ໃນປີ 2024, ໜ່ວຍພັກຮາກຖານຫ້ອງການ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ວາງ 3 ທິດທາງລວມ 3 ຄາດໝາຍສູ້ຊົນ ຕິດພັນກັບ 5 ເນື້ອໃນ ທີ່ຈະສຸມໃສ່ນຳພາຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ແນໃສ່ຮັບປະກັນໃຫ້ການຈັດຕັ້ງພັກມີຄວາມໜັກແໜ້ນ ເຂັ້ມແຂງ.

ພັທ ນີວອນ ບຸນວັນມາ ຮອງເລຂາໜ່ວຍພັກຮາກຖານຫ້ອງການ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານບົົດສະຫຼຸບຜົນການຈັດຕັ້ງປະຕິບັດບັ້ນດຳເນີນສຳຫຼວດກວດກາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍໄດ້ຍົກໃຫ້ເຫັນວ່າ: ສຳລັບປີ 2024, ຄະນະໜ່ວຍພັກຮາກຖານຫ້ອງການ ຈະສຸມໃສ່ຊີ້ນຳ-ນຳພາປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຖືກຕາມ 5 ເນື້ອໃນ ໂດຍສືບຕໍ່ປະຕິບັດຕາມ 3 ທິດທາງລວມ 3 ຄາດໝາຍສູ້ຊົນທີ່ວາງອອກ ດັ່ງນີ້:

+ ທິດທາງລວມ:

1. ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ຢຶດໝັ້ນທິດສະດີມາກ-ເລນິນ ແລະ ອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.

2. ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງຫ້ອງການໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.

3. ເພີ່ມທະວີຄວາມສາມັກຄີພາຍໃນເປັນເອກະພາບ, ຍົກສູງບົດບາດການນຳພາຂອງຄະນະໜ່ວຍພັກ ໃນຂົງເຂດວຽກງານ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ.

+ ຄາດໝາຍສູ້ຊົນ:

1. ຕັ້ງໜ້າປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ, ຕັ້ງໜ້າສະກັດກັ້ນບໍ່ໃຫ້ມີປະກົດການຫຍໍ້ທໍ້ຢູ່ພາຍໃນເກີດຂຶ້ນ.

2. ສູ້ຊົນປະຕິບັດ 4 ແຜນງານໃຫຍ່ 41 ໂຄງການ ແລະ 3 ທາດແທ້, 7 ມູນເຊື້ອ ຂອງກໍາລັງໃຫ້ປະກົດຜົນເປັນຈິງ, ປະຕິບັດໜ້າທີ່ເປັນເສນາທິການປະສານງານໃຫ້ຂັ້ນເທິງມີປະສິດທິຜົນສູງ.

3. ສູ້ຊົນປັບປຸງກໍ່ສ້າງກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍ 98% ແລະ ສະມາຊິກພັກ 98% ຂຶ້ນໄປ, ເອົາໃຈໃສ່ກໍ່ສ້າງພະນັກງານ-ນັກຮົບຫ້ອງການ ໃຫ້ພຽງພໍທາງດ້ານປະລິມານ ແລະ ຮັບປະກັນທາງດ້ານຄຸນນະພາບ.

ໂດຍໃຫ້ຕິດພັນກັບ 5 ເນື້ອໃນຕົ້ນຕໍ ທີ່ຈະສຸມໃສ່ນຳພາຈັດຕັ້ງປະຕິບັດໃນຕໍ່ໜ້າ ຄື:

1. ດ້ານການເມືອງ:

ສືບຕໍ່ເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ມີເນື້ອໃນອຸດົມສົມບູນ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນ, ສຶກສາອົບຮົມລວມໝູ່ ໂດຍໄປພ້ອມການລົງເລິກສຶກສາອົບຮົມເປັນແຕ່ລະບຸກຄົນ, ເອົາຂະບວນການຕົວຈິງມາສຶກສາອົບຮົມ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ-ນັກຮົບ; ສືບຕໍ່ສ້າງສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ຖືກຕ້ອງ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີນໍ້າໃຈເສຍສະລະ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ສະແດງອອກໃນການເຄື່ອນໄຫວ ແລະ ການກະທໍາຕົວຈິງຂອງສະມາຊິກພັກ.

2. ດ້ານແນວຄິດ:

ສຸມໃສ່ເພີ່ມທະວີຄວາມເປັນເອກະພາບ ກັບແນວທາງປ່ຽນແປງໃໝ່ຂອງພັກ, ຢຶດໝັ້ນຈຸດໝາຍສັງຄົມນິຍົມ ຢ່າງສະເໝີຕົ້ນສະເໝີປາຍ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ເກີດຂື້ນ, ເດັດດ່ຽວຕໍ່ສູ້ຕ້ານກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ; ສືບຕໍ່ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ, ຕອບຕ້ານສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນໜ່ວຍພັກ ແລະ ໃນສັງຄົມ, ຕ້ານແນວຄິດຂາດຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ; ສືບຕໍ່ຮັກສາຄວາມສາມັກຄີ ພາຍໃນຄະນະໜ່ວຍພັກ, ສະມາຊິກພັກເປັນເອກະພາບ ໃນການຈັດຕັ້ງພັກຢ່າງແໜ້ນແຟ້ນ, ຕ້ານແນວຄິດຫຼາຍພັກ, ຫຼາຍເຄົ້າ, ຈຸ້ມເຈື້ອພັກພວກ ແລະ ກຸ່ມກ້ອນພາຍໃນໜ່ວຍພັກ.

