ຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ ໝາຍເຖິງມາດຖານການປະພຶດ, ການກະທຳ ແລະ ການເຄື່ອນໄຫວທີ່ຖືກຕ້ອງເໝາະສົມ ຂອງບັນດາເຫຼົ່າວິຊາສະເພາະ ໃນກຳລັງປ້ອງກັນຄວາມສະຫງົບ ເຊິ່ງມີ 2 ດ້ານ ຄື:

ຄວາມສຳຄັນຕໍ່ຕົນເອງ ແມ່ນເຮັດໃຫ້ທຸກຄົນມີການປະພຶດ, ການກະທໍາທີ່ດີງາມ, ມີລະບຽບວິໄນ, ມີນ້ຳໃຈໂອບເອື້ອອາລີເຫັນໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ຄວາມສຳຄັນຕໍ່ສ່ວນລວມ (ຕໍ່ໜ້າທີ່, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ ແລະ ສັງຄົມ, ຕໍ່ພັກ-ລັດ ແລະ ປະເທດຊາດ) ແມ່ນເຮັດໃຫ້ນາຍ ແລະ ພົນຕຳຫຼວດທຸກສະຫາຍ ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ມີຄວາມຮັບຜິດຊອບຕໍ່ສ່ວນລວມ ປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍປອດໄພ ແລະ ຍຸຕິທຳ.

+ ຫຼັກການຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ ມີດັ່ງນີ້:

– ເຄົາລົບ, ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ລະບຽບການຂອງລັດ, ລະບຽບກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ, ຈົງຮັກພັກດີ ແລະ ສັດຊື່ບໍລິສຸດຕໍ່ພັກ, ຕໍ່ລັດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ

– ຍົກສູງສະຕິຊາດ ໂດຍຖືເອົາຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ, ສັງຄົມ ແລະ ການຈັດຕັ້ງສູງກວ່າຜົນປະໂຫຍດສ່ວນຕົວ

– ເຄົາລົບຮີດຄອງປະເພນີອັນດີງາມຂອງຊາດ ແລະ ປະຊາຊົນບັນດາເຜົ່າ

– ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເຜົ່າຂອງນາຍ ແລະ ພົນຕຳຫຼວດ

ຫຼັກການຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ ແມ່ນນຳໃຊ້ສຳລັບນາຍ ແລະ ພົນຕຳຫຼວດ ທີ່ສັງກັດຢູ່ໃນກຳລັງປ້ອງກັນຄວາມສະຫງົບທຸກຂັ້ນ ແຕ່ຂັ້ນກະຊວງລົງຮອດທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ນັບທັງນາຍຕຳຫຼວດທີ່ໄປປະຈຳການຢູ່ສຳນັກງານຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ.

+ ສຳລັບເນື້ອໃນສຳຄັນຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ ໄດ້ລະບຸໄວ້ວ່າ:

1. ຕໍ່ຕົນເອງ:

– ມີຄຸນສົມບັດສະນະທຳປະຕິວັດ, ຊື່ສັດບໍລິສຸດຕໍ່ການຈັດຕັ້ງພັກ-ລັດ, ຕໍ່ພາລະກິດປ່ຽນແປງໃໝ່, ຕໍ່ເພື່ອນຮ່ວມງານ, ຄອບຄົວ, ສາມັກຄີຮັກແພງຢ່າງສະໜິດແໜ້ນກັບປະຊາຊົນບັນດາເຜົ່າ, ເຄົາລົບສິດເປັນເຈົ້າຂອງປະຊາຊົນ, ມີແບບແຜນການດຳລົງຊີວິດທີ່ຖືກຕ້ອງຕາມລະບຽບກົດໝາຍແນວທາງນະໂຍບາຍ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ແລະ ດຸໝັ່ນຮໍ່າຮຽນສະແຫວງຫາສິ່ງໃໝ່ໆອັນທີ່ກ້າວໜ້າ

– ນາຍ ແລະ ພົນຕຳຫຼວດ ຕ້ອງຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ກາຍເປັນກຳລັງປະກອບອາວຸດທີ່ດີ, ມີຄຸນທາດການເມືອງໜັກແໜ້ນ, ຍຶດໝັ້ນອຸດົມການສັງຄົມນິຍົມ, ເປັນເອກະພາບສູງຕໍ່ແນວທາງຂອງພັກ-ລັດ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ຈຳແນກມິດ-ສັດຕູຈະແຈ້ງ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ມີນ້ຳໃຈເສຍສະລະຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນໃນທຸກເວລາ

– ປະຢັດມັດທະຍັດ ແລະ ຕ້ານການຫຼິ້ນກິນຟຸມເຟືອຍ, ບໍ່ເຂົ້າຮ່ວມ ແລະ ພົວພັນກັບການກະທຳໃດໆທີ່ຜິດຕໍ່ແນວທາງນະໂຍບາຍບາຍຂອງພັກ, ຂໍ້ກຳນົດ, ຂໍ້ຫ້າມລະບຽບກົດໝາຍຂອງລັດ ແລະ ກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ

– ບໍ່ເອົາຂອງສ່ວນລວມມາເປັນຂອງສ່ວນຕົວ ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງຂັ້ນເທິງ, ຕ້ອງປົກປັກຮັກສາອາວຸດ, ເຕັກນິກ ແລະ ເຄື່ອງໃຊ້ບໍ່ໃຫ້ເປ່ເພ, ເສຍຫາຍ

2. ຕໍ່ໜ້າທີ່:

– ນາຍ ແລະ ພົນຕຳຫຼວດ ຕ້ອງເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ດ້ວຍຄວາມບໍລິສຸດສັດຊື່, ປະຢັດທ່ຽງທຳ, ຕ້ານພະຍາດອາຍາສິດ, ພະ ຍາດໂອ້ອວດ-ອ້າງແຕ່ຜົນງານ, ສໍ້ລາດບັງຫຼວງ, ຕ້ານທຸກຮູບການເຄື່ອນໄຫວສະແຫວງຫາຜົນປະໂຫຍດ ໃນທາງທີ່ບໍ່ຖືກຕ້ອງ

– ຮັກອາຊີບ, ຮັກກຽດສັກສີ ແລະ ມີຄວາມສາມັກຄີ, ມີນ້ຳໃຈເອື້ອເຟື້ອເພື່ອແຜ່ຕໍ່ເພື່ອນຮ່ວມອາຊີບ, ມີນ້ຳໃຈມະນຸດສະທຳ, ມີຄວາມດຸໝັ່ນຫ້າວຫັນ ໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ໃຫ້ສຳເລັດ

– ກຽມພ້ອມໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສະກັດກັ້ນ ແລະ ຕອບຕ້ານທຸກກົນອຸບາຍເຄື່ອນໄຫວທຳລາຍມ້າງເພຂອງກຸ່ມຄົນບໍ່ດີ ໄດ້ຢ່າງທັນການ

– ປະຕິບັດທຸກມະຕິ-ຄຳສັ່ງຂອງການຈັດຕັ້ງຂັ້ນເທິງ ຢ່າງເດັດຂາດ ທັງໃນຍາມປົກກະຕິ ກໍຄື ຍາມສູ້ຮົບ, ມີຄວາມຈິງໃຈ, ໂປ່ງໃສ, ສາມາດກວດສອບໄດ້ ແລະ ຖືຜົນປະໂຫຍດສ່ວນລວມເປັນກົກ

– ຍອມເສຍສະລະທຸກຢ່າງ ເພື່ອການປະຕິວັດ, ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ລູກແຫຼ່ງຕີນມື ເພື່ອປົກປັກຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ

– ປົກປັກຮັກສາອາວຸດ, ເຄື່ອງຂອງ, ເອກະສານ, ພາຫະນະທີ່ປະກອບໃຫ້ ບໍ່ໃຫ້ເປ່ເພ, ເສຍຫາຍ, ເຖິງຈະຕາຍກໍບໍ່ໃຫ້ຕົກຢູ່ໃນກຳມືຂອງສັດຕູ ຢ່າງເດັດຂາດ

– ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍ ຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ, ຕ້ອງເດັດດ່ຽວ, ເດັດຂາດ, ຕໍ່ສູ້ບໍ່ຍອມຈຳນົນ

– ປ້ອງກັນ, ຕ້ານ-ສະກັດກັ້ນທຸກການເຄື່ອນໄຫວທີ່ຜິດຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບ

3. ຕໍ່ການຈັດຕັ້ງ:

– ນາຍ ແລະ ພົນຕຳຫຼວດ ຕ້ອງເຄົາລົບ ແລະ ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຮັກສາຄວາມລັບ, ປະຕິບັດລະບຽບກົດໝາຍຂອງລັດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບ ຢ່າງເຂັ້ມງວດ

– ປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດ, ການຈັດຕັ້ງ, ລວມໝູ່ ໃຫ້ມີປະສິດທິພາບສູງສຸດ

– ບໍ່ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ, ພີ່ນ້ອງ ແລະ ພັກພວກ ຈະແມ່ນທາງກົງ ຫຼື ທາງອ້ອມ

– ປະກອບຄຳຄິດຄຳເຫັນຢ່າງມີຫຼັກການ, ມີລັກສະນະສ້າງສັນ, ຈິງໃຈ ແລະ ມີເຫດຜົນຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະບຽບວິໄນຂອງກະຊວງປ້ອງກັນຄວາມສະຫງົບ

– ເຄົາລົບ ແລະ ນັບຖືການຈັດຕັ້ງ ເພື່ອຮ່ວມງານໃຫ້ກຽດເຊິ່ງກັນ ແລະ ກັນ, ປະຕິບັດແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ

4. ຕໍ່ປະຊາຊົນ ແລະ ສັງຄົມ:

– ນາຍ ແລະ ພົນຕຳຫຼວດ ຕ້ອງບໍລິການ, ຮັບໃຊ້ປະຊາຊົນ ແລະ ສັງຄົມ ດ້ວຍຄວາມຈິງໃຈ, ສະເໝີພາບໂປ່ງໃສ, ຍຸຕິທຳ, ມີກິລິຍາມາລະຍາດດີ, ຖະໜອມຖ່ອມຕົວ, ສຸພາບອ່ອນນ້ອມ, ບໍ່ຮຽກຮ້ອງສິ່ງຕອບແທນ, ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ສັງຄົມ ໃຫ້ສົມຄຳເວົ້າທີ່ວ່າ “ຕຳຫຼວດປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ” ເພື່ອຮັບໃຊ້ປະຊາຊົນບັນດາເຜົ່າ

– ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ, ຮັບຮູ້ຂໍ້ມູນຂ່າວສານເປີດເຜີຍໄດ້ ຫຼື ຕິດຕໍ່ພົວພັນວຽກງານອື່ນໆ

– ເວົ້າຈາສຸພາບອ່ອນໂຍນ ແລະ ໃຫ້ກຽດປະຊາຊົນ ເພື່ອໃຫ້ເກີດຄວາມເຄົາລົບນັບຖື, ບໍ່ໃຊ້ຖ້ອຍຄຳ, ກິລິຍາ ຫຼື ທ່າທາງທີ່ມີລັກສະນະຫຍາບຄາຍ, ດູໝິ່ນ ຫຼື ຢຽບຢາມບັງຄັບປະຊາຊົນ, ຄວນປະພຶດຕົນໃຫ້ຖືກຕ້ອງ, ຄ່ຽມຄົມຕໍ່ທຸກຄົນໃນສັງຄົມ

– ໃຫ້ການຊ່ວຍເຫຼືອປະຊາຊົນ, ຜູ້ຖືກເຄາະຮ້ານ, ປະສົບໄພຕ່າງໆຢ່າງຈິງໃຈ

– ຊ່ວຍເຫຼືອ ອົງການປົກຄອງທ້ອງຖິ່ນ ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປົກປັກຮັກສາຄວາມປອດໄພຂອງບ້ານຊ່ອງ

– ເຄົາລົບ ແລະ ນັບຖືຮີດຄອງປະເພນີ-ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າ, ຊອງຊາດ, ປົກປັກຮັກສາວັດວາອາລາມ, ວັດຖຸບູຮານທີ່ເປັນປະຫວັດສາດ, ບໍ່ໃຫ້ມ້າງເພ ຫຼື ເຮັດເປິະເປື້ອນ ໃສ່ສະຖານທີ່ສາທາລະນະສ່ວນລວມ

– ໂຄສະນາ-ປຸກລະດົມຂົນຂວາຍປະຊາຊົນ ປະກອບສ່ວນເຮັດໜ້າທີ່ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເປັນໜ້າທີ່ຂອງທຸກຄົນໃນສັງຄົມ

– ໃນເວລາປະຕິບັດໜ້າທີ່ ຕ້ອງວາງຕົນໃຫ້ຢູ່ໃນສະພາບທີ່ກຽມພ້ອມ ແລະ ເໝາະສົມ, ຖື ແລະ ນຳໃຊ້ອາວຸດໃຫ້ຖືກຕ້ອງຕາມລະບຽບ-ກົດໝາຍ, ພົກພາເອກະສານ ຫຼື ສະແດງເອກະສານ ຫຼື ສະແດງເອກະສານບັດປະຈຳຕົວຕຳຫຼວດ ໃນເວລາປະຕິບັດໜ້າທີ່ ແລະ ເມື່ອມີບຸກຄົນໃດໜຶ່ງຮ້ອງຂໍ ໃນເວລາຈຳເປັນ; ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ, ສິດອຳນາດຂົ່ມຂູ່, ຮຽກຮ້ອງເອົາສິ່ງຕອບແທນ ແລະ ຮັບຜົນປະໂຫຍດຈາກບຸກຄົນ, ນິຕິບຸກຄົນ, ປະຊາຊົນ ແລະ ສັງຄົມ ໂດຍທາງກົງ ແລະ ທາງອ້ອມ

5. ຕໍ່ພັກ-ລັດ ແລະ ປະເທດຊາດ:

– ເຊື່ອຊັ້ນຕໍ່ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງຈິງໃຈ, ປະຕິບັດທຸກມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ບັນດາຂໍ້ກຳນົດ, ຂໍ້ຫ້າມກົດໝາຍຂອງລັດ ແລະ ເຮັດສໍາເລັດໜ້າທີ່-ທີ່ໄດ້ຮັບການມອບໝາຍ

– ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ປະເທດຊາດ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດແກ່ຕົນ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ, ປ້ອງກັນການຈັດຕັ້ງ, ສຳນັກງານ, ອົງການ-ການນຳ, ຕ້ານແນວຄິດຫຼາຍພັກ, ຫຼາຍເຄົ້າ

– ບໍ່ຈັດຕັ້ງ, ບໍ່ເຂົ້າຮ່ວມເຄື່ອນໄຫວຊຸມນຸມ-ປະທ້ວງຕ້ານການຈັດຕັ້ງພັກ-ລັດ ແລະ ໂຄສະນາບິດເບືອນໃສ່ຮ້າຍແນວທາງນະໂຍບາຍຂອງພັກ-ລັດ, ທັບຖົມໂຈມຕີບຸກຄົນ ຫຼື ການຈັດຕັ້ງ ແລະ ລະບອບປະຊາທິປະໄຕ ປະຊາຊົນລາວ

– ເປັນເຈົ້າການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ-ກົດໝາຍຢ່າງເຂັ້ມງວດ, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ

– ຮັກສາຄວາມລັບຂອງພັກ, ຂອງຊາດ ແລະ ການຈັດຕັ້ງໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຢ່າງເດັດດ່ຽວໜຽວແໜ້ນ ເຖິງຈະເສຍຊີວິດກໍບໍ່ຍອມຈຳນົນ

+ ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ, ຄະນະພັກ-ຄະນະບັນຊາທຸກຂັ້ນ, ທຸກສະຫາຍ ຕ້ອງໄດ້ຕັ້ງໜ້າປະຕິບັດ ດັ່ງນີ້:

1. ເພື່ອທະວີການນຳພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ ຕໍ່ກຳລັງປະກອບອາວຸດ ໂດຍສະເພາະຕໍ່ກຳລັງປ້ອງກັນຄວາມສະຫງົບ ເຊິ່ງເປັນກຳລັງທີ່ປະເຊີນໜ້າໂດຍກົງກັບພວກກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ; ເອົາໃຈໃສ່ໃນການສຶກສາອົບຮົມໃຫ້ກຳລັງປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ມີຄວາມສາມາດ ແລະ ຊໍານິຊໍານານທາງດ້ານວິຊາສະເພາະ, ເປັນກຳລັງທີ່ຈົງຮັກພັກດີບໍລິສຸດສັດຊື່ຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນ ແລະ ຕໍ່ອຸດົມການສັງຄົມນິຍົມ ໃຫ້ສົມກັບເປັນເຄື່ອງມືອັນແຫຼມຄົມຂອງພັກ, ຕັ້ງໜ້າຫັດແອບສິລະປະຍຸດ-ຍຸດທະວິທີໃຫ້ມີຄວາມຊໍານິຊໍານານ ຕິດພັນກັບ ການຍົກລະດັບຄວາມສາມາດບັນຊາສູ້ຮົບທີ່ມີແບບແຜນທັນສະໄໝເທື່ອລະກ້າວ;

2. ເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາມະຕິ, ຄຳສັ່ງ, ລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ, ຂໍ້ກຳນົດ, ຂໍ້ຫ້າມ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງເຂັ້ມງວດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີນ້ຳໃຈຮັກຊາດ ຕິດພັນກັບ ຈິດໃຈຮັກລະບອບໃໝ່ ລະບອບປະຊາທິປະໄຕ ປະຊາຊົນ, ມີຄວາມທະນົງໃຈແຫ່ງຄວາມເປັນຊາດໜຶ່ງ, ມີຈິດໃຈເປັນເຈົ້າຂອງປະເທດຊາດ ແລະ ມີສະຕິລະວັງຕົວສູງ ຈຶ່ງຈະສາມາດຮູ້ໄດ້ເລ່ລ່ຽມກົນອຸບາຍຂອງພວກຄົນບໍ່ດີ ແລະ ມີວິທີການ, ມາດຕະການຕອບຕ້ານ ແລະ ສະກັດກັ້ນໄດ້ຢ່າງທັນການ;

3. ຕ້ອງມີຄວາມຕັດສິນໃຈສູງ ແລະ ເດັດດ່ຽວໜຽວແໜ້ນ ໃນການປະຕິບັດໜ້າທີ່, ກ້າເຮັດ, ກ້າທຳ, ກ້າຮັບຜິດຊອບຕໍ່ຜົນໄດ້, ຜົນເສຍຕໍ່ວຽກງານທີ່ຕົນຮັບຜິດຊອບ; ຜ່ານຜ່າທຸກຄວາມຫຍຸ້ງຍາກນາໆປະການ, ຍອມເສຍສະລະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມຂອງຊາດ, ຂອງຊົນຊັ້ນ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສະຖຽນລະພາບອັນໜັກແໜ້ນ ແລະ ຍຸຕິທຳ;

4. ຕ້ອງດຳລົງຊີວິດປອດໃສຂາວສະອາດ, ປະຢັດມັດທະຍັດ, ບໍ່ໂລບມາກໂລພາ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ, ບໍ່ກໍ່ຄວາມເສຍຫາຍໃຫ້ແກ່ພັກ-ລັດ, ການຈັດຕັ້ງ, ສັງຄົມ, ເດັດດ່ຽວກ້າຫານຕໍ່ສູ້ແກ້ໄຂບັນດາປະກົດການຫຍໍ້ທໍ້ ໃນຖັນແຖວກຳລັງ ປກສ ແລະ ຢູ່ໃນສັງຄົມ;

5. ເພື່ອສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມກຳແໜ້ນເນື້ອໃນຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ, ຄະນະພັກ-ຄະນະບັນຊາທຸກຂັ້ນ ໃນກຳລັງ ປກສ ຕ້ອງໄດ້ນຳເອົາເນື້ອໃນເອກະສານດັ່ງກ່າວ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມ ນັບແຕ່ຂັ້ນກະຊວງລົງຮອດທ້ອງຖິ່ນຮາກຖານ ໃນຂອບເຂດທົ່ວປະເທດ.

ສັງລວມແລ້ວ, ຄະນະພັກ-ຄະນະບັນຊາທຸກຂັ້ນ, ນາຍ ແລະ ພົນຕຳຫຼວດທຸກສະຫາຍ ຕ້ອງປັບປຸງທັດສະນະຫຼັກໝັ້ນຊົນຊັ້ນໃຫ້ໜັກແໜ້ນ, ຍຶດໝັ້ນອຸດົມການຂອງພັກ, ຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະ ໃຫ້ມີຄວາມສາມາດທາງດ້ານພຶດຕິກຳ; ຍົກສູງສະຕິລະວັງຕົວ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ເປັນກຳລັງປະກອບອາວຸດປະຕິວັດອັນແຫຼມຄົມ ແລະ ໄວ້ເນື້ອເຊື່ອໃຈຂອງພັກ-ລັດ ແລະ ປະຊາຊົນຕະຫຼອດໄປ.