ວັນທີ 7 ຕຸລາ ວັນຄູແຫ່ງຊາດລາວ ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້.

ອາຊີບຄູ ຫຼື ຄຳວ່າ: ຄູ ເປັນອາຊີບໜຶ່ງທີ່ຄວນຍົກສູງ, ຄູເປັນຜູ້ທີ່ເສຍສະລະເອົາຄວາມຮູ້ທີ່ຕົນເອງມີຖ່າຍທອດໃຫ້ແກ່ນັກຮຽນຈົນປະສົບຜົນສຳເລັດ, ຄູປຽບເໝືອນເຮືອຈ້າງລຳໜຶ່ງທີ່ລຳລຽງຂົນສົ່ງນັກ ຮຽນໃຫ້ເຖິງຝັ່ງຢ່າງປອດໄພ ແລະ ມີຄຸນນະພາບ, ຄູຍັງປຽບສະເໝືອນພໍ່ແມ່ຜູ້ທີສອງ ເປັນພໍ່ພິມແມ່ພິມຂອງຊາດ ທີ່ບົ່ມສອນນັກຮຽນໃຫ້ມີຄວາມຮູ້-ຄວາມສາມາດກ້າສະແດງອອກ ແລະ ມີອະນາຄົດທີ່ດີ. ບາງຄົນກໍປຽບຄູສະເໝືອນກັບນັກວິຈິດສິນທີ່ແຕ້ມສີລົງໄປໃນເຈ້ຍຂາວ ເຮັດໃຫ້ເຈ້ຍຂາວແຜ່ນນັ້ນມີຄວາມສວຍສົດງົດງາມດ້ວຍ ນໍ້າສີທີ່ມີຄຸນນະພາບ ກໍຄືການເບິ່ງແຍງເອົາໃຈໃສ່ຂອງຄູທີ່ມີຕໍ່ນັກຮຽນ. ຄຳວ່າ ຄູ ແມ່ນຄຳເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູ ໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການ ເຊິ່ງຄົນຜູ້ນັ້ນສາມາດນຳໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: ການສອນ ແລະ ການຮຽນ.

ສຳລັບປະເທດລາວເຮົາ ເມື່ອເວົ້າເຖິງການສອນ-ການຮຽນ ຫຼືເວົ້າລວມແມ່ນການສຶກສາຖ້າຈະປຽບທຽບບາດກ້າວເລີ່ມຕົ້ນຂອງພວກເຮົາ ກັບການຂະຫຍາຍຕົວຂອງໂລກໃນເວລານັ້ນແມ່ນພວກເຮົາຍັງຢູ່ຫ່າງໄກຈາກໂລກຫຼາຍທີ່ສຸດ. ຕົວຢ່າງ: ບັນດາປະເທດເອີລົບຕາເວັນຕົກເຊັ່ນ: ອັງກິດ ແລະ ຝຣັ່ງໃນສະຕະວັດທີ XII   ປະຊາຊົນໄດ້ຫັນຈາກການກະສິກຳ ກາຍມາຍຶດຖືອາຊີບການຄ້າ, ເກິດມີຕົວເມືອງການຄ້າ ແລະຕົວເມືອງອຸດສາຫະກຳແລ້ວ. ກົງກັນຂ້າມຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ XIV ເຈົ້າຟ້າງຸ່ມ  ກະສັດອົງທຳອິດຂອງລາວ ໄດ້ນຳເອົາສາສະໜາພຸດເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດເຮົາມີວັດວາອາຣາມຊື່ງຖືວ່າເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາສະໜາໄດ້ສົ່ງຜົນສະທ້ອນເຖິງພໍ່ແມ່ ແລະ ເດັກນ້ອຍລາວສູງທີ່ສຸດແລະ ແກ່ຍາວມາເປັນເວລາຫຼາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໃນເບື້ອງຕົ້ນແມ່ນພໍ່ແມ່ເປັນຄູເພື່ອສິດສອນລູກຂອງຕົນຢູ່ໃນຄອບຄົວ ໂດຍເອົາປະສົບການຂອງຕົນຢູ່ໃນວຽກງານປະຈຳວັນ, ຂະນົບທຳນຽມຮີດຄອງປະເພນີຕາມຄວາມເຊື່ອຖືມາເປັນການສຶກສາລູກ ເພື່ອໃຫ້ຮູ້ຈັກອອກແຮງງານ, ກາຍເປັນຜູ້ສືບທອດທີ່ບໍລິສຸດຂອງພໍ່ແມ່ຕາມຄວາມເຊື່ອຖື.

