ໃນ​ວັນ​ທີ 9 ພະຈິກ 2023, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ ແລະ ບໍລິສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈຳກັດ ເຊິ່ງ​ເປັນ​ບໍລິສັດ​ໃນ​ເຄືອ​ຂອງ ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ ໂຄງການ​ທຶນ​ອຸດ​ໜູນ​ຊ່ວຍນາຍ ແລະ ພົນຕໍາຫຼວດ ໃນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ ຢ່າງ​ເປັນ​ທາງ​ການ ຢູ່​ນະຄອນຫຼວງ​ວຽງ​ຈັນ; ແຕ່​ລະ​ປີ​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ຈະ​ມອບ​ທຶນ​ຊ່ວຍເຫຼືອ ຈໍາ​ນວນ 300.000 ໂດ​ລາ​ ເພື່ອ​ປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕຳຫຼວດ, ນັກປະຕິວັດອາວຸໂສ, ພະນັກງານບຳນານ, ຜູ້ໄດ້ຮັບບາດເຈັບ, ເສຍອົງຄະ ແລະ ຄອບຄົວຜູ້ເສຍຊີວິດໃນການປະຕິບັດໜ້າທີ່ ແລະ ມີຜົນງານຕໍ່ປະເທດຊາດ​.

ທ່ານ ພົນ​ເອກ ວິໄລ ຫຼ້າ​ຄໍາ​ຟອງ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ພົນ​ຕີ ສົມ​ວັນ ສາຍ​ລ້ອງ​ພາ ຫົວໜ້າ​ຫ້ອງ​ວ່າການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ພົນ​ຕີ ທອງ​ສຸກ ຍ່າ​ເອີ​ລາວ​ລີ ຫົວໜ້າ​ກົມ​ໃຫຍ່​ພະລາທິການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ການ​ນໍາ​ຂອງ​ກະຊວງ ພ້ອມ​ດ້ວຍ​ຜູ້ຕາງໜ້າຝ່າຍ​ໃຫ້​ທຶນ​ຊ່ວຍເຫຼືອ ທ່ານ ຖຸງ ຢຸ້ງ​ເຫິງ ຮອງ​ຜູ້ອຳນວຍການ​ໃຫຍ່ ​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ, ຜູ້ອໍານວຍການໃຫຍ່ ຊີໂນ-ອາກຣີ ໂປຕາສ, ຜູ້ຮັບຜິດຊອບຖານການຜະລິດຝຸ່ນໂປຕາສ ຢູ່ ສປປ ລາວ ແລະ ບັນດາທ່ານການ​ນໍາ​ທີ່​ກ່ຽວຂ້ອງ ກໍໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ.

ກອງ​ທຶນ​ອຸດໜູນຊ່ວຍເຫຼືອ​ນີ້ ​ແມ່ນ​ການ​ຮ່ວມ​ມື​ທີ່​ສໍາ​ຄັນລະຫວ່າງ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ເພື່ອ​ສະໜັບສະໜູນ ແລະ ສົ່ງເສີມ​ການ​ປົກປັກຮັກສາ​ຄວາມ​ສະຫງົບ, ​ຈຸດປະສົງແມ່ນ​ເພື່ອຊ່ວຍເສີມ ແລະ ປັບປຸງ​ລະ​ບົ​ບນະໂຍບາຍອຸດໜູນຕໍ່​ນາຍ ແລະ ພົນ​ຕໍາ​ຫຼວດ ​ໃນ​ການ​ປະຕິບັດ​ໜ້າທີ່ປ້ອງກັນ​ຄວາມ​ສະຫງົບ​ ​ບົນ​ພື້ນຖານ​ລະບຽບ, ກົດໝາຍ ແລະ ນະໂຍບາຍ​ກ່ຽວການດູແລເບິ່ງແຍງ​ນາຍ ແລະ ພົນ​ຕໍາ​ຫຼວດ ແລະ​ ຄອບຄົວ​ພວກເພິ່ນ ທີ່​ໄດ້​ປະກອບສ່ວນໃນການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງ​ຊາດ, ເຊິ່ງ​ແມ່ນ​ມາດ​ຕະການ​ເຂັ້ມແຂງ ລະຫວ່າງ​ລັດ ແລະ ວິ​ສາ​ຫະ​ກິດ ​ທີ່ຮ່ວມກັນສ້າງຕ້ັງໃນສາຍ​ສະຫວັດດີ​ການ​ສັງຄົມ ແລະ ການຮັບປະກັນແບບ​ຫຼາຍລະດ​ັບຂອງລາວ.

ດັ່ງ​ທີ່​ຮູ້​ກັນ​ວ່າ ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ເປັນ​ວິ​ສາ​ຫະ​ກິດ​ລະດັບ​ສາກົນ ທີ່​ສຸມ​ໃສ່​ການ​ຂຸດ​ຄົ້ນ​ແຮ່​ເກືອ​ໂປ​ຕາສ, ຜະລິດ​ ແລະ ຈໍາໜ່າຍຝຸ່ນ​ໂປ​ຕາສ, ບໍລິສັດ ໄດ້​ນຳ​ໃຊ້ທຶນ, ຂໍ້ພົ້ນເດັ່ນ​ດ້ານ​ເຕັກນິກ ແລະ ຄວາມ​ສາມາດ​ໃນ​ການ​ບໍລິຫານຄຸ້ມຄອງ, ໄດ້ພັດທະນາກາຍເປັນ​ຖານ​ການ​ຜະລິດ​ຝຸ່ນໂປຕາສ ທີ່​ໃຫຍ່​ທີ່​ສຸດ​ໃນ​ອາຊີ​ຕາເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ໄດ້​ສ້າງ​ຊື່​ສຽງລະດັບໂລກສໍາລັບຝຸ່ນ​ໂປ​ຕາ​ສຂອງລາວ.

ໃນ​ຖານະ​ວິ​ສະຫະ​ກິດ ທີ່​ມີ​ຄວາມ​ເຂັ້ມແຂງ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ, ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້​ປະຕິບັດ​ຕາມ​ຄວາມ​ຮັບຜິດ​ຊອບ​ຕໍ່​ສັງຄົມຢ່າງ​ຕັ້ງໜ້າມາໂດຍຕະຫຼອດ, ເອົາໃຈໃສ່ ແລະ ສະໜັບສະໜູນ​ການ​ພັດທະນາ​ເສດ​ຖະກິດ​-​ສັງຄົມຂອງ​ລາວ​ໃນ​ຂົງເຂດ​ຕ່າງໆ, ສະໜອງ​ທຶນ​ຊ່ວຍເຫຼືອຢ່າງກວ້າງຂວາງ ລວມທັງວຽກງານປ້ອງກັນ​ຄວາມ​ສະຫງົບ​, ​ປ້ອງ​ກັນ​ຊາດ, ການ​ສຶກສາ, ກິລາ, ກະສິກຳ ແລະ ຂົງເຂດ​ອື່ນໆ, ເຊິ່ງເປັນ​ວິ​ສາ​ຫະ​ກິດ​ທີ່​ມີ​ຊື່​ສຽງ​ທາງ​ສັງຄົມ​​.

ບົດ​ບັນທຶກ​ຄວາມ​ເຂົ້າໃຈກ່ຽວກັບ ທຶນອຸດໜູນຊ່ວຍເຫຼືອວຽກງານປ້ອງກັນ​ຄວາມ​ສະຫງົບ​ ທີ່​ໄດ້​ລົງ​ນາມ​ຮ່ວມ​ກັບ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໃນຄັ້ງນີ້ ​ແມ່ນບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ​ປະຕິບັດຕົວຈິງໃນການສະໜັບສະໜູນ​ພາລະກິດ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ​ ຫຼຸດຜ່ອນ​ພາລະ​ດ້ານ​ການ​ເງິນຂອງກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ.

ໃນ​ພິທີ​ລົງ​ນາມ ທ່ານ ຖຸງ ຢຸ້ງ​ເຫິງ ຮອງ​ຜູ້ອຳນວຍການ​ໃຫຍ່​ ​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້ກ່າວ​​ວ່າ: ກໍາລັງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນອັນໃຫຍ່ຫຼວງ ໃນດ້ານຮັບປະກັນ ໃຫ້ວິສາຫະກິດສາມາດທໍາການຜະລິດ ແລະ ດຳເນີນທຸລະກິດຢ່າງປົກກະຕິ ແລະ ໄດ້ສ້າງສະພາບແວດລ້ອມທາງທຸລະກິດທີ່ປອດໄພໃຫ້ແກ່ນັກລົງທຶນ, ເຊິ່ງເປັນຜົນງານທີ່ຍິ່ງໃຫຍ່.

ອາຊີ-ໂປຕາສ ສາກົນ ສາມາດດຳເນີນການຜະລິດ ແລະ ການກໍ່ສ້າງທີ່ປອດໄພໃນເຂດນິຄົມອຸດສາຫະກຳໂປຕາສ ແລະ ອະໂປຕາສ ຢ່າງເປັນລະບຽບ ກໍຍ້ອນຜົນປະໂຫຍດຈາກສະພາບແວດລ້ອມທີ່ດີໃນການດຳເນີນທຸລະກິດຂອງ ສປປລາວ, ຈຸດປະສົງຂອງທຶນດັ່ງກ່າວ ແມ່ນເພື່ອສະໜັບສະໜູນການພັດທະນາຂອງສັງຄົມລາວໃຫ້ໝັ້ນຄົງ ແລະ ເປັນ​ລະບຽບ​ຮຽບຮ້ອຍ.

