ສູນກາງສະຫະພັນກຳມະບານລາວ ໄດ້ຈັດພິທີຍ່າງເພື່ອສຸຂະພາບ ໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 132 ປີ ( 1 ພຶດສະພາ 1886-1 ພຶດສະພາ 2018 ) ໃນວັນທີ 1 ພຶດສະພາ 2018 ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ມີບັນດາຜູ້ນຳພັກ-ລັດ, ສະມາຊິກກຳມະບານ ແລະ ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ປ້ານ ນ້ອຍມະນີ ປະທານສູນກາງສະຫະພັນກຳມະບານລາວ ກ່າວວ່າ: ກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້, ເປັນການສະເຫຼີມສະຫຼອງວັນກຳມະກອນສາກົນ ເນື່ອງຈາກ 1 ພຶດສະພາ ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງສໍາລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ລະນຶກເຖິງຊົນຊັ້ນກຳມະກອນໄດ້ເຕົ້າໂຮມ ແລະ ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຕ້ານການກົດຂີ່ຂຸດຮີດ ເພື່ອທວງເອົາສິດທິພື້ນຖານຂອງພົນລະເມືອງ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ. ຫວນຄືນວັນທີ 1 ພຶດສະພາ 1886 ກຳມະກອນ ແລະ ຊາວຜູ້ອອກແຮງງານຢູ່ເມືອງຊິກາໂກ ປະເທດສະຫະລັດ ອາເມລິກາ ໄດ້ມີຂະບວນການຕໍ່ສູ້ ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກໍາມະກອນນັດຢຸດງານເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຢູ່ພາຍໃນປະເທດສະຫະລັດ ອາເມລິກາ ແລະ ມີກຳມະກອນເຂົ້າຮ່ວມເຖິງ 340.000 ຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ.

ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນກຳມະກອນ ວັນທີ 1 ພຶດສະພາ ຄົບຮອບ 132 ປີ, ລັດ ຖະບານແຫ່ງ ສປປ ລາວ ໄດ້ຂຶ້ນ ຄ່າແຮງງານຂັ້ນຕໍ່າໃຫ້ກຳມະກອນ ທີ່ເຮັດວຽກໃນຂົງເຂດວິສາຫະ ກິດ ຈາກ 900.000 ກີບ ມາເປັນ 1.100.000 ກີບ ເຊິ່ງເລີ່ມຈັດ ຕັ້ງປະຕິບັດນັບແຕ່ມື້ນີ້ເປັນຕົ້ນໄປ.

ປະທານສູນກາງສະຫະພັນກຳມະບານລາວ ຮຽກຮ້ອງໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ຈົ່ງສາມັກຄີຢ່າງແໜ້ນແຟ້ນຢູ່ອ້ອມຂ້າງພັກ ແລະ ລັດຖະບານ, ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນເລື້ອຍໆ ພ້ອມກັນຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນກຳລັງແຮງງານທີ່ມີລະບຽບວິໄນໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີ, ທາດແທ້ ແລະ ມູນເຊື້ອອັນດີງາມຂອງຊົນຊັ້ນກຳມະກອນລາວ ສືບຕໍ່ເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.