3. ດ້ານການຈັດຕັ້ງ:

ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ, 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພັກ; ຮັບປະກັນການດໍາເນີນຊີວິດການເມືອງຂອງໜ່ວຍພັກ ແລະ ເສີມຂະຫຍາຍລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນໜ່ວຍພັກ; ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບຕ່າງໆຂອງລັດຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃນການເຄື່ອນໄຫວ, ດຳລົງຊີວິດດ້ວຍຄວາມປອດໃສ, ບໍ່ໃຫ້ມີປະກົດການຫຍໍ້ທໍ້ຢູ່ພາຍໃນໜ່ວຍພັກ; ສືບຕໍ່ຄຸ້ມຄອງ, ຕີລາຄາຄຸນນະພາບຂອງສະມາຊິກພັກ, ປະຕິບັດການຍ້ອງຍໍສະມາຊິກພັກຜູ້ທີ່ດີເດັ່ນ; ດຳເນີນມາດຕະການທາງດ້ານວິໄນ ຕໍ່ຜູ້ລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ລະບຽບຂອງກຳລັງ ຢ່າງເຂັ້ມງວດ.

4. ດ້ານແບບແຜນການນໍາພາ:

ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງຢຶດໝັ້ນປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ນຳພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ; ການຄົ້ນຄວ້າບັນຫາທີ່ສຳຄັນ ຕ້ອງເປັນໝູ່ຄະນະ, ປະຕິບັດຕາມມະຕິ, ກົດລະບຽບຂອງພັກ, ເຮັດວຽກມີແຜນການ, ມີການຊຸກຍູ້ຕິດຕາມ, ກວດກາ; ປະຕິບັດລະບອບປະຊຸມ ແລະ ລາຍງານສ່ອງແສງເປັນປົກກະຕິ. ສືບຕໍ່ຢຶດໝັ້ນ, ເສີມຂະຫຍາຍແບບແຜນນຳພາທີ່ເປັນມູນເຊື້ອອັນດີງາມຂອງພັກ, ແບບແຜນນໍາພາຕິດແທດກັບຕົວຈິງ, ມີປະຊາທິປະໄຕ, ເປັນເຈົ້າການຕ້ານພະຍາດອາຍາສິດ, ເອກະຊົນ ແລະ ເຮັດວຽກແບບຜິວເຜີນ.

5. ດ້ານການປະຕິບັດໜ້າທີ່ການເມືອງ:

ສືບຕໍ່ຊຸກຍູ້ຄະນະໜ່ວຍພັກ, ສະມາຊິກພັກ ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີປະສິດທິພາບສູງ ໃນການນຳພາດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ວິຊາສະເພາະ, ການພັດທະນາເສດຖະກິດ ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ-ນັກຮົບນັບມື້ນັບດີຂຶ້ນ.

ສືບຕໍ່ຍົກສູງສະຕິລະວັງຕົວ ແລະ ຄວາມຮັບຜິດຊອບທາງດ້ານການເມືອງຕໍ່ພັກ, ຮັກສາຄວາມເປັນແບບຢ່າງນຳໜ້າອັນດີໃຫ້ແກ່ມະຫາຊົນ, ຕັ້ງໜ້າບຸກບືນເຮັດສໍາເລັດໜ້າທີ່-ທີ່ໄດ້ຮັບການມອບໝາຍ; ສືບຕໍ່ນຳພາອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ໃຫ້ມີຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ; ສ້າງໃຫ້ມີຂະບວນການຢ່າງຕໍ່ເນື່ອງ ຜ່ານຂະບວນການວຽກງານຕົວຈິງ ເພື່ອເລືອກເຟັ້ນເອົາຜູ້ທີ່ມີຜົນງານດີເດັ່ນຂະຫຍາຍເຂົ້າເປັນສະມາຊິກພັກ.

+ ພັທ ນີວອນ ບຸນວັນມາ ໃຫ້ຮູ້ຕື່ມວ່າ:

ສໍາລັບຜົນການຈັດຕັ້ງປະຕິບັດບັ້ນດຳເນີນສຳຫຼວດກວດກາ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2023 ສາມາດຕີລາຄາໄດ້ວ່າສະມາຊິກພັກ, ພະນັກງານ-ນັກຮົບສ່ວນຫຼາຍ ມີທັດສະນະການເມືອງໜັກແໜ້ນ, ຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະຊາຊົນມີຄວາມສະຫງົບອຸ່ນອຽນທຸ່ນທ່ຽງ, ປະຕິບັດໜ້າທີ່ວຽກງານທີ່ມອບໝາຍໄດ້ດີພໍສົມຄວນ.

ຜ່ານການດຳເນີນຊີວິດການເມືອງ, ຄະນະພັກ-ຄະນະບັນຊາ ເຫັນໄດ້ຈຸດດີ-ຂໍ້ຄົງຄ້າງ ໃນການນຳພາ-ບັນຊາຢູ່ໜ່ວຍພັກ, ກົມກອງຂອງຕົນ ເຊິ່ງສະແດງອອກຜົນຂອງການຕີລາຄາແບ່ງປະເພດສະມາຊິກພັກ ສາມາດຈັດແບ່ງປະເພດຂອງສະມາຊິກພັກ ປະເພດແຂງ 67 ສະຫາຍ ຍິງ 24 ສະຫາຍ ກວມ 97,10%, ປະເພດກາງ 2 ສະຫາຍ ຍິງ 1 ສະຫາຍ ກວມ 2,89% ໃນຈຳນວນສະມາຊິກພັກ ທີ່ໄດ້ມີການຕີລາແບ່ງປະເພດ 69 ສະຫາຍ ຍິງ 25 ສະຫາຍ ແລະ ສາມາດຕີລາຄາປະເພດໜ່ວຍພັກໄດ້ ແຂງ.