ວັນກຳມະກອນສາກົນ 1 ພຶດສະພາ ຫາກໍຜ່ານມາບໍ່ໄດ້ເທົ່າໃດມື້, ແຕ່ກໍຍັງຢູ່ໃນໄລຍະເດືອນແຫ່ງການສະເຫຼີມຫຼອງ ວັນກຳມະກອນ, ເຊິ່ງຊາວຜູ້ອອກແຮງງານ ກໍຄືຊາວກຳມະກອນທັງຫຼາຍຕ່າງ ກໍພາກັນດີໃຈເປັນທີ່ສຸດ ພາຍຫຼັງທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 560/ ຫສນຍ.ກລຂ, ລົງວັນທີ 20.4.2018 ເລື່ອງ: ທິດຊີ້ນໍາກ່ຽວກັບການພິຈາລະນາຮັບຮອງເອົາການປັບປຸງຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກ ແຮງງານຢູ່ ສປປ ລາວ ຂຶ້ນ ຈາກ 900.000 ກີບ ມາເປັນ 1.100.000 ກີບ ຕໍ່ຄົນຕໍ່ເດືອນ ແລະ ເລີ່ມຈັດຕັ້ງປະຕິ ບັດນັບແຕ່ວັນທີ 1 ພຶດສະພາ 2018 ເປັນຕົ້ນໄປ, ແນ່ນອນເລື່ອງນີ້ຈະເປັນການຊ່ວຍເຮັດໃຫ້ຊາວຜູ້ອອກແຮງ ງານມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ.
ການກຳນົດຄ່າແຮງງານນີ້, ກໍໄດ້ມີການປຶກສາຫາລືຮ່ວມກັນຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງໂດຍຄິດໄລ່ຈາກຄ່າ ຄອງຊີບ ໂດຍສະເພາະຄ່າເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ: ເຂົ້າ, ຊີ້ນ, ປາ, ໄຟຟ້າ ແລະ ນ້ໍາປະປາ ຕໍ່ຄົນຕໍ່ເດືອນ. ແຕ່ບໍ່ໄດ້ຄິດໄລ່ ເພື່ອໃຫ້ທ້ອນເງິນ ຫຼື ຄ່າໃຊ້ຈ່າຍອື່ນໆ ເຊັ່ນ: ປຸກສ້າງເຮືອນຢູ່, ຊື້ລົດ, ໃສ່ຊອງບັດເຊີນ… ສ່ວນຜູ້ ທີ່ຈະໄດ້ຮັບຄ່າແຮງງານຂັ້ນຕ່ຳແມ່ນແນໃສ່ຜູ້ທີ່ຍັງບໍ່ມີສີມື, ບໍ່ທັນມີຄວາມຊຳນານ ແລະ ບໍ່ມີວຸດທິທາງດ້ານວິຊາ ຊີບໃດໆ; ສ່ວນຜູ້ທີ່ມີສິ່ງໃດໜຶ່ງ ແລ້ວຄ່າແຮງງານທີ່ຜູ້ກ່ຽວໄດ້ຮັບກໍຄວນຈະສູງກວ່າລະດັບຂັ້ນຕ່ຳ, ເຊິ່ງຜູ້ໃຊ້ແຮງ ງານຕ້ອງໄດ້ກຳນົດໄວ້ໃນລະບຽບພາຍໃນຫົວໜ່ວຍແຮງງານ. ສຳລັບຜູ້ທີ່ມີສີມື, ມີຄວາມຊຳນານງານ ຫຼື ເຮັດວຽກ ໃນໄລຍະເວລາໃດໜຶ່ງມາແລ້ວ ໂດຍ ມີໜັງສືຢັ້ງຢືນການເຮັດວຽກມາກ່ອນ ຫຼື ມີວຸດທິດ້ານວິຊາຊີບໃດໜຶ່ງ ຫຼື ຜູ້ທີ່ ເຮັດວຽກໃຫ້ຫົວໜ່ວຍແຮງງານຄົບ 9 ເດືອນ ລວມທັງໄລຍະການທົດລອງວຽກຕາມກົດໝາຍວ່າດ້ວຍແຮງງານ ຕ້ອງໄດ້ຮັບເງິນເດືອນ ຫຼື ຄ່າແຮງງານສູງກວ່າຄ່າແຮງງານຂັ້ນຕ່ຳ ໂດຍກຳນົດເປັນເງິນເດືອນພື້ນຖານທີ່ລະບຸໄວ້ໃນ ກົດລະບຽບພາຍໃນຂອງຫົວໜ່ວຍແຮງງານ ຫຼື ສັນຍາແຮງງານ; ການປັບຂຶ້ນຄ່າແຮງງານຂັ້ນຕ່ຳ ຫຼາຍຄົນໄດ້ໃຫ້  ຄວາມສົນໃຈຫຼາຍທີ່ສຸດ ເພາະເລື່ອງນີ້ມັນຕິດພັນກັບຄ່າຄອງຊີບໃນຍຸກກົນໄກເສດຖະກິດຕະຫຼາດທີ່ທຸກຄົນ ພວມ ປະເຊີນຢູ່ໃນປັດຈຸບັນນີ້. ບັນຫານີ້, ຊາວຜູ້ອອກແຮງງານຫຼາຍຄົນ ກໍໄດ້ມີທັດສະນະສ່ວນຕົວໄປໃນທິດທາງດຽວ ກັນວ່າ: ເຖິງຈະປັບຄ່າແຮງງານຂັ້ນຕ່ຳຂຶ້ນຈາກ 900.000 ກີບ ມາເປັນ 1.100.000 ກີບຕໍ່ຄົນຕໍ່ເດືອນນັ້ນ, ຖ້າ ທຽບໃສ່ຄ່າຄອງຊີບແລ້ວ ກໍຍັງບໍ່ທັນກຸ້ມຢູ່ກຸ້ມກິນ ໂດຍສະເພາະຄ່າໄຟຟ້າ, ຄ່ານ້ຳປະປາ ແລະ ລາຄາພືດຜັກ, ຊີ້ນ ຕາມທ້ອງຕະຫຼາດທີ່ນັບມື້ນັບມີລາຄ່າສູງຂຶ້ນຕາມມາ. ສະນັ້ນ, ເລື່ອງຄ່າຄອງຊີບ ກໍເປັນເລື່ອງໃຫຍ່ ແລະ ເລື່ອງສຳ ຄັນທີ່ຈະຕ້ອງໄດ້ຮັບການແກ້ໄຂ ເພື່ອຈະເຮັດໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ. ແຕ່ໃນສະພາບຄວາມເປັນ ຈິ່ງທີ່ເປັນຢູ່ປັດຈຸບັນນີ້, ການດຳລົງຊີວິດຂອງມະນຸດເງິນເດືອນ ນັບແຕ່ຊາວຜູ້ອອກແຮງງານ ລວມໄປເຖິງພະນັກ ງານລັດຖະກອນທີ່ມີລາຍຮັບຂັ້ນເງິນເດືອນ 1.800.000 ກີບ ແຕ່ມີຄອບຄົວຢູ່ເຮືອນເຊົ່າເຂົ້າຊື້ ບວກກັບຄ່າຮຽນ ແລະ ອຸປະກອນການສຶກສາຂອງລູກທີ່ມີທ່າອ່ຽງແພງຂຶ້ນໃນທຸກໆປີແມ່ນບໍ່ພຽງພໍກັບຄ່າໃຊ້ຈ່າຍ, ເຖິງວ່າຈະມີການ ປະຢັດມັດທະຍັດຢ່າງສຸດຂີດ ກໍພຽງແຕ່ໄດ້ຢູ່ໄດ້ກິນໄປໃນແຕ່ລະມື້ລະວັນເທົ່ານັ້ນ ຈົນເຮັດໃຫ້ບໍ່ມີເງິນເກັບເງິນທ້ອນ ຄືເພິ່ນ. ແນ່ນອນເມື່ອມີການກຳນົດຄ່າແຮງງານຂັ້ນຕໍ່າ ກໍຍ່ອມມີຜົນສະທ້ອນທັງດ້ານບວກ ແລະ ລົບ, ແຕ່ຫາກ ມີການປັບຄວາມສົມດູນລະຫວ່າງລາຍຮັບກັບຄ່າຄອງຊີບ ເປັນຕົ້ນ: ຄ່ານ້ຳປະປາ ແລະ ຄ່າໄຟຟ້າ, ເຊິ່ງປະເທດເຮົາ ກໍສາມາດຜະລິດໄດ້ເອງນັ້ນໃຫ້ຖືກລົງກວ່າເກົ່າ, ລວມເຖິງການຄຸ້ມຄອງລາຄາສິນຄ້າໃນຕະຫຼາດບໍ່ໃຫ້ສູງເກີນໄປ ກໍ ອາດຈະເຮັດໃຫ້ລາຍຮັບ ແລະ ລາຍຈ່າຍແຕ່ລະເດືອນຂອງພວກເຮົາເຈົ້າຂ້ອຍມີຄວາມດຸ່ນດຽງກັນ ແລະ ບາງທີອາດ ຈະເຫຼືອເງິນທ້ອນກໍເປັນໄດ້.
ເຖິງຢ່າງໃດກໍຕາມ. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວ ໃນພິທີຖະແຫຼງຂ່າວການປັບຂຶ້ນຄ່າແຮງງານຂັ້ນຕ່ຳສຸດຂອງຜູ້ອອກແຮງງານຢູ່ ສປປ ລາວ ທີ່ຈັດຂຶ້ນໃນວັນທີ 30 ເມສາ ຜ່ານມາວ່າ: ການປັບຄ່າແຮງງານຂັ້ນຕ່ຳສຸດຄັ້ງນີ້ ແມ່ນແນໃສ່ປັບປຸງການດຳລົງຊີວິດຂອງຊາວຜູ້ອອກ ແຮງງານໃນຫົວໜ່ວຍການຜະລິດທຸລະກິດ ຫຼື ການບໍລິການທັງພາຍໃນ, ນອກລະບົບ ແລະ ຜູ້ເຮັດວຽກໃນຄົວ ເຮືອນໃຫ້ໄດ້ຂັ້ນພື້ນຖານ ແລະ ດີຂຶ້ນກວ່າເກົ່າ, ສອດຄ່ອງກັບລະດັບຂະຫຍາຍຕົວເສດຖະກິດ-ສັງຄົມ, ຄວາມຮຽກ ຮ້ອງຕ້ອງການທາງດ້ານວັດຖຸ, ຈິດໃຈ ແລະ ຜົນ ປະໂຫຍດທາງດ້ານສະຫວັດດີການສັງຄົມ, ໃຫ້ຊາວຜູ້ອອກແຮງ ງານງານໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດປັບປຸງຄ່າແຮງງານຂັ້ນຕ່ຳສຸດໃຫ້ຜູ້ອອກແຮງງານ ເພື່ອໃຫ້ຜູ້ອອກ ແຮງງານໄດ້ຮັບຜົນປະໂຫຍດ ຫຼື ຄ່າຕອບແທນຈາກການເຮັດວຽກຢ່າງເໝາະສົມ ແລະ ຍຸຕິທຳກັບລາຍໄດ້ທີ່ຕົນ ຄວນຈະໄດ້ຮັບໃນການເຮັດວຽກ.