ໃນວັນທີ 10 ພະຈິກ 2023, ສານປະຊາຊົນສູງສຸດ ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມຄຳສັ່ງຂອງກົມການເມືອງສູນກາງພັກ ແລະ ຄຳແນະນໍາຂອງຄະນະຈັດຕັ້ງສູນກາງພັກ ພ້ອມທັງເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ, ເຜີຍແຜ່ໂດຍ ສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງ ພ້ອມດ້ວຍຄະນະປະທານ ແລະ ພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ນາງ ວຽງທອງ ສີພັນດອນ ກ່າວວ່າ: ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຄຳສັ່ງວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

ທັງນີ້, ກໍເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄຳສັ່ງຂອງກົມການເມືອງສູນກາງພັກ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ທັງເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ, ຮູ້ນໍາພາຈັດຕັ້ງປະຕິບັດແຜນການ, ຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ, ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກແຕ່ລະຂັ້ນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ.