ໜ່ວຍຊາວໜຸ່ມພະແນກຕຳຫຼວດທ່ອງທ່ຽວ ກອງບັນຊາການ ປກສ ແຂວງຫຼວງພະບາງ ຈັດກອງປະຊຸມໃຫຍ່ຄັ້ງທີ III, ໂດຍມີ ສະຫາຍ ພັທ ຈັນທາ ພັນທະວົງ ຄະນະພັກຫ້ອງ ຮອງຫ້ອງສັນຕິບານ ປກສ ແຂວງ, ມີເລຂາ-ຮອງເລຂາຊາວໜຸ່ມ ພະແນກ 208, ແຂກຮັບເຊີນ, ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ ໃນວັນທີ 28 ກັນຍາ 2023 ຜ່ານມາ.

ສະຫາຍ ພັຕ ນາງ ຄອນມີ ມະນີຈັນ ກ່າວວ່າ: ໜ່ວຍຊາວໜຸ່ມພະແນກ 208 ແມ່ນອົງການຈັດຕັ້ງໜຶ່ງທີ່ຂຶ້ນກັບ ຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການ ປກສ ແຂວງຫຼວງພະບາງ, ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ຄະນະບໍລິຫານງານຊາວໜຸ່ມ ປກສ ແຂວງ ໃນການປະຕິບັດມະຕິຄຳສັ່ງຂອງຄະນະພັກ-ຂັ້ນເທິງ, ເຄື່ອນໄຫວປະຕິບັດລະບຽບຂອງຊາວໜຸ່ມ, ກວດກາ ແລະ ກໍ່ສ້າງຊາວໜຸ່ມ; ເຊິ່ງໃນໄລຍະທີ່ຜ່ານມາ, ໄດ້ມີການຈັດຕັ້ງເຊື່ອມຊຶມລະບຽບກົດໝາຍ, ແນວທາງຂອງພັກ, ນິຕິກຳ ແລະ ບັນດາເອກະສານທີສຳຄັນຕ່າງໆຢ່າງຕໍ່ເນື່ອງ.

ພ້ອມນັ້ນ, ຍັງໄດ້ຮັບເອກະສານຂາເຂົ້າ-ຂາອອກ ຈຳນວນ 2.094 ສະບັບ, ປະຈຳການໄດ້ 1.546 ຄັ້ງ ມີ 14.273 ເທື່ອແຮງງານ, ມີເຮືອບິນໂດຍ ສານທ່ອງທ່ຽວຫຼວງພະບາງ 345 ລໍາ, ມີບໍລິສັດຂາຍປີ້ໂດຍສານທາງບົກ-ທາງນໍ້າ-ທາງອາກາດ ຈຳນວນ 107 ບໍລິສັດ, ໄດ້ກວດກາເອກະສານນັກທ່ອງທ່ຽວທັງໝົດ 18.627 ຄະນະ, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາພັກເຊົ່າ-ທ່ຽວຊົມຫຼວງພະບາງ ລວມທັງໝົດ 712.409 ຄົນຍິງ 528.507 ຄົນ (ທຽບໃສ່ 5 ປີຜ່ານມາແມ່ນຫຼຸດລົງ) ແລະ ໄດ້ເຄື່ອນໄຫວຂະບວນການຕ່າງໆ 228 ຄັ້ງ, ມີຜູ້ເຂົ້າຮ່ວມ 6.233 ຄົນ, ໄດ້ຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ 25 ຄັ້ງ.

ນອກນີ້. ຍັງໄດ້ກວດກາ-ແກ້ໄຂສະພາບຢູ່ສະຖານທີ່ພັກເຊົາໂຮງແຮມ, ເຮືອນພັກ, ລີສອດ ແລະ ກິດຈະການຮ້ານຄ້າຂາຍຕ່າງໆກໍມີຜົນສຳເລັດ, ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດໃໝ່ ໂດຍມີຜູ້ລົງສະໝັກຈຳນວນ 5 ສະຫາຍ, ເລືອກໄດ້ 3 ສະຫາຍ. ຜ່ານການປ່ອນບັດ ເລຶອກໄດ້ຄະນະຊາວໜຸ່ມຊຸດໃໝ່ຈຳນວນ 3 ສະຫາຍ; ເຊິ່ງເປັນຜູ້ທີມີມາດຖານ-ເງື່ອນໄຂຄົບຖ້ວນ ແລະ ໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານຊາວໜຸ່ມ ປກສ ແຂວງຫຼວງພະບາງ ເລກທີ 94 / ຄຊໜ-ປກສ ລົງວັນທີ 28 ກັນຍາ 2023 ວ່າດ້ວຍການຮັບຮອງ, ແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ປະທານກວດກາໜ່ວຍຊາວໜຸ່ມ 208 ພະແນກຕໍາຫຼວດທ່ອງທ່ຽວ.

ສະຫາຍ ພັທ ຈັນທາ ພັນທະວົງ ເນັ້ນໜັກໃຫ້ຄະນະຊາວໜຸ່ມຊຸດໃໝ່ ພ້ອມດ້ວຍສະມາຊິກ ຈົ່ງຍົກສູງຄວາມຮັບຜິດຊອບກຳແໜ້ນລະບອບ-ລະບຽບຫຼັກການ, ກົດໝາຍໃຫ້ເລິກເຊິ່ງ ເພື່ອຈັດຕັ້ງຂະຫຍາຍໃຫ້ຖືກຕ້ອງສອດຄ່ອງຕໍ່ແນວທາງຂອງພັກ, ສືບຕໍ່ປະຕິບັດໜ້າທີວິຊາສະເພາະຂອງຕົນໃຫ້ມີຜົນສຳເລັດອັນຈົບງາມ.