ໃນ 6 ເດືອນຕົ້ນ​ປີ, ນະ​ຄອນຫຼວງວຽງ​ຈັນ (ນວ) ສາ​ມາດ​ສົ່ງອອກສິນຄ້າກະສິກໍາ ມີມູນຄ່າທັງໝົດ 26,36 ລ້ານໂດລາ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,41 ລ້ານໂດລາ ເທົ່າກັບ 20,14%. ໃນຂະນະດຽວກັນ, ໄດ້ເກັບລາຍຮັບງົບປະມານ, ດ້ານລາຍຮັບທ້ອງຖິ່ນ (ນວ) ເກັບລາຍຮັບເຂົ້າງົບປະມານໄດ້ 1.035,51 ຕື້ກີບ, ເທົ່າກັບ 65,20% ຂອງແຜນການປີ 2023 (ແຜນການໃຫ້ໄດ້ 1.588,31 ຕື້ກີບ).

ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃນ 6 ເດືອນຕົ້ນປີ 2023 ແລະ ແຜນການຈຸດສຸມ 6 ເດືອນທ້າຍປີ 2023 ຂອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ວ່າ:

ໃນ 6 ເດືອນຕົ້ນປີ 2023, ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ ວາລະ​ແຫ່ງ​ຊາດ ຕາມ 5 ວຽກ​ຈຸດ​ສຸມ ຄື:

1). ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ (ຫັນປ່ຽນໄປສູ່ສັງຄົມການຜະລິດ)

2). ຊຸກຍູ້ບັນດາໂຄງການຜະລິດທີ່ມີທ່າແຮງ ຂອງນະຄອນຫຼວງວຽງຈັນ ແລະ ມີຕະຫຼາດຮອງຮັບ ເພື່ອສົ່ງເສີມການສົ່ງອອກໄປຕ່າງປະເທດ ແລະ ບັນດາແຂວງພາຍໃນປະເທດ

3). ຊຸກຍູ້ໂຄງການອຸດສາຫະກຳປຸງແຕ່ງ ແລະ ບໍລິການໂລຈິສຕິກ ເຊື່ອມຕໍ່ເຂົ້າສູ່ແລວທາງລົດໄຟ ລາວ-ຈີນ ແລະ ແລວທາງເສດຖະກິດພາກພື້ນ

4). ຍົກສູງປະສິດທິພາບດ້ານແຮງງານ

5). ການສົ່ງເສີມການທ່ອງທ່ຽວ

ເຊິ່ງໃນໄລຍະ 6 ເດືອນຜ່ານມາ, ໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ໂດຍໄດ້ສົ່ງອອກສິນຄ້າກະສິກໍາ ມູນຄ່າທັງໝົດ 26,36 ລ້ານໂດລາ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ມູນຄ່າສົ່ງອອກເພີ່ມຂຶ້ນ 4,41 ລ້ານໂດລາ, ເທົ່າກັບ 20,14%; ໃນນັ້ນ, ການສົ່ງອອກພືດ ແລະ ຜະລິດຕະພັນພືດ ໄດ້ອອກໃບຢັ້ງຢືນສຸຂະອານາໄມພືດ ເພື່ອສົ່ງອອກທັງໝົດ 348 ຄັ້ງ, ຈໍານວນ 48,29 ພັນໂຕນ ລວມມູນຄ່າທັງໝົດ 16,32 ລ້ານໂດລາ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ມູນຄ່າການສົ່ງອອກເພີ່ມຂຶ້ນ 21%.

ການສົ່ງອອກສັດ ແລະ ຜະລິດຕະພັນສັດ ໄດ້ສົ່ງອອກຕ່າງແຂວງ ຄື: ຄວາຍ 38 ໂຕ, ງົວ 249 ໂຕ, ໝູແມ່ພັນ 315 ໂຕ, ໝູນ້ອຍ 35.503 ໂຕ, ໝູຊີ້ນ 2.331 ໂຕ, ໄກ່ແມ່ສາວພັນໄຂ່ 15.860 ໂຕ, ໄກ່ນ້ອຍສາມສາຍເລືອດ 146.750 ໂຕ, ໄກ່ລາດນ້ອຍ 524.700 ໂຕ, ໄກ່ຊີ້ນ 19.800 ໂຕນ, ໄຂ່ໄກ່ 842 ໂຕນ, ປາ 1.440 ໂຕນ, ຜະລິດຕະພັນສັດ 50,5 ໂຕນ ລວມມູນຄ່າສົ່ງອອກທັງໝົດ 5,92 ລ້ານໂດລາ.

ການສົ່ງອອກໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ອອກຕ່າງປະເທດ ລວມມູນຄ່າທັງໝົດ 4,11 ລ້ານໂດລາ.

ນອກນີ້, ໄດ້ລົງກວດ​ກາ ແລະ​ ສະ​ກັດ​ກັ້ນ​ການ​ລັກ​ລອບ​ຂຸດ​ຄົ້ນຊັບພະ​ຍາ​ກອນ​​ແຮ່​ທາດແບບຊະຊາຍ ບໍ່ໄດ້​ຮັບອະນຸຍາດ ຈຳນວນ 7 ຄັ້ງ, ພົບເຫັນການລັກລອບຂຸດຄົ້ນຢູ່ເຂດປ່າສະຫງວນດົງໂພສີ 3 ຄັ້ງ, ຢູ່ເຂດບ້ານໜອງແປນເໜືອ 2 ຄັ້ງ ແລະ ເຂດນິຄົມອຸດສາຫະກຳ ນະຄອນຫຼວງວຽງຈັນ 2 ຄັ້ງ.

