ໜ່ວຍຊາວໜຸ່ມຮາກຖານ ຫ້ອງສະຫະພັນແມ່ຍິງ ກະຊວງ ປກສ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງ ທີ່ຂຶ້ນກັບ ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ໂດຍພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງຮອບດ້ານຂອງ ຄະນະໜ່ວຍພັກຮາກຖານ ຫ້ອງສະຫະພັນແມ່ຍິງ ກະຊວງ ປກສ, ມີພາລະບົດບາດເປັນເສນາທິການໃຫ້ ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ແລະ ຄະນະໜ່ວຍພັກຮາກຖານ ຫ້ອງສະຫະພັນແມ່ຍິງ ກະຊວງ ປກສ ໃນການນໍາພາສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມສະມາຊິກຊາວໜຸ່ມ, ພະນັກງານ-ນັກຮົບ ປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ແຜນການຂອງຂັ້ນເທິງ, ຊຸກຍູ້ສະມາຊິກຊາວໜຸ່ມປະຕິບັດໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້, ນຳພາສະມາຊິກຊາວໜຸ່ມຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຂົ້າໃນໜ້າທີ່ວຽກງານຕົວຈິງ.

ສະຫາຍ ຮອ ນາງ ຂັນແກ້ວ ວິຜາສຸກ ຮອງເລຂາໜ່ວຍຊາວໜຸ່ມຮາກຖານ ຫ້ອງສະຫະພັນແມ່ຍິງ ກະຊວງ ປກສ ກ່າວໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ໄລຍະ 5 ປີ (2018-2022) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2023-2027) ວ່າ:

ທິດທາງແຜນການ 5 ປີຕໍ່ໜ້າ, ຄະນະໜ່ວຍຊາວໜຸ່ມຮາກຖານ ຫ້ອງສະຫະພັນແມ່ງຍິງ ກະຊວງ ປກສ ຈະສືບສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມ ມີຄຸນທາດການເມືອງໜັກແໜ້ນ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີການ ເປັນຕົ້ນແມ່ນ: ນໍາພາຊຸກຍູ້ຈັດຕັ້ງ, ຄົ້ນຄວ້າຮ່ຳຮຽນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ, ຂໍ້ກໍານົດກົດລະບຽບຕ່າງໆ, ແຜນການວຽກງານຕ່າງໆຂອງຂັ້ນເທິງ, ມູນເຊື້ອຂອງພັກ-ຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບ, ຂອງອົງການຈັດຕັ້ງມະຫາຊົນ ແລະ ນິຕິກໍາຕ່າງໆ ທີ່ພົວພັນເຖິງພາລະບົດບາດຂອງອົງການຈັດຕັ້ງຊາວໜຸ່ມ, ສິດຜົນປະໂຫຍດຂອງສະມາຊິກຊາວໜຸ່ມ ແລະ ເອກະສານອື່ນໆ ໃຫ້ເປັນປົກກະຕິຕໍ່ເນື່ອງ.

ນໍາເອົາສະພາບການຕົວຈິງທີ່ເກີດຂຶ້ນໃນສັງຄົມ ມາສຶກສາອົບຮົມລົງເລິກໃກ້ສິດຕິດແທດ ແລະ ນຳພາຮ່ວມຊີວິດ, ສໍາຫຼວດກວດກາໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ, ມີສະຕິໃນການປະຕິບັດກົດລະບຽບວິໄນໃຫ້ເຂັ້ມງວດ, ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງ ແລະ ແບບແຜນການດຳລົງຊີວິດທີ່ຖືກຕ້ອງ, ສົ່ງເສີມຂະຫຍາຍມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນບັນດາເຜົ່າ.

ນອກນີ້, ໃນຖານະບົດບາດທີ່ຊາວໜຸ່ມ ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ເປັນກຳລັງປະຈັນບານປະຕິວັດ, ເປັນດັ່ງອິນຊີທີ່ບໍ່ຢ້ານຕໍ່ພາຍຸລົມແດງ, ໃນ 5 ປີຕໍ່ໜ້າ ຈະສືບຕໍ່ອອກແຮງປຸກລະດົມສະມາຊິກຊາວໜຸ່ມແຕ່ລະສະຫາຍ ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ປັບປຸງແບບແຜນວິທີການເຮັດວຽກໃຫ້ດີ, ມີວິທະຍາສາດ, ຍົກສູງປະສິດທິຜົນຂອງວຽກງານທີ່ຕົນຮັບຜິດຊອບ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ, ນຳພາສະມາຊິກຊາວໜຸ່ມ ເຂົ້າຮ່ວມຂະບວນການລວມຂອງຊາດ, ຂະບວນການຊ່ວຍເຫຼືອສັງຄົມ, ກົມກອງ, ຂອງອົງການຈັດຕັ້ງມະຫາຊົນ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບ ແລະ ອົງການຈັດຕັ້ງມະຫາຊົນ ເປັນຕົ້ນ ຂະບວນການປະຕິບັດລະບຽບວິໄນ ຕິດພັນກັບ ຂະບວນການແກ້ໄຂປະກົດການຫຍໍ້ທໍ້, ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ເປັນຂະບວນການຕໍ່ເນື່ອງ, ຂະບວນການອອກແຮງງານອະນາໄມ, ແຂ່ງຂັນກິລາ-ສິລະປະ, ຖາມ-ຕອບວິທະຍາສາດ ແລະ ອື່ນໆ ໃຫ້ເປັນເປັນຂະບວນການກວ້າງຂວາງ ແລະ ຟົດຟື້ນ.

ໃນໄລຍະ 5 ປີ ຜ່ານມາ, ຄະນະໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ, ພະນັກງານ-ນັກຮົບ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີການ ເປັນຕົ້ນແມ່ນ: ນຳພາເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງຂອງຂັ້ນເທິງ, ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຮັບຟັງປາຖະກະຖາມູນເຊື້ອວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບ, ຂອງອົງການຈັດຕັ້ງມະຫາຊົນ ແລະ ນິຕິກຳຕ່າງໆ ທີ່ພົວພັນເຖິງພາລະບົດບາດ, ສິດໜ້າທີ່ ແລະ ຜົນປະໂຫຍດຂອງຊາວໜຸ່ມ, ເຊື່ອມຊຶມຜົນສຳເລັດ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ປກສ ຄັ້ງທີ V, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຄັ້ງທີ VIII, ລວມທັງໝົດ 86 ຄັ້ງ 750 ເທື່ອຄົນ. ພ້ອມກັນນັ້ນ, ກໍໄດ້ເຂົ້າຮ່ວມບັ້ນດໍາເນີນຊີວິດການເມືອງ ນໍາສາຍພັກ-ສາຍລັດ, ສາຍອົງການຈັດຕັ້ງມະຫາຊົນ ຢ່າງເປັນປົກກະຕິໃນທຸກໆປີ.

ສັງລວມແລ້ວ: ທິດທາງແຜນການ 5 ປີ ຕໍ່ໜ້າ, ຄະນະໜ່ວຍຊາວໜຸ່ມຮາກຖານ ຫ້ອງສະຫະພັນແມ່ງຍິງ ກະຊວງ ປກສ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ ໂດຍການນໍາພາຊຸກຍູ້ຈັດຕັ້ງ, ຄົ້ນຄວ້າຮ່ຳຮຽນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ, ຂໍ້ກໍານົດກົດລະບຽບຕ່າງໆ, ແຜນການວຽກງານຕ່າງໆຂອງຂັ້ນເທິງ, ມູນເຊື້ອຂອງພັກ-ຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບ, ຂອງອົງການຈັດຕັ້ງມະຫາຊົນ ແລະ ນິຕິກໍາຕ່າງໆ ທີ່ພົວພັນເຖິງພາລະບົດບາດຂອງອົງການຈັດຕັ້ງຊາວໜຸ່ມ, ສິດຜົນປະໂຫຍດຂອງສະມາຊິກຊາວໜຸ່ມ ແລະ ເອກະສານອື່ນໆ ໃຫ້ເປັນປົກກະຕິຕໍ່ເນື່ອງ.

(ໂດຍ: ແກ້ວ)