ເປົ້າໝາຍສູງໄປກວ່ານັ້ນແມ່ນສົ່ງລູກເຂົ້າໄປບວດ ຫຼື ເປັນສັງກະລີຢູ່ວັດ ເພື່ອຮໍ່າຮຽນຂຽນອ່ານ, ຮຽນຮູ້ຫຼັກວິຊາ ແລະ ລິດເດດມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະ ສົ່ງຄວາມຮູ້ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄວັດລະບາຍສີ, ຢາພື້ນເມືອງ, ວິຊາອາຄົມຕະຫຼອດເຖິງລະບຽບວິໄນຕ່າງໆທີ່ພະພຸດທະເຈົ້າທີ່ໄດ້ກ່າວໄວ້ເປັນຄຳສອນ.

ຮູບການຮຽນ-ການສອນຢູ່ວັດເວລານັ້ນແມ່ນບໍ່ທັນໄດ້ກ່າວເຖິງຊັ້ນ ແລະ ລະດັບສຳລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການບວດ ມາເປັນການຕີລາຄາ ເຖິງລະດັບຄວາມຮູ້. ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງໄດ້ມາຍຶດຄອງລາວໃນປີ ຄ.ສ 1893 ເປັນຕົ້ນມາ ພວກເຂົາບໍ່ໄດ້ເອົາໃຈໃສ່ເຖິງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວພໍເທົ່າໃດ. ມາເຖິງປີ ຄ.ສ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍ. ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ I ( ປ.6 ). ປີ ຄ.ສ 1907 ທ້າວຄຳໄດ້ເຂົ້າຮ່ວມຮັບການອົບຮົມຄູເຊິ່ງຖືວ່າ ເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂຶ້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານການສຶກສາ ພວກເຂົາຈຶ່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງອອກກວ່າເກົ່າ ດ້ວຍຮູບການເປິດໃຫ້ມີໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ, ເຊິ່ງປະກອບມີພະສົງ 50 ກວ່າອົງໄດ້ເຂົ້າຮຽນ. ທ້າວຄຳ ເປັນຄູສອນຢູ່ໂຮງຮຽນປະຖົມແຫ່ງນີ້. ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເສື່ອມເສຍເປັນຊາດຝຣັ່ງ ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືແນວນັ້ນ ພາຍຫຼັງທີ່ພວກເພິ່ນຈົບການອົບຮົມຄູແລ້ວ, ກໍໄດ້ມີພະສົງຫຼາຍອົງບໍ່ໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂຶ້ນຝຣັ່ງ. ປີ ຄ.ສ 1913 ຄູຄຳ ໄດ້ສອນຢູ່ໂຮງຮຽນ ຕັບໂຟແລງ ( ບີເອ ຕັບໂຟແລງ ) ລວມມີຄູລາວ 3 ຄົນ. -ມາເຖິງກາງເດືອນພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍນາຍຄູຄຳໄດ້ລະເບີດຂຶ້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮຸນແຮງ ຄູຄຳໄດ້ຖືກພວກຝຣັ່ງຈັບ ແລະ ນຳຕົວໄປຂັງຄຸກ. ພາຍຫຼັງຖືກຄຸມຂັງໄດ້ໄລຍະໜຶ່ງ ນາຍຄູຄຳໄດ້ໂຕນອອກຈາກຄຸກ ແລ້ວຂ້າມແມ່ນ້ຳຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ (ປະເທດໄທ).

ປີ 1949 ນາຍຄູຄຳໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພິ່ນຢູ່ທີ່ວັດສີທາລາມ(ປະເທດໄທ). ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂຶ້ນຍຶດອຳນາດ ໃນວັນທີ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈຶ່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂຶ້ນມາ. ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ຂອງຈັກກະພັດພາຍນອກ ແລະ ຜູ້ຮຸກຮານ ໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປະນາຂຶ້ນໃນວັນທີ 2ທັນວາ 1975 ເຫດການປະຫວັດສາດດັ່ງກ່າວກໍ່ໄດ້ເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ. ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນ້ຳໃຈຮັກຫອມປະເທດຊາດ, ມີຄວາມຮູ້ ຄວາມສາມາດ ເຊິ່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກ ແລະ ຈາກການຊຸບກໍ່ສ້າງ ຢູ່ພາຍໃນປະເທດຢ່າງພຽງພໍ ເຂົາເຈົ້າເຫຼົ່ານັ້ນໄດ້ນຳເອົາຄວາມຮູ້ ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝ, ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖິງຄຸນງາມຄວາມດີຂອງຄູໃນສັງຄົມ ໄດ້ກາຍເປັນພຶດຕິກຳໃນຕົວຈິງ ຈຶ່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ. ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄຳ, ຊື່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະ ກຳນົດວັນທີ 7 ຕຸລາ ເພື່ອເປັນວັນຄູແຫ່ງຊາດລາວ. ວັນຄູແຫ່ງຊາດ ໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນເມື່ອຮອດວັນທີ 7 ຕຸລາທຸກປີຈະມີພິທີການເລົ່າປະຫວັດ ແລະ ອວຍພອນຄູຂຶ້ນໃນທຸກໂຮງຮຽນທົ່ວປະເທດ.

ສຳລັບໃນປີ 2023 ວັນຄູແຫ່ງຊາດ 7 ຕຸລາ ໄດ້ໝູນວຽນມາບັນຈົບຄົບຮອບ 29 ປີ ເຊິ່ງຫຼາຍສະຖາບັນການສຶກສາ, ຫຼາຍໂຮງຮຽນ ໃນຂອບເຂດທົ່ວປະເທດ ກໍໄດ້ມີການຈັດຕັ້ງສະເຫຼີມສະຫຼອງ ລວມທັງມີການສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮອບຕ້ອນວັນສຳຄັນດັ່ງກ່າວ.ໃນອີກດ້ານໜຶ່ງໂດຍເຫັນໄດ້ຄວາມສຳຄັນຂອງວຽກງານການສຶກສາຫຼາຍໆພາກສ່ວນໃນແຕ່ລະຂົງເຂດວິຊາສະເພາະ ກໍໄດ້ມີການສ້າງຕັ້ງສະຖາບັນການສຶກສາຂຶ້ນ ເພື່ອເປັນການຍົກລະດັບໃຫ້ພະນັກງານໃນຂົງເຂດວຽກງານນັ້ນໄດ້ມີການພັດທະນາຂຶ້ນເລື້ອຍໆ ລວມທັງນັກຮຽນຮູ້ປັນຍາຊົນ ສາມາດຮຽນຮູ້ຂົງເຂດວິຊາສະເພາະ ເພື່ອນຳມາໝູນໃຊ້ໃຫ້ຖືກຕ້ອງສອດຄ່ອງຕາມແຕ່ລະສະຖາບັນການສຶກສາທີ່ໄດ້ຮໍ່າຮຽນມາ.

