ໜ້າຫຼັກ Tags ປະທານຄະນະກວດກາສູນກາງພັກ

Tag: ປະທານຄະນະກວດກາສູນກາງພັກ

ຊີ້ນຳໃຫ້ ຄະນະຮັບຜິດຊອບ ບັນດາເຂື່ອນຢູ່ຫຼວງພະບາງ ລະມັດລະວັງໃນການບໍລິຫານຈັດການນໍ້າ

ໃນໂອກາດທີ່ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປກວດກາການບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າພະລັງງານນໍ້າຕ່າງໆຢູ່ໃນແຂວງຫຼວງພະບາງ ໃນລະຫວ່າງວັນທີ 8-9 ສິງຫານີ້, ທ່ານໄດ້ມີທິດຊີ້ນຳໃຫ້ຄະນະຮັບຜິດຊອບບັນດາເຂື່ອນຢູ່ພາຍໃນແຂວງຈົ່ງມີສະຕິ, ມີຄວາມລະມັດລະວັງໃນການບໍລິຫານຈັດການນໍ້າໜ້າເຂື່ອນ ເພື່ອຮອງຮັບປະລິມານນໍ້າທີ່ຈະເພີ່ມຂຶ້ນໃນແຕ່ລະໄລຍະ. ໃນນີ້, ທ່ານ ປອ ບຸນທອງ ຈິດມະນີ ໄດ້ໃຫ້ທິດຊີ້ນໍາຄະນະອໍານວຍການ, ຄະນະຮັບຜິດຊອບບັນດາເຂື່ອນໄຟຟ້າພະລັງງານນໍ້າຕ່າງໆຢູ່ໃນແຂວງຫຼວງພະບາງ...