ຊຸກຍູ້ໂຄງການອຸດສາຫະກຳປຸງແຕ່ງ ແລະ ບໍລິການໂລຈິສຕິກ ເຊື່ອມຕໍ່ເຂົ້າສູ່ແລວທາງລົດໄຟ ລາວ-ຈີນ ແລະ ແລວທາງເສດຖະກິດພາກພື້ນ, ໄດ້ຊົດເຊີຍທີ່ດິນໃຫ້ປະຊາຊົນທີ່ຖືກຜົນກະທົບຈາກແລວທາງລົດໄຟ ລາວ-ຈີນ ຈຳນວນ 12 ຕອນ. ມາຮອດປັດຈຸບັນ, ຊົດເຊີຍແລ້ວ ຈໍານວນ 1.430 ຕອນ, ເທົ່າກັບ 82,27%, ຍັງເຫຼືອ 308 ຕອນ (ຕອນດິນຖືກກະທົບທັງໝົດ 1.738 ຕອນ). ນອກຈາກນີ້, ຍັງໄດ້ສັງລວມເອົາໃບຕາດິນທີ່ເນື້ອທີ່ຍັງເຫຼືອຈາກການຊົດເຊີຍ ໂດຍມອບໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳໄປດັດແກ້ໃຫ້ປະຊາຊົນ ຈໍານວນ 883 ໃບຕາດິນ.

ທ່ານກ່າວຕື່ມວ່າ: ໄດ້ສ້າງຄວາມເຂັ້ມແຂງ ດ້ານການເກັບລາຍຮັບງົບປະມານ, ດ້ານລາຍຮັບທ້ອງຖິ່ນ (ນວ) ປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານໄດ້ 1.035,51 ຕື້ກີບ, ເທົ່າກັບ 65,20% ຂອງແຜນການປີ 2023 (ແຜນການໃຫ້ໄດ້ 1.588,31 ຕື້ກີບ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສາມາດປະຕິບັດໄດ້ລື່ນແຜນ ເປັນ​ເງິນ 282 ຕື້ກີບ, ເທົ່າກັບ 37,43%.

ໄດ້ຊຸກຍູ້ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ໃຫຍ່ ໃຫ້ຖືບັນຊີໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ຫົວໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານກີບ ເຂົ້າລະບົບອາກອນມູນຄ່າເພີ່ມ; ເຊິ່ງເມື່ອກ່ອນ ຫົວໜ່ວຍຖືບັນຊີມີທັງໝົດ 12.223 ຫົວໜ່ວຍ ເກັບລາຍຮັບຕໍ່ປີໄດ້ 998,21 ຕື້ກີບ. ຮອດປັດຈຸບັນ, ມີຫົວໜ່ວຍຖືບັນຊີທັງໝົດ 18.365 ຫົວໜ່ວຍ ເພີ່ມຂຶ້ນ 6.142 ຫົວໜ່ວຍ ເປັນເງິນລາຍຮັບຕໍ່ປີ ໄດ້ 1.483,71 ຕື້ກີບ ເຫັນວ່າລາຍຮັບກະໂດດຂຶ້ນ 400 ກວ່າຕື້ກີບ.

ໃນ 6 ເດືອນຕົ້ນປີ 2023 ຜ່ານມາ, ໄດ້ຄຸ້ມຄອງຕິດຕາມລາຍຮັບ ຈາກເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເກັບອາກອນໄດ້ 125 ຫົວໜ່ວຍ, ເປັນເງິນ 29,39 ຕື້ກີບ, ທຽບໄລຍະດຽວຂອງ​ປີ​ຜ່ານ​ມາ ເທົ່າກັບ 46,63% ເຫັນວ່າຫຼຸດລົງ; ເກັບພາສີທີ່ດິນໄດ້ທັງໝົດ 8,92 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາ ເພີ່ມຂຶ້ນ 29,77%; ນອກນັ້ນ, ໄດ້ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າ ເພື່ອອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ ເຊິ່ງເຫັນວ່າ 6 ເດືອນຕົ້ນປີ 2023 ລາຍຮັບພາສີ-ອາກອນທີ່ໄດ້ຈາກການນຳເຂົ້າສິນຄ້າຕົ້ນຕໍ ປະເພດພາຫະນະ, ນໍ້າມັນເຊື້ອໄຟ ແລະ ເຄື່ອງອຸປະໂພກ-ບໍລິໂພກ, ເຫັນວ່າເພີ່ມຂຶ້ນ ເມື່ອທຽບໄລຍະດຽວກັນຂອງ​ປີ​ຜ່ານ​ມາ, ສາມາດເກັບລາຍຮັບພາສີ-ອາກອນ ໄດ້ທັງໝົດ 770.740,85 ຕື້ກວ່າກີບ.

(ໂດຍ: ແກ້ວ)