ກອງບັນຊາການ ປກສ ແຂວງວຽງຈັນ ແມ່ນກົງຈັກການຈັດຕັ້ງວິຊາສະເພາະໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງຂອງ ກະຊວງປ້ອງກັນຄວາມສະຫງົບ, ມີຖານະທຽບເທົ່າກັບ ກອງບັນຊາການ ປກສ ແຂວງ ທົ່ວປະເທດ, ໄດ້ຮັບການສ້າງຕັ້ງ ຫຼື ລົບລ້າງ ແລະ ໃຕ້ການຊີ້ນໍາທາງດ້ານຫຼັກການບັນຊາເສນາວິຊາສະເພາະໂດຍກົງ, ເດັດຂາດຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຢູ່ພາຍໃຕ້ການນຳພາຄຸ້ມຄອງ ແລະ ສົ່ງເສີມກໍ່ສ້າງພັດທະນາຂອງເຈົ້າແຂວງວຽງຈັນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ເລຂາຄະນະບໍລິຫານງານພັກແຂວງ ເພື່ອເຮັດສອງໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການຄົ້ນຄວ້າກຳແໜ້ນສະພາບການ, ກົນອຸບາຍ, ເລ່ລ່ຽມການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ແຂວງວຽງຈັນ.

+ ພັອ ຄໍາສິງ ສົມດວງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ເມື່ອບໍ່ດົນມານີ້ວ່າ:

ໃນໄລຍະ 1 ປີຜ່ານມາ (ປີ 2022), ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງວຽງຈັນ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຂົງເຂດວຽກງານດ້ານຕ່າງໆ ຢ່າງເປັນລະບົບຄົບຊຸດ ເປັນຕົ້ນແມ່ນ: ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍ ການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່ ແລະ ເລກທີ 112/ກມສພ ລົງວັນທີ 2 ມິຖຸນາ 2020 ວ່າດ້ວຍ ການຍົກສູງຄຸນນະພາບດໍາເນີນຄະດີຕາມຂະບວນຍຸຕິທຳ, ຄຳສັ່ງສະບັບເລກທີ 27/ນຍ, ຄຳສັ່ງສະບັບເລກທີ 22/ຄລສພ, ຄຳສັ່ງສະບັບເລກທີ 1470/ປກສ ແລະ ຄຳສັ່ງສະບັບເລກທີ 01/ຈຂ.ຂຈ ແລະ ຄຳສັ່ງ 78/ປຊ-ປສ.ວຈ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍອີງໃສ່ກໍາລັງແຮງທົ່ວປວງຊົນຮອບດ້ານ.

ໄປຄຽງຄູ່ກັບການສຸມໃສ່ປັບປຸງວຽກງານສືບຂ່າວອາຍາ, ປັບປຸງ ປກສ ກຸ່ມບ້ານ, ປກສ ບ້ານ, ຕາໜ່າງສືບຂ່າວໃຫ້ມີຄຸນນະພາບ, ກໍາແໜ້ນບັນດາປະເພດເປົ້າໝາຍຕ່າງໆຖືກຕ້ອງຊັດເຈນ ພ້ອມທັງແກ້ໄຂຮັບປະກັນ 3 ຄາດໝາຍ ທາງດ້ານແນວທາງ, ກົດໝາຍ ແລະ ຫຼັກການວິຊາສະເພາະ ສະແດງອອກ ປີ 2022 ມ້າງຄະດີໄດ້ທັງໝົດ 177 ລາຍ (ບໍ່ນັບອຸບປະຕິເຫດ ແລະ ຢາເສບຕິດ), ກັກຕົວຜູ້ກະທໍາຜິດ 252 ຄົນ ຍິງ 45 ຄົນ, ພົ້ນເດັ່ນແມ່ນບັນຫາລັກຊັບພົນລະເມືອງ, ປຸ້ນຊັບ ແລະ ສໍ້ໂກງຊັບ.

ຮູບການແກ້ໄຂ: ສົ່ງໄອຍະການປະຊາຊົນແຂວງ 108 ລາຍ, ຊັດມ້ຽນ 9 ລາຍ, ໂຈະການດຳເນີນ 5 ລາຍ ແລະ ຍັງຢູ່ຂັ້ນຕອນດຳເນີນ ແລະ ຕິດຕາມຂອງເຈົ້າໜ້າທີ່ 55 ລາຍ (ທຽບໃສ່ປີຜ່ານມາ ເຫັນວ່າມີຄະດີຫຼຸດລົງ 73 ລາຍ).

ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ 2 ເຊິ່ງເລີ່ມແຕ່ເດືອນມັງກອນ 2022 ເປັນຕົ້ນມາ, ແມ່ນເປັນໄລຍະເກັບກໍາຂໍ້ມູນເປົ້າໝາຍທີ່ພົວພັນກັບຢາເສບຕິດ ດ້ວຍການຮຽກເຊີນເຂົ້າມາສຳພາດເອົາຂໍ້ມູນ, ແຍກເປົ້າໝາຍ ເພື່ອສຶກສາອົບຮົມ. ມາຮອດປັດຈຸບັນ, ໄດ້ຈັດຕັ້ງປະຕິບັດສຳເລັດ 100% ໃນຈຳນວນ 428 ບ້ານ ທົ່ວແຂວງ.

ສັງລວມແລ້ວ: ໄລຍະການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະທີ ,2 ເຈົ້າໜ້າທີ່ ປກສ ແຂວງ ສາມາດມ້າງຄະດີຢາເສບຕິດໄດ້ 314 ລາຍ, ກັກຕົວຜູ້ຖືກຫາໄດ້ 472 ຄົນ ຍິງ 40 ຄົນ, ຢຶດຂອງກາງປະເພດຢາບ້າ 3.940.096 ເມັດ, ໄອສ໌ 25 ກິໂລກຼາມ, ຢາອີ 65 ເມັດ, ປືນສັ້ນ 2 ກະບອກ, ລູກປືນ AK 25 ລູກ, ລົດຈັກ 69 ຄັນ, ລົດໃຫຍ່ 9 ຄັນ, ເງິນ ແລະ ອຸປະກອນຮັບໃຊ້ອື່ນໆອີກຈຳນວນໜຶ່ງ (ທຽບໃສ່ປີຜ່ານມາ ເຫັນວ່າ ເຈົ້າໜ້າທີ່ພວກເຮົາ ສາມາດມ້າງໄດ້ເພີ່ມຂຶ້ນ 104 ລາຍ).

(ໂດຍ: ແກ້ວ)