ໜ້າຫຼັກ Tags ບັນຫາແຮງງານ

Tag: ບັນຫາແຮງງານ

ແຂວງຈຳປາສັກ ຍັງພົບບັນຫາແຮງງານລາວລັກລອບໄປເຮັດວຽກຢູ່ປະເທດເພື່ອນບ້ານ

ບັນຫາແຮງງານລາວລັກລອບໄປເຮັດວຽກຢູ່ປະເທດເພື່ອນບ້ານ ໂດຍສະເພາະ ຣາຊະອານາຈັກໄທ ໃນແຕ່ລະປີເປັນຈໍານວນຫຼວງຫຼາຍ ເຮັດໃຫ້ແຮງງານເຫຼົ່ານີ້ບໍ່ໄດ້ຮັບການປົກປ້ອງທາງດ້ານກົດໝາຍຈາກປະເທດຕົ້ນທາງ ແລະ ປາຍທາງ ທັງຍັງມີຄວາມສ່ຽງສູງທີ່ຈະຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ. ໃນນີ້, ແຂວງຈໍາປາສັກ ກໍເປັນອີກແຂວງໜຶ່ງທີ່ມີພໍ່-ແມ່ປະຊາຊົນລາວ ລັກລອບໄປຂາຍແຮງງານຢູ່ປະເທດໄທເປັນຈໍານວນຫຼວງຫຼາຍເຮັດໃຫ້ການສະກັດກັ້ນການລັກລອບ ແລະ ແກ້ໄຂ ໄດ້ຍາກພໍສົມຄວນ ເນື່ອງຈາກວ່າພໍ່-ແມ່ປະຊາຊົນອາໄສຫຼາຍຊ່ອງທາງເຂົ້າ-ອອກ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການປະຕິບັດຂອງເຈົ້າໜ້າທີ່ກ່ຽວຂ້ອງ.