ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ (ນວ) ວາງແຜນຮັບມືກັບສະພາບການສັນຈອນເພີ່ມຂຶ້ນ ໃນຕະຫຼອດສົກຮຽນ 2023-2024, ເຊິ່ງຄາດວ່າ ເສັ້ນທາງ ແລະ ໜ້າສະຖາບັນສຶກສາ ຈະມີສະພາບຈະລາຈອນແອອັດໜາແໜ້ນເພີ່ມຂຶ້ນ.

+ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ທຸກປີຂອງສົກຮຽນໃໝ່, ສະພາບການສັນຈອນຕາມທ້ອງຖະໜົນ ເພີ່ມຂຶ້ນ ໂດຍສະເພາະ ໃນໂມງໄປການ-ເລີກການ. ບັນຫາດັ່ງກ່າວ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ທັງມີຄວາມສ່ຽງພາໃຫ້ເກີດອຸບັດຕິເຫດ.

ດັ່ງນັ້ນ, ເພື່ອເຮັດໃຫ້ນ້ອງນັກຮຽນ, ນັກສຶກສາ, ຄູ-ອາຈານ ກໍຄື ຜູ້ໃຊ້ລົດ-ໃຊ້ຖະໜົນ ສັນຈອນໄປມາໃນຊ່ວງເປີດສົກຮຽນໃໝ່ ມີຄວາມເປັນລະບຽບ ແລະ ປອດໄພ, ເຈົ້າໜ້າທີ່ພະແນກຈະລາຈອນ ຈຶ່ງໄດ້ຈັດກອງປະຊຸມຈັດວາງກໍາລັງຕາມຈຸດສໍາຄັນຕ່າງໆ ເປັນຕົ້ນ 3 ແຍກ, 4 ແຍກ, ທາງຮ່ອມ, ໜ້າສະຖາບັນສຶກສາ ແລະ ຈຸດທີ່ເຫັນວ່າ ການສັນຈອນສັບສົນ ທົ່ວນະຄອນຫຼວງວຽງຈັນ ມີທັງໝົດ 153 ຈຸດ, ໂຮງຮຽນ 39 ຈຸດ, ຕາມສາຍທາງ, ແຍກ, ວົງວຽນອື່ນໆ 114 ຈຸດ ແລະ ໄດ້ນໍາໃຊ້ກໍາລັງ 423 ສະຫາຍ ເຂົ້າໃຈການປະຕິບັດໜ້າທີ່.

ຈຸດທີ່ເຈົ້າໜ້າທີ່ລະບາຍການສັນຈອນ ມີຄື:

  • ໂຮງຮຽນ ມສ ວຽງຈັນ
  • ມສ ໜອງບອນ
  • ມສ ລາວ-ຫວຽດ
  • ໂຮງຮຽນມັດທະຍົມສິນໄຊ
  • ໂຮງຮຽນວັດທະນະກອນ
  • ໂຮງຮຽນສຸກສະຫວັດ
  • ໂຮງຮຽນລຽນຢູ
  • ໂຮງຮຽນລ້ຽວໂຕ
  • ໂຮງຮຽນນິລະດາ
  • ສາມແຍກໂຮງຮຽນນາໄຮ່ດຽວ
  • ວົງວຽນ 450 ປີ
  • ແຍກໂພນພະເນົາ
  • ແຍກ ຫຼັກ 5
  • ຕະຫຼາດໂພນສະຫວ່າງ
  • ປາກປາສັກ
  • ຕະຫຼາດທົ່ງຂັນຄຳ
  • ສາມແຍກກົມກົງສູນ
  • ສາມແຍກກົມຈະລາຈອນເກົ່າ
  • ສາມແຍກຕະຫຼາດຫ້ວຍຫົງ
  • ສາມແຍກໂພນຕ້ອງ (ສຸວັນນີ)
  • ໄຟອຳນາດແຍກສະຫວ່າງ
  • ໄຟອຳນາດສີດຳດວນ
  • ໄຟອຳນາດຊ້າງເຜືອກ
  • ໄຟອຳນາດສາຍລົມ
  • ໄຟອຳນາດດົງໜ້ຽງ
  • ໂຮງຮຽນປາດຖະໝາ
  • ໂຮງຮຽນເສດກະສັດ
  • ໂຮງຮຽນສາຍຝົນ
  • ໂຮງຮຽນສັນທາລັກ
  • ໂຮງຮຽນວຽງສະຫວັນ
  • ຕະຫຼາດໂນນຄໍ້
  • ວົງວຽນໜອງໜ່ຽງ
  • ສາມແຍກບ້ານຄຳສະຫວາດ
  • ສາມແຍກທາງຕັດໃໝ່ບຶງທາດຫຼວງ
  • ຫຼັງທາດຫຼວງ
  • ສາມແຍກທູດຫວຽດນາມ
  • ສາມແຍກທະນາຄານອິນໂດຈີນ
  • ໄຟອຳນາດໂພນໄຊ
  • ໄຟອຳນາດດົງປ່າແຫຼບ
  • ໄຟອຳນາດທົ່ງພານທອງ
  • ໂຮງຮຽນກຽດຕິສັກ
  • ໂຮງຮຽນຮາກແກ້ວ
  • ໂຮງຮຽນຝຣັ່ງ
  • ໂຮງຮຽນສະຖາພອນ
  • ໂຮງຮຽນປັນຍາທິບ
  • ໂຮງຮຽນວຽງຈັນນາໆຊາດ
  • ສາມແຍກຕະຫຼາດທົ່ງພານທອງ
  • ສາມແຍກປົກຄອງເມືອງ
  • ໄຟຟ້າລາວ
  • ວົງວຽນດົງປາລານ
  • ວົງວຽນໂສກປ່າຫຼວງ
  • ວົງວຽນ 5 ເມສາ
  • ວົງວຽນຄອມເຊັນເຕີ້
  • ຈຸດອົງການຢູ່ນີເຊບ
  • ສາມແຍກລົງບ້ານພັກແອນນີວົງ
  • ໄຟອຳນາດໜອງແຕ່ງ
  • ໂຮງຮຽນ ມໍຕົ້ນ ສີໄຄ
  • ໂຮງຮຽນຊະນະພົນ
  • ໂຮງຮຽນມິດຕະພາບລາວ-ໂຮ່ຈີ່ມິ່ນ
  • ໂຮງຮຽນອະນຸບານນີຕ່າ (ທົ່ງປົ່ງ)
  • ສາມແຍກໂຮງໝໍປົວຕາທົ່ງປົ່ງ
  • ໂຮງຮຽນວັນໃໝ່ + ມສ ດອນໜູນ
  • ໂຮງຮຽນດອນຕິ້ວ
  • ໂຮງຮຽນເບວລີ້ງ
  • ແຍກໂຮງຮຽນສາທິດ
  • ໂຮງຮຽນໄຊສົມພອນ
  • ໂຮງຮຽນມະຍຸລີ (ໜອງໄຮ)

+ ເມືອງນາຊາຍທອງ:

  • ໂຮງຮຽນ ມສ ນາຊາຍທອງ
  • ໂຮງຮຽນແສງປະເສີດ
  • ໂຮງຮຽນ ຟ້າສີຄາມ

+ ເມືອງປາກງື່ມ:

  • ໂຮງຮຽນ ມສ ສົມສະຫວາດ
  • ໂຮງຮຽນ ມສ ນາຝາຍ
  • ໂຮງຮຽນ ບ້ານພ້າວ
  • ໂຮງຮຽນບ້ານນາຊອນ

ເມືອງສັງທອງ ບໍ່ມີຈຸດລະບາຍລົດ. ນອກນັ້ນ, ກໍຍັງມີບັນດາປ້ອມຖາວອນ ແລະ ປ້ອມ 24 ຊົ່ວໂມງ.

ເຈົ້າໜ້າທີ່ ໄດ້ຖືເອົາໂອກາດດັ່ງກ່າວ ຮຽກຮ້ອງມາຍັງຜູ້ຂັບຂີ່ ຈົ່ງພ້ອມກັນປະຕິບັດກົດລະບຽບການສັນຈອນທີ່ວາງອອກຢ່າງເຂັ້ມງວດ ໂດຍສະເພາະການຈອດລົດຂອງຜູ້ປົກຄອງທີ່ມາສົ່ງລູກຫຼານເຖິງໂຮງຮຽນ ໃຫ້ຈອດບ່ອນທີ່ກໍານົດໄວ້, ບໍ່ໃຫ້ຈອດຊ້ອນກັນ ແລະ ຈອດເປັນເວລາດົນ ເພາະຈະສົ່ງຜົນໃຫ້ລົດຄັນອື່ນໆຕິດຂັດ.