ກົມນະໂຍບາຍຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບບໍລິສັດ ຂວັນເມືອງກຣຸບ ຈໍາກັດ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນແຂວງ, ຂັ້ນສູນກາງກ່ຽວກັບບົດລາຍງານປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ, ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ສໍາລັບໂຄງການລົງທຶນສ້າງຕັ້ງໂຮງງານແປຮູບຂີ້ເຫຍື້ອ ເພື່ອຜະລິດເປັນພະລັງງານທົດແທນທີ່ຈະຕັ້ງຂຶ້ນຢູ່ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນເນື້ອທີ່ 50 ເຮັກຕາ ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຫົວໜ້າກົມ, ພະແນກ, ຮອງເຈົ້າເມືອງ, ປະທານບໍລິສັດ, ພາກສ່ວນກ່ຽວຂ້ອງ, ຕາງໜ້າບ້ານເຂົ້າຮ່ວມ.

ທ່ານ ປອ ຄໍາຫຼ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງກຣຸບ ຈໍາກັດ ໃຫ້ສໍາພາດວ່າ: ການສ້າງຕັ້ງໂຮງງານແປຮູບຂີ້ເຫຍື້ອ ເພື່ອຜະລິດພະລັງງານທົດແທນຄັ້ງນີ້, ແມ່ນປະຕິບັດຕາມນະໂຍບາຍ 6ສ ຂອງນະຄອນຫຼວງວຽງຈັນ ວາງອອກໃຫ້ປະກົດຜົນເປັນຈິງ, ເຊິ່ງຈະໃຊ້ເວລາການກໍ່ສ້າງແມ່ນ 18 ເດືອນ ແລະ ຈະໄດ້ແນໃສ່ແປຮູບຂີ້ເຫຍື້ອຄື: ສາມາດວັດແທກຂີ້ເຫຍື້ອໄດ້ແບບທັນສະໄໝ, ສາມາດຜະລິດຂີ້ເຫຍື້ອເປັນປຸ໋ຍຊີວະພາບ ແລະ ສາມາດຜະລິດຂີ້ເຫຍື້ອເປັນພະລັງງານໄຟຟ້າ.

ສ່ວນການປະເມີນຜົນໃນກອງປະຊຸມດັ່ງກ່າວນີ້, ແມ່ນໄດ້ປະເມີນກ່ຽວກັບຜົນຂອງກອງປະຊຸມທີ່ຜ່ານມາ, ປະຫວັດຄວາມເປັນມາຂອງໂຄງການ, ເຕັກໂນໂລຢີທີ່ນໍາມາໃຊ້, ແຜນການດໍາເນີນງານຂອງໂຄງການ ແລະ ກິດຈະກໍາຂອງການພັດທະນາໂຄງການ, ແຜນການຄຸ້ມຄອງ ແລະ ຕິດຕາມການກວດກາສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດຂອງໂຄງການ, ແຜນພັດທະນາຊຸມຊົນ ແລະ ງົບປະມານໃນການຈັດຕັ້ງປະຕິບັດວຽກງານດ້ານສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ແລະ ງົບປະມານ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານດ້ານສິ່ງແວດລ້ອມຂອງພາກລັດ.