ຫວັງ​ວ່າ​ຜ່ານ​​ທຶນ​ດັ່ງກ່າວ ​ຈະເປັນການປະກອບສ່ວນ​ສະໜັບສະໜູນ​ທາງ​ດ້ານເສດຖະກິດ,​ ຊ່ວຍເຫຼືອ​ທາງ​ດ້ານ​ວັດຖຸ ແລະ ການ​ເບີ່ງ​ແຍງ​ທາງ​ດ້ານ​ຈິດໃຈ ໃຫ້​ແກ່​ນາຍ ແລະ ພົນ​ຕໍາ​ຫຼວດ​ ແລະ ຄອບຄົວ​​ ທີ່ມີ​ຜົນງານໃນ​ການ​ປົກ​ປັກ​ຮັກສາ​ສັງຄົມ ​ໃຫ້​ມີ​ສະຖຽນ​ລະ​ພາບ, ພ້ອມ​ທັງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ ແລະ ການ​ເອົາໃຈໃສ່ຕໍ່​ສັງຄົມ​ຂອງ​ບໍລິສັດ; ພ້ອມນັ້ນ, ບໍລິສັດສະແດງຄວາມຂອບໃຈຕໍ່ເຈົ້າໜ້າທີ່ປະຕິບັດວຽກງານຄວາມປອດໄພສາທາລະນະ ແລະ ສ້າງສະພາບແວດລ້ອມທີ່ດີໃນການດຳເນີນທຸລະກິດ.

ທ່ານ ພົນ​ຈັດຕະວາ ເຄນ​ທະວີ​ໄຊ ເພັດ​ພະນາ ຮອງ​ຫົວໜ້າ​ຫ້ອງ​ວ່າການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້ຕາງໜ້າ​ໃຫ້ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ສະແດງ​ຄວາມ​ຂອບໃຈ​ຕໍ່​ບໍລິສັດ ​ທີ່​ໃຫ້ການ​ຊ່ວຍເຫຼືອ​ຢ່າງ​ເອື້ອເຟື້ອ​ເພື່ອ​ແຜ່ ພ້ອມ​ທັງ​ສະແດງ​ຄວາມ​ນັບຖື ແລະ ຊົມເຊີຍ​ຢ່າງ​ສູງ​ຕໍ່​ການ​ປະກອບສ່ວນທີ່​ພົ້ນ​ເດັ່ນ​ຂອງ​ບໍລິສັດ ອາຊີ-ໂປ​ຕາສ ສາ​ກົນ.

ທ່ານ​ກ່າວ​ຕື່ມ​ວ່າ: “ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ເຊື່ອ​ໝັ້ນ​ວ່າ ການ​ສ້າງ​ໂຄງການ​ທຶນ​ຊ່ວຍເຫຼືອ​ດັ່ງກ່າວ ໄດ້​ປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍການກໍ່ສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ, ການຮ່ວມມືສອງພັກ-ສອງລັດ ແລະ ປະຊາຊົນສອງຊາດຂອງພວກເຮົາ ເວົ້າລວມ, ເວົ້າສະເພາະແມ່ນ ການກະຕຸກຊຸກຍູ້ການຮ່ວມມື ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ”.

ຄວາມ​ຈະເລີນ​ຮຸ່ງເຮືອງ ​ແລະ ເຂັ້ມແຂງຂອງຊາດ ແມ່ນປາສະຈາກ​ບໍ່ໄດ້ສັງຄົມທີ່ມີ​ຄວາມສະຫງົບສຸກ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຍາວ​ນານ. ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ຄັ້ງ​ນີ້ ເຊິ່ງມີ​ຄວາມ​ໝາຍ​ສໍາຄັນຢ່າງຍິ່ງ ຕໍ່​ການ​ຊຸກຍູ້​ການ​ພັດທະນາພາລະກິດປ້ອງ​ກັນ​ຄວາມ​ສະຫງົບ​, ປົກປັກຮັກສາ​ຄວາມ​ໝັ້ນຄົງ ແລະ ຄວາມ​ສາມັກຄີ​ພາຍ​ໃນ​ສັງ​ຄົມຂອງ ສປປ ລາວ.

​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໃນ​ຖານະ​​ວິ​ສາ​ຫະ​ກິດ​ທີ່​ເປັນຕົ້ນ​ແບບ ໄດ້​ສ້າງ​ຮູບ​ແບບ​ການ​ຮ່ວມ​ມືລະຫວ່າງ​ລັດ ແລະ ວິ​ສາ​ຫະ​ກິດ ເພື່ອພ້ອມກັນ​ສ້າງ​ສັງຄົມ​ທີ່​ຈະເລີນ​ຮຸ່ງເຮືອງ ແລະ ເປັນ​ກໍາລັງແຮງທາງບວກ ເພື່ອການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ຂອງ​ ສປປ ​ລາວ.