ ວ່າມີໂຄງການຮ່ວມມືລາວ ສະຫະປະຊາຊາດ ພັດທະນາທົດແທນການປູກຝິ່ນ ຈຶ່ງໄດ້ມີຄວາມສົນໃຈໃນການເຂົ້າຮ່ວມໂຄງການ ໃນປີ 2018 ໃນເນື້ອທີ່ການປູກເບື້ອງຕົ້ນພຽງແຕ່ 0,5 ເຮັກຕາ ແລະ ມາຮອດປີ 2019 ໄດ້ຂະຫຍາຍເນື້ອທີ່ການປູກກາເຟອອກເປັນ 1,5 ເຮັກຕາ ແລະ ໄດ້ສ້າງລາຍຮັບເຂົ້າຄອບຄົວ ປີລະ 100 ລ້ານກວ່າກີບ. ເຫັນວ່າ ມາຮອດປັດຈະບັນນີ້, ຄອບຄົບຂ້າພະເຈົ້າ ຖ້າທຽບໃສ່ເມື່ອກ່ອນແມ່ນມີການດໍາລົງຊີວິດທີ່ດີຂຶ້ນ, ລາຍຮັບພຽງພໍກັບການໃຊ້ຊີວິດ, ມີສວນກາເຟທີ່ສ້າງລາຍຮັບໃຫ້ກັບຄອບຄົວ ໃນແຕ່ລະປີຫຼາຍພໍສົມຄວນ.

ດັ່ງນັ້ນ, ຂ້າພະເຈົ້າ ໃນນາມຜູ້ທີ່ເປັນສະມາຊິກໂຄງການຮ່ວມມືລາວ ສະຫະປະຊາຊາດ ພັດທະນາທົດແທນການປູກຝິ່ນ ຂໍເຊີນພໍ່-ແມ່ປະຊາຊົນ ຜູ້ທີ່ຍັງປູກຝິ່ນ ໃຫ້ຢຸດເຊົາ ແລ້ວຫັນມາປູກກາເຟໃນໂຄງການດັ່ງກ່າວນີ້ ເພື່ອຈະເຮັດໃຫ້ຄອບຄົວເຮົາມີລາຍຮັບທີ່ດີຂຶ້ນ ແລະ ສິ່ງທີ່ສໍາຄັນແມ່ນຖືກຕ້ອງຕາມລະບຽບກົດໝາຍ ແລະ ຍັງເປັນເງື່ອນໄຂໜຶ່ງທີ່ປະຊາຊົນ, ຄົນໃນຄອບຄົວ ກໍຄື ປະເທດຊາດລາວເຮົາ ຈະຫຼຸດພົ້ນອອກຈາກບັນຫາຢາເສບຕິດໃນອະນາຄົດ.

ຮທ ສັນຕິສຸກ ອາໄພລາດ ໃຫ້ຮູ້ອີກວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ໃນການປຸກລະດົມປະຊາຊົນແຕ່ລະບ້ານ, ແຕ່ລະເມືອງ ທົ່ວແຂວງຫົວພັນ ໃຫ້ເຂົ້າໃຈ ແລະ ຫັນມາເຂົ້າຮ່ວມໂຄງການດັ່ງກ່າວນີ້ໃຫ້ຫຼາຍຂຶ້ນ ເພື່ອຈະສ້າງໃຫ້ເປັນເງື່ອນໄຂ ແລະ ແຜນການ ເພື່ອໃຫ້ປະຊາຊົນຢຸດເຊົາຈາກການປູກຝິ່ນແບບດັ່ງເດີມ ແລະ ຫັນມາປູກພືດທົດແທນ ກໍຄື ການປູກກາເຟໃນໂຄງການຮ່ວມມືລາວ ສະຫະປະຊາຊາດ ພັດທະນາທົດແທນການປູກຝິ່ນ ໃຫ້ຫຼາຍຂຶ້ນ. ເພາະໂຄງການດັ່ງກ່າວນີ້ ເປັນໂຄງການຊ່ວຍເຫຼືອທາງດ້ານວິຊາການ, ທຶນຮອນ ແລະ ພາຍຫຼັງປູກແລ້ວ ຜົນຜະລິດແມ່ນໂຄງການດັ່ງກ່າວ ຈະຮັບຊື້ຄືນທັງໝົດ ໄປຕະຫຼອດ.