ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີສະເຫຼີມສະຫຼອງເປີດປີທ່ອງທ່ຽວລາວ ປີ 2018 ຂຶ້ນໃນວັນທີ 29 ເມສາ 2018 ທີ່ເດີ່ນຕະຫຼາດໃໝ່ ເມືອງຍອດອູ ເຂົ້າຮ່ວມເປັນກຽດລັ່ນຄ້ອງ 9 ບາດ ແລະ ຕັດແຖມຜ້າເພື່ອເປີດງານຢ່າງເປັນທາງການໂດຍ ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ, ທັງເປັນປະທານຊີ້ນຳຂັ້ນແຂວງຈັດປີທ່ອງທ່ຽວລາວ 2018 ແລະ ທ່ານ ອາໄຊ ລາວລີ ເຈົ້າເມືອງໆຍອດອູ, ມີບັນດາການນຳພັກ-ລັດ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ແລະ ຮອງເຈົ້າເມືອງ 6 ເມືອງ ພ້ອມດ້ວຍພໍ່-ແມ່ປະຊາຊົນຊາວ ເມືອງຍອດອູ ເຂົ້າຮ່ວມ.

ທ່ານ ບຸນເທດ ອິນຈັກ ຮອງເຈົ້າເມືອງໆຍອດອູ ປະທານຄະນະຮັບຜິດຊອບຂັ້ນເມືອງ ກ່າວວ່າ: ການເປີດປີທ່ອງທ່ຽວລາວ 2018 ຢູ່ເມືອງຍອດອູ ໃນຄັ້ງນີ້ ແມ່ນມີຄວາມໝາຍ-ຄວາມສຳຄັນ ໂດຍຕິດພັນກັບການສະເຫຼີມສະຫຼອງບຸນພຣະທາດກີ່ວແອກ, ຕະຫຼອດໄລຍະການຈັດງານ ຈະມີການສະແດງສິລະປະ-ວັນນະຄະດີຂອງແຕ່ລະບ້ານ, ຂອງໂຮງຮຽນ, ການປະກວດນາງງາມຊົນເຜົ່າ, ການປະກວດນັກຮ້ອງສຽງດີ, ການສະແດງຄອນເສີດ, ກາຍະສິນ, ການຕັກບາດວຽນທຽນບຸນພຣະທາດກີ່ວແອກ; ມາຮອດປັດຈຸບັນເມືອງຍອດອູ ມີແຫຼ່ງທ່ອງທ່ຽວ 10 ແຫ່ງ ໃນນີ້ມີແຫຼ່ງທ່ອງທ່ຽວທາງທຳມະຊາດ 3 ແຫ່ງ, ແຫຼ່ງທ່ອງທ່ຽວທາງວັດທະນະທຳ 6 ແຫ່ງ, ແຫຼ່ງທ່ອງທ່ຽວທາງປະຫວັດສາດມີ 1 ແຫ່ງ ເພື່ອຮອງຮັບໃຫ້ນັກທ່ອງທ່ຽວມາທ່ຽວເມືອງຍອດອູ ໄດ້ຕະຫຼອດປີ.

ການເປີດງານຄັ້ງນີ້ ໄດ້ເລີ່ມຕົ້ນດ້ວຍການແຫ່ກ້ອນກຳລັງຈາກພາກສ່ວນຕ່າງໆພາຍໃນເມືອງ ຈຳນວນ 9 ກ້ອນກຳລັງ ມີກ້ອນກຳລັງເຍົາວະຊົນ, ກ້ອນກຳລັງຊາວໜຸ່ມ, ກ້ອນກຳລັງພະນັກງານ-ລັດຖະກອນ, ກ້ອນກໍາລັງບ້ານພູຊ້າງ, ກ້ອນກຳລັງບ້ານເທິງ, ກ້ອນກຳລັງບ້ານລຸ່ມ, ກ້ອນກຳລັງບ້ານກາດ, ກ້ອນກຳລັງບ້ານໃຕ້ ແລະ ກ້ອນກຳລັງບ້ານພານ.