ໃນນີ້, ຖັນແຖວກຳລັງປ້ອງກັນຄວາມສະຫງົບ ກໍໄດ້ມີການສ້າງຕັ້ງສະຖາບັນການສຶກສາໃນຂົງເຂດວຽກວິຊາສະເພາະ ໂດຍປັດຈຸບັນກຳລັງປ້ອງກັນຄວາມສະຫງົບມີສະຖາບັນການສຶກສາ ລວມທັງໝົດ 1
8 ແຫ່ງ ໃນນີ້ມີ: ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ວິທະຍາຄານສັນຕິບານປະຊາຊົນ, ວິທະຍາຄານຕຳຫຼວດປະຊາດ, ໂຮງຮຽນ ປກສ ຊັ້ນສູງ ເລກ 1 ກອງບັນຊາການ ປກສ ອຸດົມໄຊ, ໂຮງຮຽນ ປກສ ຊັ້ນສູງ ເລກ 2 ກອງບັນຊາການ ປກສ ແຂວງຫຼວງພະບາງ, ໂຮງຮຽນ ປກສ ຊັ້ນສູງ ເລກ 3 ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໂຮງຮຽນ ປກສ ຊັ້ນສູງ ເລກ 4 ກອງບັນຊາການ ປກສ ແຂວງຈຳປາສັກ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 2 ກອງບັນຊາການ ປກສ ແຂວງໄຊຍະບູລີ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 3 ກອງບັນຊາການ ປກສ ແຂວງຊຽງຂວາງ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ກອງບັນຊາການ ປກສ ແຂວງບໍລິຄຳໄຊ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 5 ກອງບັນຊາການ ປກສ ແຂວງຄຳມ່ວນ, ໂຮງຮຽນປກສ ຊັ້ນຕົ້ນເລກ 6 ກອງບັນຊາການ ປກສ ແຂວງສາລະວັນ, ໂຮງຮຽນ ປກສ ຊັ້ນຕົ້ນ ກອງບັນຊາການປ້ອງກັນສູນກາງ, ໂຮງຮຽນ ປກສ ຊັ້ນຕົ້ນ ກອງບັນຊາການປ້ອງກັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນຕົ້ນ ກອງບັນຊາການປ້ອງກັນທີ່ຕັ້ງ, ໂຮງຮຽນ ປກສ ຊັ້ນຕົ້ນກົມໃຫຍ່ຕໍາຫຼວດ, ສູນຕ້ອນຮັບ ແລະ ຝຶກອົບຮົມວິຊາສະເພາະ, ໂຮງຮຽນວັດທະນະທຳ 67.

ເຊິ່ງບັນດາສະຖາບັນດັ່ງກ່າວກໍໄດ້ຕັ້ງໜ້າປັບປຸງ-ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່, ເຂັ້ມແຂງຂຶ້ນເປັນກ້າວໆ, ບັນດານັກຮຽນຽ-ນັກສຶກສາ ນາຍ ແລະ ພົນຕໍາຫຼວດ ກໍໄດ້ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ, ຮໍ່າຮຽນໃຫ້ເກັ່ງ, ປະຕິບັດກົດລະບຽບຂອງໂຮງຮຽນໃຫ້ເຂັ້ມງວດ, ເພື່ອກໍ່ສ້າງ ແລະ ພັດທະນາບຸກຄະລາກອນເລົ່າລົບວິຊາສະເພາະຕຳຫຼວດ ໃຫ້ມີຄຸນນະທຳ, ຈັນຍາທຳ, ມີວິໃນເຂັ້ມງວດ, ມີວິຊາສະເພາະທີ່ແຫຼມຄົມ, ໃຫ້ຮັກອາຊີບ, ມີບູກຄະລິກກະພາບ ແລະ ມີມະນຸດສໍາພັນທີ່ດີ, ມີຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ເພື່ອສະກັດກັ້ນຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ມີຄວາມປອດໄພ 100%.

ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 29 ປີທີ່ຈະໝູນວຽນມາເຖິງນີ້,  ຂໍອວຍໄຊໃຫ້ພອນແດ່ຄູໃນທົ່ວປະເທດ ຈົ່ງມີພະລານາໄມທີ່ສົມບູນແຂງແຮງ, ມີຄວາມສຸກປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ເປັນພໍ່ພິມ ແມ່ພິມຂອງຊາດ ເພື່ອສ້າງນັກຮຽນລາວຂອງພວກເຮົາໃຫ້ເປັນຜູ້ສືບທອດທີ່ດີ ພັດທະນາສ້າງສາປະເທດຊາດຕໍ່ໄປ.

ໂດຍ: ບ່າວດອນຂຽວ