ກອງປະຊຸມສ່ອງແສງລາຍງານວຽກງານກໍ່ສ້າງຮາກຖານການເມືອງ ປະຈຳເດືອນ 2 ( ເດືອນມີນາ-ເມສາ ) ຂອງສອງກອງກໍ່ສ້າງຮາກຖານການເມືອງ 914 ( ກອງ 914 ) ປະຈຳເມືອງລອງ ແລະ 917 ( ກອງ 917 ) ປະຈຳເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດໃນວັນທີ 25 ເມສ 2018, ໂດຍ ການເປັນປະທານຂອງ ທ່ານ ຄຳຝາຍ ເສົາຈັນຖາ ເຈົ້າເມືອງ ເມືອງສິງ, ທ່ານ ພັທ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ-ເມືອງລອງ, ບັນດາຄະນະຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງ ຫົວໜ້າ-ຮອງຫົວໜ້າກອງກໍ່ສ້າງຮາກຖານການເມືອງ 914 ແລະ 917 ຕະຫຼອດຮອດພະນັກງານພາຍໃນສອງກອງ ເຂົ້າຮ່ວມ.
ພັທ ຫຍຸຍ ເພັງເມືອງຄູນ ຫົວໜ້າກອງ 917 ກໍໄດ້ຂຶ້ນ ຜ່ານບົດລາຍງານຫຍໍ້ການເຄື່ອນໄຫວວຽກງານກໍ່ສ້າງຮາກ ຖານການເມືອງພັດທະນາຊົນນະບົດ ໃນສອງເດືອນຜ່ານມາ ແລະ ທິດທາງແຜນການສອງເດືອນຕໍ່ໜ້າວ່າ: ໄລຍະຜ່ານມາ, ຄະນະພັກຮາກຖານ, ປກສ ກຸ່ມບ້ານເອົາໃຈໃສ່ນຳພາອຳນາດການປົກຄອງບ້ານ ແລະ ບັນດາຂະແໜ່ງການໃຫ້ເຂັ້ມແຂງຮູ້ເຄື່ອນໄຫວເຮັດໜ້າທີ່ຕາມພາລະບົດບາດ, ສິດໜ້າທີ່ຂອງຕົນຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າຕະຫຼອດຮອດພະນັກງານນັກຮົບໃນຄວາມຮັບຜິດຊອບໃຫ້ມີແນວຄິດເຊື່ອໝັ່ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ.
ພ້ອມນີ້, ຍັງໄດ້ເອົາໃຈໃສ່ເຮັດວຽກງານຄຸ້ມຄ້ອງສຳມະໂນຄົວ, ເກັບກໍາການເໜັງຕີງຂອງພົນລະເມືອງສະແດງອອກ ຄື: ກຸ່ມບ້ານມອມ ແລະ ກຸ່ມຊຽງແຂວງມີພະນັກງານຮັບຜິດຊອບທັງໝົດ ມີ 21 ບ້ານ, ມີ 1.209 ຫຼັງຄາເຮືອນ, ມີ 79 ໜ່ວຍ, ມີ 1.348 ຄອບຄົວ, ມີພົນລະເມືອງທັງໝົດ 5.929 ຄົນ, ຍິງ 3.050 ຄົນ, ຂຶ້ນສຳມະໂນຄົວແລ້ວ 1.304 ຄອບຄົວ, ມີ 5.816 ຄົນ; ຍັງບໍ່ໄດ້ຂຶ້ນສຳມະໂນຄົວ ມີ 44 ຄອບຄົວ, ມີ 103 ຄົນ, ຄົນມາພັກຊົວຄາວ ມີ 304 ຄົນ ຍິງ 114 ຄົນ. ນອກນີ້, ໄດ້ເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ ໄດ້ 22 ຄັ້ງ ມີ 24 ເລື່ອງ, ນໍາພາ-ຊຸກຍູ້ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບທຳການຜະລິດປູກຝັງ, ລ້ຽງສັດ, ເຊິ່ງປັດຈຸບັນໄດ້ລ້ຽງສັດປີກ 515 ໂຕ, ໝູ 14 ໂຕ, ງົວ 4 ໂຕ ເພື່ອແກ້ໄຂຊີວິດການເປັນຢູ່ຂອງອ້າຍ-ນ້ອງໃຫ້ດີຂຶ້ນ.


ໃນພິທີ, ທ່ານ ຄຳຝາຍ ເສົາຈັນຖາ ໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ພ້ອມທັງຮຽກຮອງໃຫ້ຄະນະກອງກໍ່ສ້າງຮາກຖານການເມືອງ 914 ແລະ 917 ຈົ່ງສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານກໍ່ສ້າງຮາກຖານຕິດພັນກັບການປັບປຸງອຳນາດການປົກຄອງ ແລະ ຂະແໜງການຂອງບ້ານໃຫ້ເຂັ້ມແຂງ, ສືບຕໍ່ນຳພາ-ຊຸຸກຍູ້ພໍ່-ແມ່ປະຊາຊົນທຳການຜະລິດປູກພືດເປັນສິນຄ້າ, ເພື່ອສ້າງລາຍຮັບເຂົ້າຄອບຄົວ ເພື່ອລົບລ້າງຄວາມທຸກຍາກ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ, ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເມືອງ ວາງອອກ, ສືບຕໍ່ປະສານສົມທົບກັບ ປກສ ເມືອງ, ປກສ ກຸ່ມ, ເຄື່ອນໄຫວວຽກງານອອກກວດກາລາດຕະເວນ, ເກັບກຳຄຸ້ມຄອງການເໜັງຕີງຂອງປະຊາຊົນສຸມໃສ່ແກ້ໄຂປະກົດການຫຍໍໍ້ທໍ້ຕ່າງໆ ເພື່ອເຮັດໃຫ້ບ້ານ, ກຸ່ມບ້ານ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.